ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຄັ້ງ​ທີ 18 ຫວຽດ​ນາມ - ສິງ​ກະ​ໂປ - ເປີດກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພ​ະ​ລັງ​ງານ​ສະ​ອາດ

Chia sẻ
(VOVWORLD) - ນກອງປະຊຸມນີ້, ສອງຝ່າຍກໍ່ໄດ້ແຈ້ງໃຫ້ຊາບ ແລະ ແລກປ່ຽນກ່ຽວກັບບາງຜົນງານທີ່ບັນລຸໄດ້ນັບແຕ່ກອງປະຊຸມລັດຖະມົນຕີຄັ້ງທີ 17 ຢູ່ ຮ່າໂນ້ຍ, ປະເທດ ຫວຽດນາມ, ເດືອນ ສິງຫາ 2023 ມາຮອດປັດຈຸບັນ. 
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຄັ້ງ​ທີ 18 ຫວຽດ​ນາມ - ສິງ​ກະ​ໂປ - ເປີດກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພ​ະ​ລັງ​ງານ​ສະ​ອາດ - ảnh 1ພິທີລົງນາມລະຫວ່າງສອງຝ່າຍ (ພາບ: MPI)

ວັນທີ 18 ກັນຍາ, ກອງປະຊຸມລັດຖະມົນຕີຄັ້ງທີ 18 ກ່ຽວກັບການເຊື່ອມຕໍ່ເສດຖະກິດ ຫວຽດນາມ - ສິງກະໂປ ທີ່ໄດ້ດຳເນີນຢູ່ ສິງກະໂປ ພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີ໊ຢຸງ ແລະ ທ່ານລັດຖະມົນຕີຜູ້ທີ 2 ກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນລັດຖະມົນຕີຊັບພະຍາກອນມະນຸດ ສິງກະໂປ ທ່ານ Tan See Leng. ໃນກອງປະຊຸມນີ້, ສອງຝ່າຍກໍ່ໄດ້ແຈ້ງໃຫ້ຊາບ ແລະ ແລກປ່ຽນກ່ຽວກັບບາງຜົນງານທີ່ບັນລຸໄດ້ນັບແຕ່ກອງປະຊຸມລັດຖະມົນຕີຄັ້ງທີ 17 ຢູ່ ຮ່າໂນ້ຍ, ປະເທດ ຫວຽດນາມ, ເດືອນ ສິງຫາ 2023 ມາຮອດປັດຈຸບັນ. ສອງຝ່າຍໄດ້ປຶກສາຫາລືກ່ຽວກັບທິດທາງເປີດກວ້າງການຮ່ວມມືໃນຂົງເຂດພະລັງງານສະອາດ, ຄວາມສຳຄັນຂອງບັນດາໂຄງການພັດທະນາໄຟຟ້າແຮງລົມ, ສ້າງຕາໜ່າງໄຟຟ້າ ອາຊຽນ, ບັນດາມາດຕະການ ແລະ ສິ່ງທ້າທາຍ ເຊິ່ງ ສິງກະໂປ ຕ້ອງປະເຊີນໜ້າໃນວິວັດທະນາການຫັນປ່ຽນພະລັງງານ, ມຸ່ງໄປເຖິງພື້ນຖານເສດຖະກິດ hydrogen.

        ເນື່ອງໃນໂອກາດນີ້, ການນຳສອງຝ່າຍໄດ້ເປັນສັກຂີພິຍານການສ້າງຕັ້ງໂຄງການແລກປ່ຽນຜູ້ມີຄວາມເກັ່ງກ້າສາມາດນະວັດຕະກຳ, ລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງສະມາຄົມວິສາຫະກິດ ສິງກະໂປ ແລະ ກົມລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ ສ້າງຕັ້ງ ສິງກະໂປ  Desk ເພື່ອແນໃສ່ຊຸກຍູ້ການລົງທຶນຂອງ ສິງກະໂປ ເຂົ້າມາ ຫວຽດນາມ.

ຕອບກັບ