ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ມອບ​ຂໍ້​ຕົກ​ລົງ​ແຕ່ງ​ຕັ້ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ລາວ

Chia sẻ
(VOVWORLD) -  ຕອນເຊົ້າວັນທີ 05 ກັນຍາ, ຢູ່ທຳນຽບປະທານປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ມອບຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ທ່ານ ຫງວຽນມິງເຕິມ, ຮອງຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ ເປັນເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈຳ ລາວ ອາຍຸການ 2024 – 2027.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ມອບ​ຂໍ້​ຕົກ​ລົງ​ແຕ່ງ​ຕັ້ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ລາວ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ມອບຂໍ້ຕົກລົງແຕ່ງຕັ້ງເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ (ພາບ: TTXVN)

ເມື່ອມອບໜ້າທີ່ໃຫ້ແກ່ທ່ານເອກອັກຄະລັດຖະທູດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ເນັ້ນໜັກເຖິງສາຍພົວພັນແບບພິເສດລະຫວ່າງ ຫວຽດນາມ ແລະ ລາວ; ພ້ອມທັງຢັ້ງຢືນວ່າ ນີ້ແມ່ນບຸລິມະສິດແຖວໜ້າໃນນະໂຍບາຍພົວພັນຕ່າງປະເທດຂອງ ຫວຽດນາມ. ທ່ານຫວັງວ່າ, ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ຈະສືບຕໍ່ມານະພະຍາຍາມປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນ ຫວຽດນາມ - ລາວ ນັບມື້ນັບພັດທະນາໃນທຸກຂົງເຂດ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ພັກ, ລັດ ແລະ ປະຊາຊົນສອງປະເທດ. ພ້ອມທັງເສີມຂະຫຍາຍບົດບາດເປັນຫົວໜ້າອົງການຜູ້ຕາງໜ້າ, ເປັນຂົວຕໍ່ຊ່ວຍຜູກພັນ ແລະ ພັດທະນາການພົວພັນແບບພິເສດ ລາວ - ຫວຽດນາມ.

        ສ່ວນທ່ານເອກອັກຄະລັດຖະທູດ ໄດ້ໃຫ້ຄຳໝັ້ນສັນຍາ ຈະມານະພະຍາຍາມນຳການພົວພັນ ຫວຽດນາມ - ລາວ ພັດທະນາເຂົ້າສູ່ລວງເລິກ, ມີປະສິດທິຜົນໃນທຸກຂົງເຂດ ພ້ອມທັງເພີ່ມທະວີເສົາຄ້ຳຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ ຫວຽດນາມ - ລາວ, ລະຫວ່າງສາມພື້ນຖານເສດຖະກິດ ຫວຽດນາມ - ລາວ - ກຳປູເຈຍ ກ່ຽວກັບລະບອບລະບຽບການ, ພື້ນຖານໂຄງລ່າງ, ພະລັງງານ, ໂທລະຄົມມະນາຄົມ, ການທ່ອງທ່ຽວ.

ຫວຽດເກື່ອງ

ຕອບກັບ