ຊາວ ຫວຽດ​ນາມ ອາ​ໄສ ຢູ່ ລາວ ອາ​ໄລ​ຫາ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ

Chia sẻ
(VOVWORLD) - ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ລາວ ເວົ້າລວມ, ຢູ່ນະຄອນຫຼວງ ວຽງຈັນ ເວົ້າສະເພາະ, ແມ່ນໜຶ່ງໃນບັນດາປະຊາຄົມທີ່ເປັນກຽດ ໄດ້ຕ້ອນຮັບ ແລະ ພົບປະກັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ມາຢ້ຽມຢາມ ແລະ ເຮັດວຽກຫຼາຍຄັ້ງຢູ່ ລາວ. ໃນຄວາມຊົງຈຳຂອງຫຼາຍໆຄົນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຍາມໃດກໍເປັນຄົນໃກ້ຊິດສະໜິດສະໜົມ, ລຽບງ່າຍ ແລະ ຮັກແພງພໍ່ແມ່ພີ່ນ້ອງ.

ເມື່ອແບ່ງປັນກ່ຽວກັບອະນຸສອນໄດ້ພົບປະກັບທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ໃນການຢ້ຽມຢາມ ລາວ ຄັ້ງຕ່າງໆ, ປ້າ ບ້ຽນທິກີ໋, ຊາວ ຫວຽດນາມ ອາໄສຢູ່ ລາວ ບໍ່ສາມາດຊຸກເຊື່ອງຄວາມຕື້ນຕັນໃຈເມື່ອພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ ລາວ ໄດ້ຮັບຄວາມເອົາໃຈໃສ່ ແລະ ການໃຫ້ກຳລັງໃຈຈາກທ່ານເລຂາທິການໃຫຍ່:

ຊາວ ຫວຽດ​ນາມ ອາ​ໄສ ຢູ່ ລາວ ອາ​ໄລ​ຫາ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ - ảnh 1ປ້າ ບ້ຽນທິກີ໋, ຊາວ ຫວຽດນາມ ອາໄສຢູ່ ລາວ

“ແຕ່ລະເທື່ອມາຢ້ຽມຢາມປະເທດ ລາວ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຍາມໃດກໍຄິດເຖິງລູກຫຼານຊາວ ຫວຽດນາມ ອາໄສຢູ່ລາວ. ພວກຂ້າພະເຈົ້າໄດ້ຮັບຟັງຄຳບອກສອນອັນຮັກແພງຂອງທ່ານເລຂາທິການໃຫຍ່, ກໍຄືເລື່ອງລາວກ່ຽວກັບບ້ານເກີດເມືອງນອນຂອງຕົນທີ່ນັບມື້ນັບພັດທະນາ, ເນື່ອງຈາກນັ້ນ ຍິ່ງເຮັດໃຫ້ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ ລາວ ຄືພວກຂ້າພະເຈົ້າ, ຜູ້ທີ່ຫ່າງໄກຈາກບ້ານເກີດເມືອງນອນ, ຍາມໃດກໍຢາກອວ່າຍໜ້າເມືອຫາປະເທດຊາດທີ່ຮັກແພງ”

ສຳລັບປ້າ ຈິ້ງທິຖາວ ຊາວ ຫວຽດນາມ ອາໄສຢູ່ນະຄອນຫຼວງ ວຽງຈັນ ແລ້ວ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສ້າງພາບພົດອັນເລິກເຊິ່ງກ່ຽວກັບການນຳຜູ້ໃກ້ຊິດສະໜິດສະໜົມກັບປະຊາຊົນ.

ຄວາມປະທັບໃຈທີ່ສຸດ ເຮັດໃຫ້ພວກຂ້າພະເຈົ້າບໍ່ສາມາດລືມໄດ້ ນັ້ນແມ່ນ ຄຳເວົ້າຂອງລຸງ ທີ່ວ່າ: “ປະຊາຄົມພວກເຮົາຕ້ອງຮັກແພງເຊິ່ງກັນ ແລະ ກັນ, ສາມັກຄີ ແລະ ມະຫາສາມັກຄີ”. ຈົນຮອດປັດຈຸບັນນີ້, ຄຳເວົ້າເຫຼົ່ານັ້ນຍັງຊຶມເລິກໃນຈິດສຳນຶກຂອງພວກຂ້າພະເຈົ້າ ແລະ ຈະບໍ່ມີວັນລືມ”.

ຊາວ ຫວຽດ​ນາມ ອາ​ໄສ ຢູ່ ລາວ ອາ​ໄລ​ຫາ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ - ảnh 2ປ້າ ຈິ້ງທິຖາວ ຊາວ ຫວຽດນາມ ອາໄສຢູ່ນະຄອນຫຼວງ ວຽງຈັນ

    ທ່ານ ເຈິ່ນວັນບາງ, ຜູ້ອຳນວຍການບໍລິສັດ ຮຸ່ງເຮືອງ ໃຫ້ຮູ້ວ່າ ພາຍຫຼັງໄດ້ຮັບຟັງການໂອ້ລົມຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່ຽວກັບນ້ຳໃຈສາມັກຄີທົ່ວປວງຊົນທັງຊາດໃນການຢ້ຽມຢາມ ລາວ ຄັ້ງຕ່າງໆນັ້ນ, ທ່ານມີຄວາມຮັບຮູ້ຢ່າງເລິກເຊິ່ງກວ່າ ແລະ ເຊື່ອມຕໍ່ກັບອະດີດນັກສຶກສາ ຫວຽດນາມ ເຄີຍຮ່ຳຮຽນຢູ່ ລາວ ເພື່ອສ້າງບໍລິສັດ ແລະ ໄດ້ປະສົບຜົນສຳເລັດຫຼາຍຢ່າງ. ທ່ານ ແບ່ງປັນວ່າ:

“ຂ້າພະເຈົ້າຍັງຈື່ບັນດາຄຳເວົ້າຈາກນ້ຳໃສໃຈຈິງ, ອົບອຸ່ນ, ລຽບງ່າຍ ແລະ ສະໜິດສະໜົມຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ໂດຍສະເພາະແມ່ນບັນດາຄຳບອກສອນຂອງເພິ່ນ ກ່ຽວກັບການເສີມຂະຫຍາຍມູນເຊື້ອມະຫາສາມັກຄີທົ່ວປວງຊົນທັງຊາດ ໃນພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດແຕ່ລະຄົນ, ວິສາຫະກິດ ຫວຽດນາມ ນັ້ນ ແມ່ນມີຄວາມສຳຄັນທີ່ສຸດເພື່ອສ້າງປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ລາວ ໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ, ພັດທະນາ ແລະ ຜາສຸກ.”

ນັກຂ່າວ VOV  ປະຈຳ ລາວ

ຕອບກັບ