UAE ປະ​ຕິ​ບັດ​ສຳ​ເລັດ​ໂຄງ​ການ​ໄຟ​ຟ້າ​ນິວ​ເຄຼຍ ແຫ່ງ​ທຳ​ອິດ​ຂອງ​ໂລກ ອາ​ຣັບ

Chia sẻ
(VOVWORLD) - ໂຮງງານໄຟຟ້ານິວເຄຼຍ ແຫ່ງທຳອິດຂອງ UAE ແລະ ໂລກອາຣັບໄດ້ສ້າງຕັ້ງຢູ່ນະຄອນຫຼວງ Abu Dhabi ດ້ວຍຊ່ືທີ່ວ່າ Barakah. 
UAE ປະ​ຕິ​ບັດ​ສຳ​ເລັດ​ໂຄງ​ການ​ໄຟ​ຟ້າ​ນິວ​ເຄຼຍ ແຫ່ງ​ທຳ​ອິດ​ຂອງ​ໂລກ ອາ​ຣັບ - ảnh 1ໂຮງງານໄຟຟ້ານິວເຄຼຍ Barakah (ພາບ: BBC)

ວັນທີ 5 ກັນຍາ, ສະຫະລັດ ອາຣັບ ເອມີເລດ   (UAE) ປະກາດກໍ່ສ້າງສຳເລັດໂຮງງານໄຟຟ້ານິວເຄຼຍແຫ່ງທຳອິດຂອງປະເທດນີ້, ກໍ່ຄືໂຄງການໄຟຟ້ານິວເຄຼຍ ແຫ່ງທຳອິດຂອງໂລກ ອາຣັບ, ສ້າງຂີດໝາຍບາດກ້າວໃຫຍ່ໃນຄວາມມານະພະຍາຍາມພັດທະນາໄຟຟ້າສະອາດຂອງບັນດາປະເທດຢູ່ເຂດອ່າວ.

ໂຮງງານໄຟຟ້ານິວເຄຼຍ ແຫ່ງທຳອິດຂອງ UAE ແລະ ໂລກອາຣັບໄດ້ສ້າງຕັ້ງຢູ່ນະຄອນຫຼວງ Abu Dhabi ດ້ວຍຊ່ືທີ່ວ່າ Barakah. ໂຮງງານໄດ້ອອກແບບລວມມີ 4 ເຕົາປະຕິກອນນິວເຄຼຍສາມາດຜະລິດຫຼາຍສຸດ 40 terawatt ຊົ່ວໂມງໃນແຕ່ລະປີ, ຕອບສະໜອງ ¼ ຄວາມຕ້ອງການດ້ານໄຟຟ້າຂອງ UAE. ທ່ານປະທານາທິບໍດີ UAE Mohamed bin Zayed Al ຢັ້ງຢືນວ່າການກໍ່ສ້າງສຳເລັດໂຮງງານໄຟຟ້ານິວເຄຼຍ Barakah ແມ່ນບາດກ້າວທີ່ມີຄວາມໝາຍໃນວິວັດການນຳການປ່ອຍອາຍພິດລົງລະດັບ 0 (net zero) ຂອງປະເທດນີ້.

ຕອບກັບ