ກະ​ສັດ​ທີ 17 ຂອງ ມາ​ເລ​ເຊຍ ຮັບ​ດຳ​ລົງ​ຕຳ​ແໜ່ງ​ຢ່າງ​ເປັນ​ທາງ​ການ

Chia sẻ
(VOVWORLD) - ວັນທີ 20 ກໍລະກົດ, ກະສັດທີ 17 ຂອງ ມາເລເຊຍ, Sultan Ibrahim ໄດ້ຮັບດຳລົງຕຳແໜ່ງຢ່າງເປັນທາງການ ໃນພິທີບັນລັງທີ່ໄດ້ຈັດຂຶ້ນຢ່າງສົມກຽດຢູ່ພະລາດສະວັງລາດຊະການ ມາເລເຊຍ ຢູ່ທີ່ນະຄອນຫຼວງ ກົວລາ ລຳເບີ.
ກະ​ສັດ​ທີ 17 ຂອງ ມາ​ເລ​ເຊຍ ຮັບ​ດຳ​ລົງ​ຕຳ​ແໜ່ງ​ຢ່າງ​ເປັນ​ທາງ​ການ - ảnh 1ກະສັດ ມາເລເຊຍ, Sultan Ibrahim  ແລະ ມະເຫສີ Raja Zarith Sofiah(ພາບ: Bernama)

ພິທີຮັບດຳລົງຕຳແໜ່ງໄດ້ຈັດຂຶ້ນຕາມຮີດຄອງປະເພນີທີ່ເປັນມູນເຊື້ອຂອງພະບໍລົມວົງສານຸວົງ ມາເລເຊຍ  ພາຍໃຕ້ການເປັນສັກຂີພິຍານຂອງແຂກຖືກເຊີນທັງຢູ່ພາຍໃນ ແລະ ຕ່າງປະເທດເກືອບ 700 ທ່ານ, ໃນນັ້ນ ມີກະສັດ ບຣູໄນ ແລະ ກະສັດ ບາເຣັນ. ກ່າວຄຳເຫັນທີ່ພິທີ, ກະສັດ ມາເລເຊຍ, Sultan Ibrahim ໃຫ້ຄຳໝັ້ນສັນຍາວ່າ ຈະປົກຄອງປະເທດດ້ວຍຄວາມຈົງຮັກພັກດີ, ຊື່ກົງ ແລະ ຍຸຕິທຳ ແນໃສ່ນໍາມາເຊິ່ງຄວາມສະເໝີພາບໃຫ້ແກ່ປະຊາຊົນ ມາເລເຊຍ ທຸກຄົນ ກໍຄືປົກປັກຮັກສາຄວາມວັດທະນາຖາວອນ ແລະ ອະທິປະໄຕແຫ່ງຊາດ.

ນັກຂ່າວ VOV  ປະຈຳ ໄທ

ຕອບກັບ