ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ກຳ​ປູ​ເຈຍ - ຫວຽດ​ນາມ: ການ​ຈາກ​ໄປ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ແມ່ນ​ການ​ສູນ​ເສຍ​ຢ່າງ​ໃຫຍ່ຫຼວງ​ສຳ​ລັບ​ ຫວຽດ​ນາມ ກໍ​ຄື​ພາກ​ພື້ນ

Chia sẻ
(VOVWORLD) - “ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນການສູນເສຍຢ່າງໃຫຍ່ຫຼວງສຳລັບ ຫວຽດນາມ ກໍຄືພາກພື້ນ”. ນີ້ແມ່ນການຕີລາຄາຂອງທ່ານນາງ Samdech Men Sam An, ປະທານສະພາແຫ່ງຊາດ ແນວໂຮມສາມັກຄີພັດທະນາປະເທດຊາດ ກຳປູເຈຍ, ທັງເປັນປະທານສະມາຄົມມິດຕະພາບ ກຳປູເຈຍ - ຫວຽດນາມ, ໃນການແລກປ່ຽນກັບນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ໃນຕອນບ່າຍວັນທີ 20 ກໍລະກົດ.
ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ກຳ​ປູ​ເຈຍ - ຫວຽດ​ນາມ: ການ​ຈາກ​ໄປ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ແມ່ນ​ການ​ສູນ​ເສຍ​ຢ່າງ​ໃຫຍ່ຫຼວງ​ສຳ​ລັບ​ ຫວຽດ​ນາມ ກໍ​ຄື​ພາກ​ພື້ນ - ảnh 1ທ່ານນາງປະທານສະພາແຫ່ງຊາດ ແນວໂຮມສາມັກຄີພັດທະນາປະເທດຊາດ ກຳປູເຈຍ Samdech Men Sam An

ຕາມທ່ານນາງປະທານ Samdech Men Sam An ແລ້ວ, ການຈາກໄປຂອງທ່ານເລຂາທິການໃຫຍ່ ແມ່ນການເສຍຫາຍຢ່າງໃຫຍ່ຫຼວງສຳລັບ ຫວຽດນາມ, ພ້ອມດຽວກັນນັ້ນ ພາກພື້ນ ອາຊຽນ ກໍສູນເສຍການນຳຜູ້ດີເດັ່ນ. ທ່ານປະທານສະມາຄົມມິດຕະພາບ ກຳປູເຈຍ - ຫວຽດນາມ ກໍແບ່ງປັນຄວາມຮູ້ສຶກຂອງຕົນກ່ຽວກັບທ່ານເລຂາທິການໃຫຍ່ ວ່າ:

ຂ້າພະເຈົ້າມີຄວາມເປັນກຽດທີ່ໄດ້ຮູ້ຈັກ ແລະ ພົບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນຫຼາຍຄັ້ງ ເມື່ອໄປຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ກໍຄືເມື່ອທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄປຢ້ຽມຢາມ ກຳປູເຈຍ. ຍາມໃດກໍເຫັນວ່າ ທ່ານເລຂາທິການໃຫຍ່ ເປັນຄົນປອງດອງ ແລະ ໃກ້ຊິດສະໜິດສະໜົມ”.

    ຕາມທ່ານ Samdech Men Sam An ແລ້ວ, ທ່ານເລຂາທິການໃຫຍ່ ຍາມໃດກໍເບິ່ງແຍງດູແລ ແລະ ເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນ ຫວຽດນາມ - ກຳປູເຈຍ, ພິເສດແມ່ນຊຸກຍູ້ບັນດາກິດຈະກຳຮ່ວມມືໃນຊ່ອງທາງພັກ, ແນວໂຮມປະເທດຊາດ, ບັນດາສະມາຄົມມິດຕະພາບ, ສະຫະພັນແມ່ຍິງ ແລະ ອົງການຈັດຕັ້ງມະຫາຊົນລະຫວ່າງສອງປະເທດ.

ນັກຂ່າວ VOV ປະຈໍາ ກຳປູເຈຍ

ຕອບກັບ