ປະ​ຕິ​ຮູບ​ພາ​ສີ​ອາ​ກອນ ວິ​ສາ​ຫະ​ກິດ​ທົ່ວ​ໂລກ: ຈຸດ​ສຸມຫຼັກ​ຢູ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ທາງ​ການ​ເງິນ G7

Chia sẻ
(VOVWORLD) -ບັນດາການເຈລະຈາເພື່ອປະຕິຮູບລະບົບພາສີ ທົ່ວໂລກ ໄດ້ດຳເນີນ ນັບແຕ່ພາຍຫຼັງຄວາມເສຍຫາຍວິກິດການດ້ານການເງິນ ປີ 2008, ດ້ວຍການເຈລະຈາຄັ້ງຫຼ້າສຸດ ລະຫວ່າງ 135 ປະເທດຢູ່ ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ຢູ່ປາຣີ. 
ປະ​ຕິ​ຮູບ​ພາ​ສີ​ອາ​ກອນ ວິ​ສາ​ຫະ​ກິດ​ທົ່ວ​ໂລກ: ຈຸດ​ສຸມຫຼັກ​ຢູ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ທາງ​ການ​ເງິນ G7 - ảnh 1ບັນດາຜູ້ແທນຖ່າຍຮູບລວມ ຢູ່ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ກຸ່ມບັນດາປະເທດອຸດສາຫະກຳພັດທະນາ ແຖວໜ້າໂລກ (G7) ຢູ່ລອນດອນ, ອັງກິດ (ພາບ:  AFP/TTXVN)

ວັນທີ 4 – 5 ມິຖຸນາ, ກອງປະຊຸມລັດຖະມົນຕີການເງິນ G7 ໄດ້ຈັດຂຶ້ນຢູ່ ລອນດອນ, ປະເທດ ອັງກິດ. ບັນຫາປະຕິຮູບພາສີ ວິສາຫະກິດທົ່ວໂລກ ແມ່ນໜຶ່ງໃນບັນດາຈຸດສຸມຫຼັກທີ່ໄດ້ປຶກສາຫາລື ໃນກອງປະຊຸມ ແລະ ຖ້າໄດ້ຮັບການສະໜັບສະໜູນຈາກ G7 ບັນຫານີ້ ຈະສ້າງຜົນກະທົບຢ່າງໃຫຍ່ຫຼວງຕໍ່ລະບົບພາສີອາກອນ ວິສາຫະກິດ ທົ່ວໂລກ ໃນໄລຍະເວລາກ່ວາ 1 ສະຕະວັດ.

        ບັນດາການເຈລະຈາເພື່ອປະຕິຮູບລະບົບພາສີ ທົ່ວໂລກ ໄດ້ດຳເນີນ ນັບແຕ່ພາຍຫຼັງຄວາມເສຍຫາຍວິກິດການດ້ານການເງິນ ປີ 2008, ດ້ວຍການເຈລະຈາຄັ້ງຫຼ້າສຸດ ລະຫວ່າງ 135 ປະເທດຢູ່ ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ຢູ່ປາຣີ. ດ້ວຍຄວາມຫວັງວ່າ ການສະໜັບສະໜູນຈາກລັດຖະມົນຕີກະຊວງການເງິນ G7 ຈະຊຸກຍູ້ການສະໜັບສະໜູນໃນວົງກ້ວາງກ່ວາ ຢູ່ກອງປະຊຸມຂອງບັນດາລັດຖະມົນຕີການເງິນ G20 ຢູ່ ອີຕາລີ ໃນເດືອນ ກໍລະກົດ ຈະມາເຖິງ. ເປົ້າໝາຍແມ່ນ ເພື່ອບັນລຸໄດ້ຂໍ້ຕົກລົງໃນເດືອນຕຸລາປີນີ້ ຢູ່ປາຣີ.

ຕອບກັບ