ບັນ​ດາ​ການ​ນຳ EU ສະ​ໜັບ​ສະ​ໜູນ​ມອບ​ລະ​ບຽບ​ການຂໍສະ​ໝັກ​ເປັນ​ສະ​ມາ​ຊິກ​ຢ່າງ​ເປັນ​ທາງ​ການ​ຂອງ ຢູ​ແກຼນ

Chia sẻ
(VOVWORLD) -ວັນທີ 16 ມິຖຸນາ, ການນຳ EU 4 ທ່ານ ໄດ້ໄປຮອດນະຄອນຫຼວງ Kiev ໃນການຢ້ຽມຢາມ ຢູແກຼນ ຄັ້ງທຳອິດ ຂອງ ເຂົາເຈົ້າ ນັບແຕ່ ເກີດການປະທະກັນລະຫວ່າງ ລັດເຊຍ - ຢູແກຼນເມື່ອເດືອນກຸມພາປີນີ້.
ບັນ​ດາ​ການ​ນຳ EU ສະ​ໜັບ​ສະ​ໜູນ​ມອບ​ລະ​ບຽບ​ການຂໍສະ​ໝັກ​ເປັນ​ສະ​ມາ​ຊິກ​ຢ່າງ​ເປັນ​ທາງ​ການ​ຂອງ ຢູ​ແກຼນ - ảnh 1ການນຳ 4 ປະເທດ ແລະ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky (ພາບ: AFP)

ວັນທີ 16 ມິຖຸນາ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໃຫ້ຮູ້ວ່າ ທັງ 4 ການນຳສະຫະພາບ ເອີລົບ (EU) ທີ່ພວມມີໜ້າຢູ່ນະຄອນຫຼວງ Kiev ຂອງ ຢູແກຼນ ລ້ວນແຕ່ສະໜັບສະໜູນແນວຄິດ ມອບລະບຽບການຂໍສະໝັກເປັນສະມາຊິກ EU ໃຫ້ແກ່ຢູແກຼນຢ່າງທັນທີ. ຂໍ້ມູນນີ້ ໂດຍທ່ານ Macron ຍົກອອກມາທີ່ການຖະແຫຼງຂ່າວພາຍຫຼັງການພົບປະເຈລະຈາກັບທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ພ້ອມກັບທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf scholz, ທ່ານນາຍົກລັດຖະມົນຕີ ອີຕາລີ Mario Draghi ແລະ ທ່ານປະທານາທິບໍດີ ຣູມາເນຍ Klaus Iohannis. ທ່ານ Macron ກໍ່ຖະແຫຼງວ່າ ຝລັ່ງ ຈະເພີ່ມທະວີການໜູນຊ່ວຍອາວຸດ ໃຫ້ແກ່ຢູແກຼນ.

ວັນທີ 16 ມິຖຸນາ, ການນຳ EU 4 ທ່ານ ໄດ້ໄປຮອດນະຄອນຫຼວງ Kiev ໃນການຢ້ຽມຢາມ ຢູແກຼນ ຄັ້ງທຳອິດ ຂອງ ເຂົາເຈົ້າ ນັບແຕ່ ເກີດການປະທະກັນລະຫວ່າງ ລັດເຊຍ - ຢູແກຼນເມື່ອເດືອນກຸມພາປີນີ້. ທີ່ການພົບປະເຈລະຈາ, ບັນດາການນຳ ໄດ້ປຶກສາຫາລືກ່ຽວກັບການເພີ່ມທະວີຄຳສັ່ງລົງໂທດລັດເຊຍ ແລະ ສ້າງຢູແກຼນ ຄືນໃໝ່.

ໃນເຫດການທີ່ກ່ຽວຂ້ອງເຖິງຄວາມເຄັ່ງຕຶງ ລະຫວ່າງ ລັດເຊຍ ແລະ ຢູແກຼນ, ທ່ານ Valdimir Medinsky ຫົວໜ້າຄະນະເຈລະຈາ ລັດເຊຍ ໄດ້ປະກາດວ່າ ມົດສະກູ ພ້ອມແລ້ວທີ່ຈະເລີ່ມການເຈລະຈາສັນຕິພາບກັບ Kiev ຄືນໃໝ່, ແຕ່ຍັງບໍ່ທັນໄດ້ຮັບຄຳຕອບກ່ຽວກັບບັນຫານີ້.

ຕອບກັບ