(ພາບປະກອບ) (vovworld) – ຕອນເຊົ້າວັນທີ 03/11, ການນຳຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ໄດ້ມີການພົບປະເປັນປະຈຳກັບສະຫະສະມາຄົມບັນດາວິສາຫະກິດເອີລົບ. ເຂົ້າຮ່ວມການພົບປະຍັງມີຜູ້ຕາງໜ້າຫົວໜ້າສະຖານກົງສູນບັນດາປະເທດເຢຍລະມັນ, ອີຕາລີ, ໂຮນລັງ. ທີ່ການພົບປະ, ການນຳນະຄອນໄດ້ຕີລາຄາສູງຄວາມສຳຄັນຂອງບັນດາວິສາຫະກິດເອີລົບ ທີ່ພວມລົງທຶນຢູ່ທີ່ນີ້. ທາງນະຄອນກໍພວມຍູ້ແຮງການປະຕິຮູບລະບຽບການບໍລິຫານ ແລະ ສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນ. ທີ່ການພົບປະ, ບັນດາວິສາຫະກິດເອີລົບ ໄດ້ແລກປ່ຽນກັບການນຳນະຄອນກ່ຽວກັບບາງບັນຫາຄື: ຊັບສິນທາງປັນຍາ, ການກໍ່ສ້າງລະບົບພື້ນຖານໂຄງລ່າງຄົມມະນະຄົມ, ຂັ້ນຕອນອອກໜັງສືອະນຸຍາດດຳເນີນທຸລະກິດ ຫຼື ເລື່ອງບັນດາວິສາຫະກິດຕ່າງປະເທດ ເຂົ້າຮ່ວມການຊື້ຮຸ້ນບັນດາລັດວິສາຫະກິດ. Từ khóa: vovworld vov ນະຄອນ
ຮັບປະກັນວັນເລືອກຕັ້ງໄດ້ປະຕິບັດຢ່າງມີປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ ແລະ ມີຄວາມປອດໄພ