ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຮອບ​ດ້ານ ຫວຽດ​ນາມ - EU

Chia sẻ
(VOVWORLD) - ໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມື, ຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - EU (EVFTA) ຢ່າງມີປະສິດທິຜົນ, ຊຸກຍູ້ການຄ້າເປີດ ແລະ ດຸ່ນດ່ຽງ, ສ້າງຄວາມສະດວກໃຫ້ແກ່ການເຂົ້າເຖິງຕະຫຼາດ ແລະ ຮັບປະກັນຜົນປະໂຫຍດອັນຊອບທຳຂອງວິສາຫະກິດສອງຝ່າຍ. 
ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຮອບ​ດ້ານ ຫວຽດ​ນາມ - EU - ảnh 1 ທ່ານຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໃຫ້ການຕ້ອນຮັບເອກອັກຄະລັດຖະທູດ, ອຸປະທູດ ສະຫະພາບເອີລົບ (EU) ແລະ ບັນດາປະເທດສະມາຊິກ EU ປະຈຳຫວຽດນາມ (ພາບ: VOV)

ຕອນບ່າຍວັນທີ 5 ມີນາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະກັບເອກອັກຄະລັດຖະທູດ, ອຸປະທູດ ສະຫະພາບເອີລົບ (EU) ແລະ ບັນດາປະເທດສະມາຊິກ EU 20 ທ່ານ ຢູ່ຮ່າໂນ້ຍເນື່ອງໃນໂອກາດຍາມຕົ້ນປີໃໝ່ປີມະເມຍ. ການພົບປະໄດ້ດຳເນີນໃນສະພາບການ ຫວຽດນາມ ຫາກໍ່ຈັດຕັ້ງສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ແລະ ຫວຽດນາມ - EU ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງເປັນທາງການໃນວັນທີ 29 ມັງກອນ.

ເພື່ອຫັນເປັນລະອຽດ ແລະ ຜັນຂະຫຍາຍເນື້ອໃນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - EU ຢ່າງມີປະສິດທິຜົນ, ທ່ານນາຍົກລັດຖະມົນຕີ ສະເໜີໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມື, ຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - EU (EVFTA) ຢ່າງມີປະສິດທິຜົນ, ຊຸກຍູ້ການຄ້າເປີດ ແລະ ດຸ່ນດ່ຽງ, ສ້າງຄວາມສະດວກໃຫ້ແກ່ການເຂົ້າເຖິງຕະຫຼາດ ແລະ ຮັບປະກັນຜົນປະໂຫຍດອັນຊອບທຳຂອງວິສາຫະກິດສອງຝ່າຍ. ກ່ຽວກັບການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU), ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ພວມຜັນຂະຫຍາຍບັນດາມາດຕະການສ້າງກອບນິຕິກຳໃຫ້ສົມບູນແບບຢ່າງຂ້ຽວຂາດ, ຄວບຄຸມຕົ້ນກຳເນີດສິນໃນນ້ຳ, ຕິດຕາມການເຄື່ອນໄຫວຂອງກຳປັ່ນຫາປາ ແລະ ແກ້ໄຂບັນດາການລະເມີດຢ່າງເຂັ້ມງວດ.

ສ່ວນຝ່າຍ EU, ບັນດາເອກອັກຄະລັດຖະທູດ, ອຸປະທູດ ເນັ້ນໜັກວ່າມີຄວາມປາດຖະໜາຢາກສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືກັບ ຫວຽດນາມ ເລິກເຊິ່ງກວ່າອີກໃນທຸກຂົງເຂດ, ພ້ອມທັງ, ໃຫ້ຄຳໝັ້ນສັນຍາຈະປະສານສົມທົບກັນຜັນຂະຫຍາຍ ສັນຍາ EVFTA ຢ່າງມີປະສິດທິຜົນ ແລະ ເພີ່ມທະວີການຮ່ວມມືໃນທຸກຂົງເຂດລົງທຶນ, ວິທະຍາສາດ - ເຕັກໂນໂລຢີ ແລະ ການເຕີບໂຕສີຂຽວ, ແມ່ນບັນດາທ່າແຮງຂອງ EU. ບັນດາປະເທດ EU ສະແດງຄວາມຊົມເຊີຍຕໍ່ຄວາມຕັດສິນໃຈ ແລະ ຮັບຮູ້ຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຕ້ານການຂຸດຄົ້ນ IUU ແລະ ປາດຖະໜາຢາກໃຫ້ສອງຝ່າຍສືບຕໍ່ຮ່ວມມືພັດທະນາອາຊີບຫາປາແບບຍືນຍົງ.


ຕອບກັບ