ຢູ່ເມືອງດ້ຽນບຽນຝູ, ການກະກຽມໄດ້ປະຕິບັດຢ່າງຮີບດ່ວນ (ພາບ: VOV) |
ນັບແຕ່ວັນທີ 6 – 12 ມີນາ, ຢູ່ແຂວງດຽນບຽນ ໄດ້ດຳເນີນງານບຸນດອກບານ 2026 ເຊິ່ງແມ່ນງານບຸນໃຫຍ່ທີ່ສຸດໃນປີ ດ້ວຍຫຼາຍກິດຈະກຳວັດທະນະທຳ, ການທ່ອງທ່ຽວທີ່ພົ້ນເດັ່ນ. ຈຸດພົ້ນເດັ່ນຂອງງານບຸນປີນີ້ແມ່ນການເປີດກວ້າງຂອບຂະໜາດບັນດາກິດຈະກຳລົງຕົວຈິງວັດທະນະທຳການທ່ອງທ່ຽວຕິດພັນກັບຊຸມຊົນ ແລະ ສະຖານທີ່ມໍລະດົກ. ໃນນັ້ນ, ຫໍພິພິທະພັນ ໄຊຊະນະ ດ້ຽນບຽນຝູ ແມ່ນບ່ອນຈັດຫຼາຍກິດຈະກຳວາດພາບບັນຍາກາດບັ້ນຮົບດ້ຽນບຽນຝູໃນເມື່ອກ່ອນ. ທ່ານນາງ ຫວູ້ທິຕວຽດງາ, ຜູ້ອຳນວຍການຫໍພິພິທະພັນ ໄຊຊະນະ ດ້ຽນບຽນຝູ ໃຫ້ຮູ້ວ່າ:
ຫໍພິພິທະພັນ ໄຊຊະນະ ດ້ຽນບຽນຝູປາດຖະໜາຢາກນຳມາໃຫ້ແຂກທ່ອງທ່ຽວຄວາມຮູ້ສຶກຫຼາຍຢ່າງ, ບໍ່ພຽງແຕ່ຜ່ານບັນດາວັດຖຸພັນ, ເລື່ອງລາວ ໂດຍບັນດາຜູ້ນຳທ່ຽວສະເໜີເທົ່ານັ້ນ ຫາກຍັງໄດ້ລົງຕົວຈິງບັນດາການສະແດງວາດພາບປະຫວັດສາດຢ່າງໃກ້ຊິດຕົວຈິງທີ່ສຸດ, ມີຊີວິດຊີວາທີ່ສຸດ. ຜ່ານນັ້ນ, ຊ່ວຍແຂກທ່ອງທ່ຽວ ແລະ ຊາວດ້ຽນບຽນຝູມີຄວາມເຂົ້າໃຈແຈ້ງກ່ຽວກັບຄວາມລຳບາກກາກກຳ, ເຈດຈຳນົງຂອງທະຫານ ແລະ ປະຊາຊົນຫວຽດນາມ ເມື່ອປີ 1954.