ເພີ່ມທະວີການກວດກາ ແລະ ອັບເດດຈຳນວນຄົນມີສຳມະໂນຄົວຢູ່ທ້ອງຖິ່ນ ເພື່ອຮັບປະກັນສິດເລືອກຕັ້ງຂອງພົນລະເມືອງ (ພາບ: VOV) |
ຢູ່ບັນດາຕາແສງ, ບັນດາກອງປະຊຸມຮັບເອົາຄຳເຫັນຂອງຜູ້ມີສິດເລືອກຕັ້ງ ສຳລັບຜູ້ສະໝັກຮັບເລືອກຕັ້ງ ໄດ້ຈັດຂຶ້ນຢ່າງມີປະຊາທິປະໄຕ, ເປີດເຜີຍ, ຖືກຕ້ອງຕາມວິວັດການ. ເມື່ອປຽບທຽບກັບການເລືອກຕັ້ງຄັ້ງກ່ອນນັ້ນ, ປີນີ້ມີຈຸດໃໝ່ຫຼາຍຢ່າງ. ທ່ານ ລໍຝອງນາມ, ປະທານຄະນະກຳມະການປະຊາຊົນຕາແສງ ຈຽງຊິງ, ປະທານກຳມາທິການເລືອກຕັ້ງຕາແສງ ໃຫ້ຮູ້ວ່າ:
ອາຍຸການນີ້, ການໝູນໃຊ້ກົດໝາຍວ່າດ້ວຍການເລືອກຕັ້ງສະບັບປັບປຸງ, ເພີ່ມເຕີມປີ 2025 ແມ່ນຈຸດໃໝ່ອ່ຽມສຳຄັນ. ວິວັດການໄດ້ຫຼຸດຜ່ອນໃຫ້ກະທັດລັດລົງ, ຫຼຸດຜ່ອນເວລາປະຕິບັດບັນດາຂັ້ນຕອນແຕ່ 70 ວັນລົງເຫຼືອ 42 ວັນ. ການປັບປຸງນີ້ຊ່ວຍວຽກງານກະກຽມຢູ່ທ້ອງຖິ່ນມີຈຸດສຸມ, ສະດວກ ແລະ ລອບຄອບຖີ່ຖ້ວນກວ່າເກົ່າ.
ເພື່ອໃຫ້ວັນເລືອກຕັ້ງມີປະຊາທິປະໄຕ, ຖືກຕ້ອງກົດໝາຍ ແລະ ມີຄວາມປອດໄພຢ່າງແທ້ຈິງ ວຽກງານຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍໄດ້ກຳນົດແມ່ນໜ້າທີ່ຈຸດສຸມ.
ຜູ້ມີສິດເລືອກຕັ້ງຕາແສງ ບັກອາຍໄຕ, ແຂວງແຄ້ງຮ່ວາຕິດຕາມກວດກາບັນຊີຊາຍຊື່ຜູ້ມີສິດເລືອກຕັ້ງ (ພາບ: VOV) |
ສ່ວນຢູ່ບັນດາທ້ອງຖິ່ນເຂດພູສູງ, ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນນ້ອຍແຂວງ ແຄ້ງຮວ່າ, ວຽກງານໂຄສະນາເຜີຍແຜ່ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ພວມໄດ້ຮັບການຜັນຂະຫຍາຍຢ່າງມີໄຫວພິບ, ຕິດແທດຮາກຖານ.
ຕາແສງບັກອ້າຍໄຕ ມີຜູ້ມີສິດເລືອກຕັ້ງເກືອບ 7000 ຄົນ, ໃນນັ້ນກວ່າ 80%ແມ່ນຊາວເຜົ່າ Raglay, ພໍ່ແມ່ປະຊາຊົນເຄີຍໄປເຮັດວຽກຢູ່ບ່ອນໄກ ຫຼືຢູ່ຕູບໃນນາ. ອຳນາດການປົກຄອງຕາແສງໄດ້ຊີ້ນຳບັນດານາຍບ້ານ, ກຸ່ມເລືອກຕັ້ງໄປຍັງ
ເຮືອນໂດຍກົງເພື່ອໂຄສະນາຂໍ້ມູນກ່ຽວກັບການເລືອກຕັ້ງ, ເວລາ ແລະ ສະຖານທີ່ປ່ອນບັດເພື່ອໃຫ້ຜູ້ມີສິດເລືອກຕັ້ງເຂົ້າຮ່ວມວັນເລືອກຕັ້ງຢ່າງຄົບຖ້ວນ. ທ່ານນາງ ກາເຕີຮຽບ, ນາຍບ້ານຕາລອດ, ຕາແສງບັກອ້າຍໄຕ ໃຫ້ຮູ້ວ່າ:
ທ້ອງຖິ່ນພວກຂ້າພະເຈົ້າມີລັກສະນະພິເສດແມ່ນເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນນ້ອຍ. ຄະນະຄຸ້ມຄອງບ້ານໄດ້ເພີ່ມທະວີການໂຄສະນາດ້ວຍຮູບແບບໄປຍັງແຕ່ລະເຮືອນເພື່ອຂົນຂວາຍ, ພ້ອມທັງແຈ້ງຜ່ານລະບົບໂທລະໂຄ່ງກະຈາຍສຽງຂອງບ້ານ.