ສົ່ງ​ເສີມ​ເປີດກວ້າງ​ຮູບ​ແບບ​ຂອງ​ສູນ​ພັດ​ທະ​ນາ​ເຕັກ​ໂນ​ໂລຢີ ແລະ ປະ​ດິດ​ສ້າງ ຫວຽດ​ນາມ

Chia sẻ
(VOVWORLD) - ທ່ານ ຫງວຽນຈີຢຸງ ຕີລາຄາສູງບັນດາການປະກອບສ່ວນຂອງສູນໃນການພັດທະນາແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງຂຶ້ນກັບຂົງເຂດເຕັກໂນໂລຢີ ແລະ ລະບົບນິເວດນະວັດຕະກຳ ແລະ ຫັນເປັນດີຈີຕອນຢູ່ ຫວຽດນາມ.
ສົ່ງ​ເສີມ​ເປີດກວ້າງ​ຮູບ​ແບບ​ຂອງ​ສູນ​ພັດ​ທະ​ນາ​ເຕັກ​ໂນ​ໂລຢີ ແລະ ປະ​ດິດ​ສ້າງ ຫວຽດ​ນາມ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ກ່າວຄຳເຫັນທີ່ການຕ້ອນຮັບ (ພາບ: VGP)

ວັນທີ 5 ມີນາ, ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ໄດ້ໃຫ້ການຕ້ອນຮັບການນຳສູນພັດທະນາເຕັກໂນໂລຢີ ແລະ ປະດິດສ້າງ ຫວຽດນາມ ຂຶ້ນກັບທະນາຄານ ແຫ່ງຊາດ ອົດສະຕາລີ (NAB Innovation Centre Vietnam).

ທ່ານ ຫງວຽນຈີຢຸງ ຕີລາຄາສູງບັນດາການປະກອບສ່ວນຂອງສູນໃນການພັດທະນາແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງຂຶ້ນກັບຂົງເຂດເຕັກໂນໂລຢີ ແລະ ລະບົບນິເວດນະວັດຕະກຳ ແລະ ຫັນເປັນດີຈີຕອນຢູ່ ຫວຽດນາມ. ໃນໄລຍະຈະມາເຖິງ, ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາທະນາຄານ NAB ແລະ ສູນກຳນົດຫວຽດນາມແມ່ນຄູ່ຮ່ວມມືຍຸດທະສາດ. ທ່ານ ສະເໜີ ທະນາຄານ ຄົ້ນຄ້ວາໂອກາດເຂົ້າຮ່ວມການພັດທະນາ ສູນການເງິນສາກົນຂອງ ຫວຽດນາມ ຢູ່ນະຄອນ ໂຮ່ຈີມິນ ແລະ ນະຄອນດ່ານັ້ງ; ສູນ NAB Innovation Centre Vietnam ເປີດກວ້າງເຄືອຂ່າຍບັນດາຫ້ອງການຕາງໜ້າຂອງສູນຢູ່ບັນດານະຄອນ, ສູນ Startup ໃຫຍ່ອື່ນໆ.

ທີ່ການຕ້ອນຮັບ, ບັນດາຜູ້ຕາງໜ້າຂອງ NAB Innovation Centre Vietnam ໄດ້ສະເໜີບັນດາມາດຕະການເພື່ອໃຫ້ NAB ເຂົ້າຮ່ວມບັນດາເວທີປາໄສ, ການເຄື່ອນໄຫວພັດທະນາເຕັກໂນໂລຢີ, ນະວັດຕະກຳຂອງ ລັດຖະບານ ຫວຽດນາມຢ່າງຕັ້ງໜ້າກວ່າ.

ຕອບກັບ