ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດເຈລະຈາກັບເລຂາທິການສະພາຕ່ຳ ມາຣົກ

Chia sẻ
(VOVWORLD) - 2 ຝ່າຍໄດ້ເຫັນດີພິຈາລະນາລົງນາມເອກະສານຊ່ວຍຈຳສະບັບໜຶ່ງເພື່ອເພີ່ມທະວີ ແລະ ເຮັດໃຫ້ການພົວພັນລະຫວ່າງຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ແລະ ຄະນະເລຂາສະພາຕ່ຳ ມາຣົກ ໃຫ້ເລິກເຊິ່ງຂຶ້ນຕື່ມ
ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດເຈລະຈາກັບເລຂາທິການສະພາຕ່ຳ ມາຣົກ - ảnh 1ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ ບຸຍວັນເກືອງ ພົບປະກັບທ່ານ Najib El Khadi, ເລຂາທິການສະພາຕ່ຳ ມາຣົກ
(ພາບ: TTXVN)

        ຕອນເຊົ້າວັນທີ 21 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ບຸຍວັນເກືອງ ໄດ້ດຳເນີນການເຈລະຈາກັບທ່ານ Najib El Khadi, ເລຂາທິການສະພາຕ່ຳ ມາຣົກ, ປະທານສະຫະສະມາຄົມເລຂາທິການລັດຖະສະພາໂລກ (ASGP).

        ທີ່ການເຈລະຈາ, 2 ຝ່າຍໄດ້ເຫັນດີພິຈາລະນາລົງນາມເອກະສານຊ່ວຍຈຳສະບັບໜຶ່ງເພື່ອເພີ່ມທະວີ ແລະ ເຮັດໃຫ້ການພົວພັນລະຫວ່າງຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ແລະ ຄະນະເລຂາສະພາຕ່ຳ ມາຣົກ ໃຫ້ເລິກເຊິ່ງຂຶ້ນຕື່ມໃນໄລຍະຈະມາເຖິງ. ສະພາແຫ່ງຊາດ ຫວຽດນາມ ພ້ອມແລ້ວຈະຈັດກອງປະຊຸມຫົວເລື່ອງສະເພາະຂອງສະຫະສະມາຄົມ ASGP ໃນປີ 2025 ກ່ຽວກັບຫົວຂໍ້ເຊິ່ງບັນດາສະມາຊິກຂອງສະຫະສະມາຄົມສົນໃຈ; ພ້ອມທັງ, ສະເໜີແນະສ້າງກົນໄກສົມທົບກັນ, ຮ່ວມມືກັບບັນດາເລຂາທິການໃຫຍ່ລັດຖະສະພາຢູ່ກາພື້ນ ອາຊີ - ປາຊີຟິກ.

        ຕີລາຄາບັນດາຜົນງານເຊິ່ງ ຫວຽດນາມ ບັນລຸໄດ້, ທ່ານ Najib El Khadi ຢືນຢັນວ່າ, ມາຮົກ ຍາມໃດກໍ່ຢາກເຮັດໃຫ້ການພົວພົນຫຼາຍດ້ານໃນທຸກຂົງເຂດກັບ ຫວຽດນາມ ໃຫ້ເລິກເຊິ່ງກວ່າອີກ; ພ້ອມທັງທ່ານເຊື່ອໝັ້ນວ່າ, ດ້ວຍຄວາມມານະພະຍາຍາມລວມຂອງ 2 ຝ່າຍ, ການພົວພັນມິດຕະພາບ, ການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດ, 2 ສະພາແຫ່ງຊາດ ຈະນັບມື້ນັບເຂົ້າສູ່ລວງເລິກ ແລະ ແທດຈິງກວ່າ.

ຕອບກັບ