ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລີ​ມ ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ ຫລີ​ຊຽງ

Chia sẻ
(VOVWORLD) - ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ຈີນ, ຕອນບ່າຍວັນທີ 19 ສິງຫາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ຈີນ ຫລີຊຽງ (Li Qiang).
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລີ​ມ ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ ຫລີ​ຊຽງ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ພົບປະກັບທ່ານນາຍົກລັດຖະມົນຕີ ຈີນ ຫລີຊຽງ (ພາບ: VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫລີຊຽງ ໄດ້ເຫັນດີ ພ້ອມກັນມານະພະຍາຍາມຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ດ້ານເສດຖະກິດ, ສ້າງ “ປະຊາຄົມແບ່ງປັນອະນາຄົດທີ່ມີຄວາມໝາຍຍຸດທະສາດ”ໃຫ້ມີປະສິດທິຜົນ, ນຳການພົວພັນສອງຝ່າຍກ້າວເຂົ້າສູ່ໄລຍະພັດທະນາໃໝ່; ຮັກສາການພົບປະຂັ້ນສູງ ແລະທຸກຂັ້ນເປັນປະຈຳ, ຍູ້ແຮງການພົບປະແລກປ່ຽນ, ການຮ່ວມມືຊ່ອງທາງພັກ, ລັດຖະບານ, ສະພາແຫ່ງຊາດ/ສະພາຜູ້ແທນປະຊາຊົນແຫ່ງຊາດ, ແນວໂຮມປະເທດຊາດ/ສະພາປຶກສາການເມືອງປະຊາຊົນແຫ່ງຊາດ ສອງປະເທດ; ເປີດກວ້າງການຮ່ວມມືໃນບັນດາຂົງເຂດຈຸດສຸມ, ຮັກສາການສົມທົບ, ຮ່ວມມືຢ່າງແຫນ້ນແຟ້ນ ແລະ ສະຫນັບສະຫນູນເຊິ່ງກັນ ແລະກັນໃນບັນດາກົນໄກ, ເວທີປາໄສຫລາຍຝ່າຍ.

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ສະເຫນີ ຝ່າຍຈີນ ສືບຕໍ່ເປີດກວ້າງຕະຫລາດໃຫ້ແກ່ຜະລິດຕະພັນກະເສດທີ່ມີຄຸນນະພາບສູງຂອງຫວຽດນາມ, ຜັນຂະຫຍາຍການປະຕິບັດທົດລອງດ່ານຊາຍແດນອັດສະລິຍະໂດຍໄວ; ຍູ້ແຮງການຮ່ວມມືດ້ານວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ຫັນເປັນສີຂຽວ, ຫັນເປັນດິຈີຕອນ, ກະສິກຳເຕັກໂນໂລຊີສູງ; ຍູ້ແຮງການຮ່ວມມືໃນຂົງເຂດການສຶກສາ, ວັດທະນະທຳ, ທ່ອງທ່ຽວ; ຜັນຂະຫຍາຍປະຕິບັດການຮ່ວມມືກ່ຽວກັບການປ້ອງກັນ, ຕ້ານ, ຫລຸດຜ່ອນໄພທຳມະຊາດ, ກູ້ໄພກູ້ຊີບ ແລະ ຮັບມືຕໍ່ເຫດສຸກເສີນເປັນຢ່າງດີ.

ທ່ານນາຍົກລັດຖະມົນຕີ ຈີນ ຫລີຊຽງ ສະເຫນີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການພົວພັນບ້ານໃກ້ເຮືອນຄຽງມິດຕະພາບ, ຍູ້ແຮງການຮ່ວມມືພົບປະແລກປ່ຽນປະຊາຊົນ ແລະ ລຸ້ນຫນຸ່ມສອງປະເທດ; ຜັນຂະຫຍາຍບັນດາໂຄງການຮັບໃຊ້ການດຳລົງຊີວິດໃຫ້ຊຸມຊົນ ແລະ ການຮ່ວມມືໃນຂົງເຂດການສອນວິຊາຊີບ, ກຽມພ້ອມໃຫ້ແກ່ການເພີ່ມທະວີການຮ່ວມມືຢູ່ບັນດາເວທີປາໄສຫລາຍຝ່າຍ.

ສອງຝ່າຍເຫັນດີພ້ອມກັນຄວບຄຸມ ແລະ ແກ້ໄຂຂໍ້ບໍ່ລົງລອຍກັນໃຫ້ສົມເຫດສົມຜົນ, ຮັກສາສັນຕິພາບ, ສະຖຽນລະພາບບົນທະເລ, ປັບປຸງສະພາບແວດລ້ອມຢ່າງສະດວກໃຫ້ແກ່ການພັດທະນາຂອງແຕ່ລະປະເທດ.

ຕອບກັບ