ປະ​ທານາ​ທິ​ບໍ​ດີ Maldives ສະ​ເໜີ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ

Chia sẻ
(VOVWORLD) - ວັນທີ 9 ກັນຍາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສີລັງກາ ນາງ ຈິ້ງທິເຕິມ ໄດ້ເຂົ້າຍື່ນສານຕາຕັ້ງຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ກັບທ່ານປະທານາທິບໍດີ Maldives, Mohamed Muizzu. 
ປະ​ທານາ​ທິ​ບໍ​ດີ Maldives ສະ​ເໜີ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ - ảnh 1ທ່ານເອກອັກຄະລັດຖະທູດ ນາງ ຈິ້ງທິເຕິມ ເຂົ້າຍື່ນສານຕາຕັ້ງ (ພາບ: TTXVN)

ນະທີ່ນີ້, ທ່ານເອກອັກຄະລັດຖະທູດ ນາງ ຈິ້ງທິເຕິມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສຳຄັນການພົວພັນກັບບັນດາປະເທດ ອາຊີໃຕ້, ໃນນັ້ນ, ມີ Maldives; ຕີລາຄາສູງການພົວພັນມິດຕະພາບອັນດີງາມລະຫວ່າງສອງປະເທດ, ພ້ອມທັງຖືວ່າ ສອງຝ່າຍຍັງມີກຳລັງບົ່ມຊ້ອນຫຼາຍຢ່າງເພື່ອຊຸກຍູ້ການຮ່ວມມືສອງຝ່າຍ, ໂດຍສະເພາະແມ່ນໃນບັນດາຂົງເຂດການທ່ອງທ່ຽວ, ສິນໃນນ້ຳ, ວັດທະນະທຳ, ກິລາກາຍຍະກຳ, ການລົງທຶນ, ການຄ້າ... ທ່ານເອກອັກຄະລັດຖະທູດ ປາດຖະໜາວ່າ Maldives ຈະສືບຕໍ່ສະໜັບສະໜູນ ຫວຽດນາມ ໃນການສະໝັກເລືອກຕັ້ງຢູ່ບັນດາເວທີປາໄສຫຼາຍຝ່າຍ; ຢັ້ງຢືນຈະມານະພະຍາຍາມປະກອບສ່ວນເຂົ້າໃນການປັບປຸງ ແລະ ພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດ; ພ້ອມທັງປາດຖະໜາວ່າ ທ່ານປະທານາທິບໍດີ ແລະ ລັດຖະບານ Maldives ຈະສືບຕໍ່ໜູນຊ່ວຍປະຊາຊົນຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ເຮັດວຽກຢູ່ Maldives.

ສ່ວນທ່ານປະທານາທິບໍດີ Mohamed Muizzu ປາດຖະໜາວ່າ ສອງຝ່າຍຈະເພີ່ມທະວີການຊອກຮູ້, ແລກປ່ຽນບັນດາກາລະໂອກາດ ຊຸກຍູ້ການຮ່ວມມືໃນບັນດາຂົງເຂດ, ເຊັ່ນ: ການສຶກສາ, ກະສິກຳ, ສິນໃນນ້ຳ..., ພ້ອມທັງພິຈາລະນາການລົງນາມໃນເອກະສານສະບັບຕ່າງໆເພື່ອສ້າງພື້ນຖານຊຸກຍູ້ການຮ່ວມມື, ໃນນັ້ນ ມີເລື່ອງ ຫວຽດນາມ ມີນະໂຍບາຍວິຊາບຸລິມະສິດໃຫ້ແກ່ພົນລະເມືອງ Maldives.

ຕອບກັບ