ຊ່ອງ Discovery ນຳການປະຕິວັດເຕັກໂນໂລຊີດິຈິຕອນຂອງຫວຽດນາມອອກສູ່ໂລກ

Chia sẻ
(VOVWORLD) -ໃນວັນທີ 16 ກັນຍາ, ຊ່ອງໂທລະພາບ Discovery ທີ່ມີຊື່ສຽງຂອງ ອາເມລິກາ  ໄດ້ອອກອາກາດຮູບເງົາເອກະສານ “Silicon Delta - ການປະຕິວັດພັດທະນາເຕັກໂນໂລຢີດິຈິຕອນ ຂອງຫວຽດນາມ” ກ່ຽວກັບການຫັນປ່ຽນຂອງ ຫວຽດນາມ ດ້ວຍບັນດາການປະກອບສ່ວນ ສໍາຄັນຂຈອງຂະແໜງເຕັກໂນໂລຢີຂໍ້ມູນຂ່າວສານ . ຮູບເງົາໄດ້ອອກອາກາດຢູ່ອາຊີຕາເວັນອອກສ່ຽງໃຕ້, ເຢຍລະມັນ, ຍີ່ປຸ່ນ, ແລະອອກອາກາດເປັນ 10 ພາສາ, ໃນນັ້ນມີພາສາອັງກິດ, ຍີ່ປຸ່ນ, ເຍຍລະມັນ, ເກົາຫຼີ, ຫວຽດນາມ ...
ຊ່ອງ Discovery ນຳການປະຕິວັດເຕັກໂນໂລຊີດິຈິຕອນຂອງຫວຽດນາມອອກສູ່ໂລກ - ảnh 1ຮູບເງົາຖືກຈັດເປັນ 3 ພາກ ຊຶ່ງໄດ້ພັນລະນາຢ່າງຈະແຈ້ງກ່ຽວກັບແຕ່ລະບາດກ້າວຂະຫຍາຍຕົວຂອງການປະຕິວັດເຕັກໂນໂລຊີດີຈີຕອນ ຫວຽດນາມ

    ຮູບເງົາເອກະສານມີຄວາມຍາວກວ່າ 20 ນາທີ ແລະ ເລົ່າເຖິງການປະຕິວັດເຕັກໂນໂລຢີດີຈີຕອນ ຂອງຫວຽດນາມ. ຈາກປະເທດທີ່ບໍ່ມີຊື່ຢູ່ໃນແຜນທີ່ ເຕັກໂນໂລຢີດິຈິຕອລຂອງໂລກ, ຜ່ານຜ່າສິ່ງທ້າທາຍ ຕ່າງໆ, ຫວຽດນາມ ກາຍເປັນໜຶ່ງໃນບັນດາພື້ນຖານ ເສດຖະກິດດີຈີຕອນແຖວໜ້າຂອງອາຊີ ແລະ ພວມມີຈຸດທີ່ຕັ້ງເໝາະສົມເພື່ອນຳໜ້າການປະຕິວັດ ເຕັກໂນໂລຢີໃໝ່ ກໍ່ຄືກາຍເປັນສູນກາງແຫຼ່ງກຳລັງ ເຕັກໂນໂລຢີຂອງໂລກ.

     ທ່ານ ປ.ອ ເຈືອງຢາບິ່ງ, ຜູ້ກໍ່ຕັ້ງ, ປະທານກຸ່ມບໍລິສັດ FPT ເນັ້ນໜັກວ່າ 2 ທົດສະວັດຜ່ານມາ, ບໍ່ມີໃຜຄິດວ່າ ຫວຽດນາມ ຈະພັດທະນາຊອບແວໃຫ້ໂລກ. FPT ແລະ ບັນດາວິສາຫະກິດ IT ໄດ້ສ້າງຝູງນົກຫວຽດນາມ ບິນໄປທົ່ວໂລກ, ຢືນຢັນທີ່ຕັ້ງຂອງ ຫວຽດນາມ ໃນແຜນທີ່ເຕັກໂນໂລຢີດີຈີຕອນໂລກ. ປະຈຸບັນ, ຫວຽດນາມມີວິສະວະກອນ IT 1 ລ້ານຄົນ, ໃນນັ້ນ ເຄິ່ງໜຶ່ງແມ່ນນັກສ້າງໂປຣແກຣມ. ຖ້າຫາກພວກເຮົາສາມາດສຸມໃສ່ບັນດາແຫຼ່ງກຳລັງໃນຂົງເຂດເຕັກໂນໂລຊີ ແລະ ປັນຍາປະດິດ, ຫວຽດນາມ ບໍ່ພຽງແຕ່ສາມາດຕອບສະໜອງຄວາມຕ້ອງການພາຍໃນປະເທດເທົ່ານັ້ນ ຫາກຍັງສະໜອງໃຫ້ທົ່ວໂລກອີກດ້ວຍ.

ຕອບກັບ