ໄຂ​ກອງ​ປະ​ຊຸ​ມ​ເທື່ອ​ທີ 37 ຂອງ ຄະ​ນະ​ປະ​ຈຳສະ​ພາ​ແຫ່ງ​ຊາດ

Chia sẻ
(VOVWORLD) - ຕອນເຊົ້າວັນທີ 12 ກັນຍາ, ຢູ່ຫ້ອງປະຊຸມເຕິນຈ່າວ, ຫໍສະພາແຫ່ງຊາດ, ຮ່າໂນ້ຍ ຈະໄຂກອງປະຊຸມເທື່ອທີ 37 ຂອງຄະນະປະຈຳສະພາແຫ່ງຊາດ. 
ໄຂ​ກອງ​ປະ​ຊຸ​ມ​ເທື່ອ​ທີ 37 ຂອງ ຄະ​ນະ​ປະ​ຈຳສະ​ພາ​ແຫ່ງ​ຊາດ - ảnh 1ວາລະໄຂກອງປະຊຸມ (ພາບ: daibieunhandan.vn)

ຕາມການຄາດຄະເນ, ກອງປະຊຸມເທື່ອທີ 37 ໄດ້ແບ່ງອອກເປັນ 2 ຄັ້ງ (ຄັ້ງທີ 1 ແຕ່ວັນທີ 12 ຫາຕອນເຊົ້າວັນທີ 13 ກັນຍາ; ຄັ້ງທີ 2 ແຕ່ວັນທີ 23 ຫາວັນທີ 26 ກັນຍາ). ໃນກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ຈະແບ່ງເວລາສ່ວນຫຼາຍເພື່ອປະກອບຄຳເຫັນກ່ຽວກັບບັນດາຮ່າງກົດໝາຍສະບັບຕ່າງໆຄື: ກົດໝາຍວ່າດ້ວຍພາສີສານເຄມີ (ສະບັບປັບປຸງ); ກົດໝາຍວ່າດ້ວຍການຈຳໜ່າຍພິເສດ; ກົດໝາຍວ່າດ້ວອາກອນລາຍຮັບວິສາຫະກິດ (ສະບັບປັບປຸງ); ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການໂຄສະນາ; ກົດໝາຍວ່າດ້ວຍວຽກເຮັດງານທຳ (ສະບັບປັບປຸງ); ກົດໝາຍວ່າດ້ວຍການສຳເນົາເອກະສານ; ກົດໝາຍວ່າດ້ວຍການຄຸ້ມຄອງ ແລະ ການລົງທຶນດ້ວຍທຶນຂອງລັດວິສາຫະກິດ.

ກ່ຽວກັບວຽກງານຕິດຕາມກວດກາ, ຄະນະປະຈຳສະພາແຫ່ງຊາດຈະພິຈາລະນາ, ປະກອບຄຳເຫັນຕໍ່ບັນດາບົດລາຍງານຂອງລັດຖະບານກ່ຽວກັບສະພາບການປະຕິບັດລັດຖະທຳມະນູນ, ກົດໝາຍ, ມະຕິຂອງສະພາແຫ່ງຊາດ; ບົດລາຍງານວຽກງານປະຊາຊົນຮ້ອງຂໍຄວາມເປັນທຳຂອງສະພາແຫ່ງຊາດເດືອນ ສິງຫາ 2024... ພ້ອມດ້ວຍຫຼາຍບົດລາຍງານສຳຄັນອື່ນໆ.

ໃນກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ຈະພິຈາລະນາ, ໃຫ້ສັດຕະຍາບັນຂໍ້ສະເໜີຂອງນາຍົກລັດຖະມົນຕີກ່ຽວກັບການແຕ່ງຕັ້ງເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ.

ຕອບກັບ