ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ທ່ານ​ປະ​ທານ​ກຸ່ມ​ບໍ​ລິ​ສັດ Mitsui, ຍີ່​ປຸ່ນ

Chia sẻ
(VOVWORLD) - ຢູ່ ຫວຽດນາມ, ກຸ່ມບໍລິສັດ Mitsui  ມີ 22 ໂຄງການລົງທຶນໃນບັນດາຂົງເຂດທີ່ແຕກຕ່າງກັນ, ໃນນັ້ນ ພົ້ນເດັ່ນແມ່ນບັນດາຂົງເຂດກ່ຽວກັບຊັບພະຍາກອນບໍ່ແຮ່, ພະລັງງານ, ອຸປະກອນ ແລະ ຕ່ຳແຜ່ນຕັດຫຍິບ, ດ້ວຍຍອດເງິນລົງທຶນປະມານ 1 ຕື້ USD, ໃນນັ້ນ, ລະບົບໂຄງການ ໄຟຟ້າ - ອາຍແກັດ Block B ແມ່ນກວ່າ 700 ລ້ານ USD. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ທ່ານ​ປະ​ທານ​ກຸ່ມ​ບໍ​ລິ​ສັດ Mitsui, ຍີ່​ປຸ່ນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານປະທານກຸ່ມບໍລິສັດ Mitsui, ຍີ່ປຸ່ນ Tatsuo Yasunaga (ພາບ: TTXVN)

ຕອນບ່າຍວັນທີ 11 ກັນຍາ, ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ, ໃນການຕ້ອນຮັບທ່ານ Tatsuo Yasunaga ປະທານກຸ່ມບໍລິສັດ Mitsui & Co ຂອງ ຍີ່ປຸ່ນ ພ້ອມດ້ວຍຄະນະການນຳຂອງກຸ່ມບໍລິສັດ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ ກຸ່ມບໍລິສັດ ຍູ້ໄວຄວາມຄືບໜ້າການຜັນຂະຫຍາຍລະບົບໂຄງການ ໄຟຟ້າ - ອາຍແກັດ Block B; ເປີດກວ້າງການຮ່ວມມື, ລົງທຶນຕື່ມໃນບັນດາຂົງເຂດລົງທຶນອື່ນຢູ່ ຫວຽດນາມ, ໂດຍສະເພາະແມ່ນພັດທະນາໄຟຟ້າແຮງລົມຢູ່ນອກຝັ່ງ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາໜູນຊ່ວຍ, ສ້າງທຸກເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ຍີ່ປຸ່ນ ເວົ້າລວມ ແລະ Mitsui ເວົ້າສະເພາະ ຜັນຂະຫຍາຍການເຄື່ອນໄຫວລົງທຶນດຳເນີນທຸລະກິດທີ່ມີປະສິດທິຜົນ ແລະ ຍືນຍົງຢູ່ ຫວຽດນາມ.

        ສ່ວນທ່ານປະທານ Tatsuo Yasunaga ໃຫ້ຮູ້ວ່າ ຢູ່ ຫວຽດນາມ, ກຸ່ມບໍລິສັດ Mitsui  ມີ 22 ໂຄງການລົງທຶນໃນບັນດາຂົງເຂດທີ່ແຕກຕ່າງກັນ, ໃນນັ້ນ ພົ້ນເດັ່ນແມ່ນບັນດາຂົງເຂດກ່ຽວກັບຊັບພະຍາກອນບໍ່ແຮ່, ພະລັງງານ, ອຸປະກອນ ແລະ ຕ່ຳແຜ່ນຕັດຫຍິບ, ດ້ວຍຍອດເງິນລົງທຶນປະມານ 1 ຕື້ USD, ໃນນັ້ນ, ລະບົບໂຄງການ ໄຟຟ້າ - ອາຍແກັດ Block B ແມ່ນກວ່າ 700 ລ້ານ USD. ທ່ານປະທານກຸ່ມບໍລິສັດ Mitsui ປາດຖະໜາວ່າ ຫວຽດນາມ ຈະໜູນຊ່ວຍກຸ່ມບໍລິສັດເປີດກວ້າງການລົງທຶນ, ດຳເນີນທຸລະກິດໄປຍັງບັນດາຂົງເຂດອື່ນຢູ່ ຫວຽດນາມ, ເຊັ່ນ: ການປູກຝັງລ້ຽງສັດ, ການປຸງແຕ່ງ, ການສົ່ງອອກສິນໃນນ້ຳ; ການຜະລິດ, ສົ່ງອອກຂີ້ເລື່ອຍອັດກ້ອນ; ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ແລະ ການຮ່ວມມືແຮງງານ ຫວຽດນາມ - ຍີ່ປຸ່ນ.

ຕອບກັບ