ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ ພົບ​ປະ​ກັບ​ນັກ​ຮົບ​ເກົ່າ, ອະ​ດີດທະ​ຫານ​ອາ​ສາ​ສະ​ໝັກ, ນັກ​ຊ່ຽວ​ຊານ​ຫວຽດ​ນາມ, ນັກ​ສຶກ​ສາ​ຫວຽດ​ນາມ ຢູ່​ລາວ

Chia sẻ
(VOVWORLD) - ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ຢັ້ງຢືນວ່າ ໃນທຸກສະໜາມຮົບຢູ່ລາວ ລ້ວນແຕ່ມີຮ່ອງຮອຍຂອງນັກຮົບລາວ ແລະ ຫວຽດນາມ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ ພົບ​ປະ​ກັບ​ນັກ​ຮົບ​ເກົ່າ, ອະ​ດີດທະ​ຫານ​ອາ​ສາ​ສະ​ໝັກ, ນັກ​ຊ່ຽວ​ຊານ​ຫວຽດ​ນາມ, ນັກ​ສຶກ​ສາ​ຫວຽດ​ນາມ ຢູ່​ລາວ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ກ່າວຄຳເຫັນທີ່ການພົບປະ

ຕອນບ່າຍວັນທີ 11 ກັນຍາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດໄດ້ພົບປະກັບນັກຮົບເກົ່າ, ອະດີດທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ, ນັກສຶກສາຫວຽດນາມ ຢູ່ລາວ ແລະ ໄວໜຸ່ມສອງປະເທດ ຫວຽດນາມ - ລາວ. ໂດຍມີທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ການນຳຂັ້ນສູງພັກ, ລັດ ຫວຽດນາມ- ລາວ, ຜູ້ຕາງໜ້າໃຫ້ແກ່ທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ຢູ່ລາວ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແລະ ຊາວໜຸ່ມສອງປະເທດໄດ້ເຂົ້າຮ່ວມການພົບປະ.

ນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ຢັ້ງຢືນການພົວພັນ ຫວຽດນາມ - ລາວ ໄດ້ກາຍເປັນສັນຍາລັກ ມີໜຶ່ງບໍ່ມີສອງຂອງນ້ຳໃຈສາມັກຄີສາກົນ, ແມ່ນຊັບສິນອັນລ້ຳຄ່າລວມຂອງສອງຊາດ, ໄດ້ສ້າງຕັ້ງຂຶ້ນຈາກ 4 ນ້ຳໃຈນັ້ນແມ່ນ: “ນ້ຳໃຈສະຫາຍ, ນ້ຳໃຈສາມັກຄີ, ນ້ຳໃຈອ້າຍນ້ອງ ແລະ ນ້ຳໃຈເພື່ອນມິດ.”

ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ຢັ້ງຢືນວ່າ ໃນທຸກສະໜາມຮົບຢູ່ລາວ ລ້ວນແຕ່ມີຮ່ອງຮອຍຂອງນັກຮົບລາວ ແລະ ຫວຽດນາມ; ຍາມໃດກໍ່ຈົດຈຳບັນດາຮູບພາບທີ່ເຕັມໄປດ້ວຍຄວາມປະທັບໃຈ ໃນປະຫວັດສາດກ່ຽວກັບບັນດານັກຮົບຂອງສອງປະເທດ ທີ່ໄດ້ຮຽງບ່າຮຽງໄຫຼ່, ເພື່ອນຳເອົາເອກະລາດ, ເສລີພາບມາໃຫ້ຊົນຊາດ ແລະ  ຄວາມອີ່ມໜຳສຳລານສົມບູນພູມສຸກມາໃຫ້ປະຊາຊົນສອງປະເທດ.

ຕອບກັບ