ທ່ານນາຍົກລັດຖະມົນຕີເຊັນຂໍ້ຕົກລົງກ່ຽວກັບພາລະບົດບາດຂອງກົມໃຫຍ່ທະເລ,ໝູ່ເກາະຫວຽດນາມ

Chia sẻ

(vovworld)- ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງ ຫາກໍເຊັນຂໍ້ຕົກລົງ ກຳນົດພາລະບົດບາດ, ຫນ້າທີ່, ສິດອຳນາດ ແລະ ໂຄງປະກອບການຈັດຕັ້ງຂອງກົມໃຫຍ່ທະ​ເລ

ທ່ານນາຍົກລັດຖະມົນຕີເຊັນຂໍ້ຕົກລົງກ່ຽວກັບພາລະບົດບາດຂອງກົມໃຫຍ່ທະເລ,ໝູ່ເກາະຫວຽດນາມ - ảnh 1
ພາບປະກອບ


(vovworld)- ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງ ຫາກໍເຊັນຂໍ້ຕົກລົງ ກຳນົດພາລະບົດບາດ, ຫນ້າທີ່, ສິດອຳນາດ ແລະ ໂຄງປະກອບການຈັດຕັ້ງຂອງກົມໃຫຍ່ທະ​ເລ, ໝູ່​ເກາະ ຫວຽດນາມ ສັງກັດ​ກະຊວງ​ຊັບພະຍາກອນ ​ແລະ ສິ່​ງ​ແວດ​ລ້ອມ. ກົມ​​ໃຫຍ່ ທະ​ເລ,ໝູ່​ເກາະ ຫວຽດນາມ ມີຫນ້າ​ທີ່: ຄົ້ນ​ຄ້ວາ, ຮຽບຮຽງ​ບັນດາ​ເອກະສານ​ນິຕິ​ກຳ, ຍຸດ​ທະ​ສາດ, ການວາງ​ແຜນ​ກຳນົດ, ບັນດາ​ໂຄງການ, ​ແຜ​ນຮ່າງ ​ແລະ ກິດຈະກຳ​ສຳຄັນ​ແຫ່ງ​ຊາດ ຮັບ​ໃຊ້​ການ​ຄຸ້ມ​ຄອງ​ລັດ ​ແລະ ​ເອກະ​ພາບ​ກ່ຽວ​ກັບ​ທະ​ເລ ​ແລະ ໝູ່​ເກາະ. ​ເຂົ້າ​ຮ່ວມ​ການ​ສ້າງ​ຍຸດ​ທະ​ສາດ, ນະ​ໂຍບາຍ,​​ແຜ​ນຮ່າງ ກ່ຽວ​ກັບ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ການ​ທູດ​ກ່ຽວຂ້ອງ​ເຖິງ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ອະທິປະ​ໄຕ, ສິດ​ອະທິ​ປະ​ໄຕ ​ແລະ ອຳນາດ​ສານ​ແຫ່ງ​ຊາດ​ຂອງ​ຫວຽດນາມ ຢູ່​ທະ​ເລ, ໝູ່​ເກາະ.