ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ສົ່ງຈົດ​ໝາ​ຍ​ຊົມ​ເຊີຍ​ການ​ກະ​ທຳທີ່​ກ້າ​ຫານ ເພື່ອ​ກູ້​ເອົາ​ຊີ​ວິດ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ ໃນ​ເຫດ​ອັກ​ຄີ​ໄພຢູ່​ຮ່າ​ໂນ້ຍ

Chia sẻ
(VOVWORLD) -  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຫາກໍຝາກສົ່ງໝາຍຊົມເຊີຍການກະທຳອັນກ້າຫານກູ້ເອົາຊີວິດຜູ້ປະສົບເຄາະຮ້າຍທີ່ຕິດຄ້າງໃນເຮືອທີ່ເກີດເຫດໄຟໄໝ້ຢູ່ຖະໜົນ ຈູງກິງ, ເມືອງເກົ່າເຢີຍ, ນະຄອນ ຮ່າໂນ້ຍ. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ສົ່ງຈົດ​ໝາ​ຍ​ຊົມ​ເຊີຍ​ການ​ກະ​ທຳທີ່​ກ້າ​ຫານ ເພື່ອ​ກູ້​ເອົາ​ຊີ​ວິດ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ ໃນ​ເຫດ​ອັກ​ຄີ​ໄພຢູ່​ຮ່າ​ໂນ້ຍ - ảnh 1ທ່ານນາຍົກລັດຖະມົນຕີ ໄດ້ຮັບຮູ້, ຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍການກະທຳທີ່ສະຫຼາດຫຼັກແຫຼມ, ກ້າຫານຂອງ 4 ຄົນທີ່ມີຄວາມກ້າຫານ ບໍ່ຫວາດຫວັ່ນຕໍ່ຄວາມອັນຕະລາຍ ກູ້ເອົາຊີວິດຜູ້ປະສົບເຄາະຮ້າຍ  (ພາບ: chinhphu.vn)

ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີ ໄດ້ຂຽນວ່າ: ເຫດໄຟໄໝ້ທີ່ເກີດຂຶ້ນຢູ່ຖະໜົນ ຈູງກິງ, ເທດສະບານ ຈູງຮວ່າ, ເມືອງ ເກົ່າເຢີຍ, ນະຄອນ ຮ່າໂນ້ຍ ທີ່ຜ່ານມານັ້ນ ແມ່ນອຸບັດຕິເຫດທີ່ຮ້າຍແຮງ, ເຮັດໃຫ້ມີຜູ້ເສຍຊີວິດ 14 ຄົນ. ໃນຂະນະເກີດເຫດ, ອ້າຍ ຟ້າມກວັກລວດ, ຫງວຽນກິມລອງ, ຮວ່າງແອັງຕວັນ, ດົ່ງວັນຕວນ ໄດ້ມີຄວາມກ້າຫານ ບໍ່ຫວາດຫວັ່ນຕໍ່ຄວາມອັນຕະລາຍ, ໃຊ້ຂັ້ນໄດປິນຂຶ້ນຊັ້ນເທິງສູງ ແລະ ໃຊ້ຄ້ອນຕີໃຫຍ່ເພື່ອທຸບມ້າງຝາເຮືອນ, ອັນໄດ້ຊ່ວຍກູ້ເອົາຊີວິດຂອງຜູ້ປະສົບເຄາະຮ້າຍຈຳນວນໜຶ່ງໃນເຫດໄຟໄໝ້ດັ່ງກ່າວ.

              ໂດຍຕາງໜ້າລັດຖະບານ, ທ່ານນາຍົກລັດຖະມົນຕີ ໄດ້ຮັບຮູ້, ຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍການກະທຳທີ່ສະຫຼາດຫຼັກແຫຼມ, ກ້າຫານຂອງ 4 ຄົນດັ່ງກ່າວ. ນີ້ແມ່ນແບບຢ່າງອັນໃສແຈ້ງກ່ຽວກັບນ້ຳໃຈອົງອາດກ້າຫານ, ເອື້ອເຟື້ອເພື່ອແຜ່ຂອງຊາວ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ໄດ້ສະເໜີກະຊວງຕຳຫຼວດ, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ແລະ ບັນດາອົງການທີ່ກ່ຽວຂ້ອງມີລະບອບນະໂຍບາຍ, ຮູບແບບຍ້ອງຍໍຊົມເຊີຍຢ່າງເໝາະສົມ ສຳລັບພົນລະເມືອງຜູ້ທີ່ມີຜົນງານດີເດັ່ນໃນການກູ້ເອົາຊີວິດຜູ້ປະສົບເຄາະຮ້າຍໃນເຫດໄຟໄໝ້ດັ່ງກ່າວ.


ຕອບກັບ