ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຈິ່ນ​ແທັງ​ເໝິນ ຕ້ອນ​ຮັບ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ອຸ​ປະ​ທູດ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ EU ປະ​ຈຳ ຮ່າ​ໂນ້ຍ

Chia sẻ
(VOVWORLD) -  ຕອນບ່າຍວັນທີ 17 ມິຖຸນາດ ຢູ່ຫໍສະພາແຫ່ງຊາດ (ຮ່າໂນ້ຍ), ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ສະຫະພາບເອີຣົບ (EU) ແລະ ເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດ ສະມາຊິກ EU ປະຈຳ ຮ່າໂນ້ຍ.
ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຈິ່ນ​ແທັງ​ເໝິນ ຕ້ອນ​ຮັບ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ອຸ​ປະ​ທູດ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ EU ປະ​ຈຳ ຮ່າ​ໂນ້ຍ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ຖ່າຍຮູບເປັນທີ່ລະນຶກກັບບັນດາເອກອັກຄະລັດຖະທູດ ແລະ ອຸປະທູດ (ພາບ: VOV)

ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ຢັ້ງຢືນວ່າ ການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາເອີຣົບ (EP) ພວມພັດທະນາຢ່າງດີງາມ, ຕັ້ງໜ້າ. ໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ປາດຖະໜາວ່າ ບັນດາເອກອັກຄະລັດຖະທູດ, ອຸປະທູດ ຈະເພີ່ມທະວີການແລກປ່ຽນ, ພົບປະ, ສົມທົບກັບບັນດາກຸ່ມສະມາຊິກລັດຖະສະພາມິດຕະພາບຂອງສະພາແຫ່ງຊາດ ຫວຽດນາມ, ຜ່ານນັ້ນ ຊຸກຍູ້ການຮ່ວມມືສອງຝ່າຍໃນບັນດາຂົງເຂດ, ສືບຕໍ່ເສີມຂະຫຍາຍບັນດາກົນໄກຮ່ວມມື, ເຈລະຈາທີ່ມີແລ້ວໃຫ້ມີປະສິດທິຜົນ, ໂດຍສະເພາະແມ່ນໃນຊ່ອງການຮ່ວມມືລັດຖະສະພາ, ແນໃສ່ເສີມຂະຫຍາຍສັນຍາຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ ຫວຽດນາມ - EU, ສັນຍາການຄ້າເສລີ ຫວຽດນາມ - EU (EVFTA) ໃຫ້ເປັນຢ່າງດີ, ຊຸກຍູ້ລັດຖະສະພາ 9 ປະເທດສະມາຊິກ EU ທີ່ຍັງເຫຼືອ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນໂດຍໄວ ເພື່ອໃຫ້ການຄ້າ - ການລົງທຶນ (EVIPA) ສອງຝ່າຍພັດທະນາຢ່າງແຮງ.

        ສ່ວນທ່ານເອກອັກຄະລັດຖະທູດ EU ປະຈຳ ຫວຽດນາມ Julien Guerrier ເນັ້ນໜັກວ່າ ການພົວພັນລະຫວ່າງ ຫວຽດນາມ - EU ຍັງມີກຳລັງບົ່ມຊ້ອນຫຼາຍຢ່າງເພື່ອຮ່ວມມືກັນໃນໄລຍະຈະມາເຖິງ. ໃນຂະນະນັ້ນ, ບັນດາເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດ EU ຕີລາຄາສູງບົດບາດ, ທີ່ຕັ້ງທີ່ນັບມື້ນັບສຳຄັນຂອງ ຫວຽດນາມ ຢູ່ພາກພື້ນ ແລະ ໃນທົ່ວໂລກ, ກໍຄືບັນດາຜົນງານຂອງ ຫວຽດນາມ ໃນການຮັບປະກັນປະຕິບັດສິດທິມະນຸດ, ບັນດາສິດທີ່ກ່ຽວຂ້ອງເຖິງເດັກ ແລະ ແມ່ຍິງ.

ເລຕວຽດ

ຕອບກັບ