ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຈີນ

Chia sẻ
(VOVWORLD) - ການນຳສອງທ່ານໄດ້ເຫັນດີເປັນເອກະພາບສືບຕໍ່ຫັນຄວາມຮັບຮູ້ລວມຂັ້ນສູງເປັນລະອຽດ, ເປັນຕົ້ນແມ່ນຖະແຫຼງການຮ່ວມ ຫວຽດນາມ - ຈີນກ່ຽວກັບການສືບຕໍ່ ຍົກລະດັບ ແລະ ເຮັດໃຫ້ ຄູ່ຮ່ວມມືຍຸດທະສາດຮອບດ້ານ ເປັນເລິກເຊິ່ງ, ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຈີນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບ ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ (ພາບ: TTXVN)

ໃນຂອບເຂດການເດີນທາງໄປປະຕິບັດງານເຂົ້າຮ່ວມກອງປະຊຸມປະຈຳປີ ບັນດາຜູ້ນຳໜ້າຄັ້ງທີ 15 ຂອງເວທີປາໄສເສດຖະກິດໂລກ (WEF) ຢູ່ຕະຫຼຽນ ແລະ ເຮັດວຽກຢູ່ຈີນ (25 – 27 ມິຖຸນາ), ວັນທີ 26 ມິຖຸນາ, ຢູ່ປັກກິ່ງ, ຈີນ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບ ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ.

ທີ່ການພົບປະ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບສືບຕໍ່ຫັນຄວາມຮັບຮູ້ລວມຂັ້ນສູງເປັນລະອຽດ, ເປັນຕົ້ນແມ່ນຖະແຫຼງການຮ່ວມ ຫວຽດນາມ - ຈີນກ່ຽວກັບການສືບຕໍ່ ຍົກລະດັບ ແລະ ເຮັດໃຫ້ ຄູ່ຮ່ວມມືຍຸດທະສາດຮອບດ້ານ ເປັນເລິກເຊິ່ງ, ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີສອງຝ່າຍຍູ້ແຮງການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມ, ເປັນຕົ້ນແມ່ນການຮ່ວມມືເຊື່ອມຕໍ່ເສັ້ນທາງລົດໄຟ, ທາງບົກ, ດ່ານຊາຍແດນ; ທ່ານສະແດງຄວາມຊົມເຊີຍ ຈີນທີ່ໄດ້ເພີ່ມທະວີການລົງທຶນມີຄຸນນະພາບເຂົ້າ ຫວຽດນາມ. ທ່ານຟ້າມມິງຈິງ ສະເໜີ ຈີນ ສ້າງເງື່ອນໄຂໃຫ້ແກ່ຜະລິດຕະພັນກະເສດຂອງ ຫວຽດນາມ ເຂົ້າໄປຍັງຕະຫຼາດຈີນ…

ສ່ວນທ່ານ ສີຈິ້ນຜິງ ໄດ້ຢັ້ງຢືນວ່າ ຈີນ ປາດຖະໜາຢາກເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວໃຫ້ຫຼາຍກ່ວາອີກ; ທ່ານຢັ້ງຢືນ ຈີນ ພ້ອມແລ້ວທີ່ຈະເປີດກວ້າງການນຳເຂົ້າສິນຄ້າ ທີ່ມີຄຸນນະພາບສູງຂອງ ຫວຽດນາມ, ສະໜັບສະໜູນວິສາຫະກິດ ຈີນ ເພີ່ມທະວີການລົງທຶນ ເຂົ້າ ຫວຽດນາມ, ພິເສດແມ່ນໃນບັນດາຂົງເຂດເຕັກໂນໂລຢີສູງ, ຂະແໜງອາຊີບທີ່ຫາກໍ່ພົ້ນເດັ່ນຂຶ້ນ.

ຕອບກັບ