ນັກ​ກິ​ລາ ເຈິ່ນ​ດຶກ​ມິງ ຄ​ວ້າໄດ້​ແຊັມ World Cup ສະ​ໜຸກ​ເກີ - ບີ​ລຽດ carom 3

Chia sẻ
(VOVWORLD) - ມ່ນຄັ້ງທຳອິດທີ່ ເຈິ່ນດຶກມິງ ຍາດໄດ້ແຊັມ World Cup ແລະ ລາວກໍເປັນຜູ້ທີ 2 ຂອງ ຫວຽດນາມ ທີ່ຍາດໄດ້ລາງວັນອັນສູງສົ່ງດັ່ງກ່າວ.

ເຈິ່ນດຶກມິງ ຍາດໄດ້ແຊັມ World Cup ສະໜຸກເກີ - ບີລຽດ carom 3 ພາຍຫຼັງເອົາຊະນະຄູ່ແຂ່ງອັນດັບໜຶ່ງຂອງ ສ.ເກົາຫຼີ Kim Tae – jun. ນັກກິລາຂອງ ຫວຽດນາມ ຍາດໄດ້ຊະນະດ້ວຍຄະແນນ 50 – 46 ພາຍຫຼັງແຂ່ງຂັນ 23 ຄັ້ງ ແລະ ຍາດໄດ້ແຊັມ World Cup ສະໜຸກເກີ - ບີລຽດ carom 3 ນະຄອນ ໂຮ່ຈີມິນ 2024.

            ນີ້ແມ່ນຄັ້ງທຳອິດທີ່ ເຈິ່ນດຶກມິງ ຍາດໄດ້ແຊັມ World Cup ແລະ ລາວກໍເປັນຜູ້ທີ 2 ຂອງ ຫວຽດນາມ ທີ່ຍາດໄດ້ລາງວັນອັນສູງສົ່ງດັ່ງກ່າວ.

              World Cup ສະໜຸກເກີ - ບີລຽດ carom 3 ນະຄອນ ໂຮ່ຈີມິນ ແມ່ນໜຶ່ງໃນບັນດາການແຂ່ງຂັນ ໂດຍສະຫະພັນ ບີລຽດ  ແລະ ສະນຸກເກີ ໂລກ (UMB) ຈັດຂຶ້ນເປັນປະຈຳໃນຫຼາຍປີຜ່ານມາ. ລາງວັນປີນີ້ ໄດ້ດຶງດູດການເຂົ້າຮ່ວມຂອງນັກກິລາ 149 ຄົນ ທີ່ມາຈາກ 19 ປະເທດໃນໂລກ. ໃນນັ້ນ, ປະເທດເຈົ້າພາບ ຫວຽດນາມ ມີກວ່າ 20 ຄົນ.


ຕອບກັບ