ບັ້ນ​ເຄື່ອນ​ໄຫວ​ອາ​ສາ​ສະ​ໝັກ “​ເຄື່ອນ​ທັບ​ສີ​ຂຽວ” ຮ່ວມ​ແຮງ​ຮ່ວມ​ໃຈ​ຍົກ​ເລີກ​ບັດ​ເຫຼືອງ​ສຳ​ລັບ​ສິນ​ໃນ​ນໍ​້າ

Chia sẻ
(VOVWORLD) - ຮ່ວມເດີນທາງ ແລະ ໂຄສະນາເຖິງຊາວປະມົງກ່ຽວກັບຂໍ້ກຳນົດຕ້ານການຂຸດຄົ້ນສິນໃນນໍ້າຢ່າງຜິດກົດໝາຍ, ບໍ່ລາຍງານ, ບໍ່ປະຕິບັດຕາມຂໍ້ກຳນົດ ແລະ ພັດທະນາຂະແໜງສິນໃນນ້ຳແບບຍືນຍົງ” ນັ້ນ ແມ່ນຫົວຂໍ້ຂອງບັ້ນເຄື່ອນໄຫວ “ເຄື່ອນທັບສີຂຽວ” ປີ 2024. 

ລາຍການດັ່ງກ່າວໂດຍ ຄະນະຊາວໜຸ່ມຮາກຖານ ກອງທະຫານເຮືອ 129 ກອງທັບເຮືອ ສົມທົບກັບຄະນະຊາວໜຸ່ມ ແຂວງ ບ່າເຣ້ຍ - ຫວູງເຕົ່າ ຈັດຂຶ້ນ ຢູ່ເທດສະບານເມືອງ ລອງຫາຍ, ເມືອງ ລອງດ່ຽນ ໃນຕອນບ່າຍວັນທີ 26 ພຶດສະພາ.

ບັ້ນ​ເຄື່ອນ​ໄຫວ​ອາ​ສາ​ສະ​ໝັກ “​ເຄື່ອນ​ທັບ​ສີ​ຂຽວ” ຮ່ວມ​ແຮງ​ຮ່ວມ​ໃຈ​ຍົກ​ເລີກ​ບັດ​ເຫຼືອງ​ສຳ​ລັບ​ສິນ​ໃນ​ນໍ​້າ - ảnh 1ສະມຊິກຊາວໜຸ່ມ ກອງທະຫານເຮືອ 129 ເກັບຂີ້ເຫຍື້ອຢູ່ແຄມທະເລ (ພາບ: VOV)
ນີ້ແມ່ນການເຄື່ອນໄຫວເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້, ຄວາມຮັບຜິດຊອບ, ຄວາມຕັດສິນໃຈ ພ້ອມກັບບັນດາກຳລັງເຈົ້າໜ້າທີ່ທີ່ມີຄວາມຮັບຜິດຊອບ ແລະ ອຳນາດການປົກຄອງທ້ອງຖິ່ນ ຍົກເລີກ “ບັດເຫຼືອງ” ຂອງຄະນະກຳມະການເອີຣົບ (EC) ສຳລັບສິນໃນນ້ຳຂອງ ຫວຽດນາມ. ທີ່ພິທີ, ທ່ານພົນໂທ ຟານດິ່ງຮວ່າງ, ຮອງເລຂາຄະນະຊາວໜຸ່ມຂັ້ນຮາກຖານ ກອງທະຫານເຮືອ 129 ໃຫ້ຮູ້ວ່າ:

    "ສະມາຊິກຊາວໜຸ່ມ ກອງທະຫານເຮືອ 129 ໄດ້ເຊື່ອມຊຶມຢ່າງເລິກເຊິ່ງເຖິງຈຸດປະສົງ, ຄວາມຮຽກຮ້ອງຕ້ອງການ, ເນື້ອໃນແຜນການສົມທົບກັບຄະນະຊາວໜຸ່ມ ແຂວງ ບ່າເຣ້ຍ - ຫວູງເຕົາ ເຂົ້າຮ່ວມ ແລະ ປະຕິບັດລາຍການທະຫານເຮືອປະຊາຊົນ ຫວຽດນາມ ເປັນທີ່ເພິ່ງສຳລັບຊາວປະສົງຢູ່ທະເລ ໃຫ້ເປັນຢ່າງດີ. ກຳລັງສະມາຊິກຊາວໜຸ່ມ ກອງທະຫານເຮືອ 129  ເຄື່ອນໄຫວຢູ່ບັນດາເຂດທະເລແມ່ນເພື່ອແນໃສ່ປະຕິບັດວຽກງານໂຄສະນາເຜີຍແຜ່ກົດໝາຍທະເລໃຫ້ແກ່ຊາວປະສົງໃຫ້ເປັນຢ່າງດີ, ໜູນຊ່ວຍເຂົາເຈົ້າສ້ອມແປງເຄື່ອງຈັກ, ສະໜອງນ້ຳຈືດໂດຍບໍ່ເກັບຄ່າ ແລະ ທັນຍາຫານທີ່ຈຳເປັນຈຳນວນໜຶ່ງ, ກຽມພ້ອມປະຕິບັດວຽກງານກູ້ໄພກູ້ຊີບຢູ່ທະເລໃຫ້ເປັນຢ່າງດີ”.

ຕອບກັບ