ຮັບ​ປະ​ກັນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊາວ​ຜູ້​ອອກ​ແຮງ​ງານ​ ເມື​່ອ​ພັກ​ບຳ​ນານ​ໃຫ້​ດີ​ທີ່​ສຸດ

Chia sẻ
(VOVWORLD) - ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ວັນທີ 27 ພຶດສະພາ, ສະພາແຫ່ງຊາດ ຫວຽດນາມ ໄດ້ປຶກສາຫາລືຢູ່ຫໍສະພາແຫ່ງຊາດກ່ຽວກັບຮ່າງກົດໝາຍວ່າດ້ວຍປະກັນສັງຄົມ (ສະບັບປັບປຸງ). ບັນດາບັນຫາໂດຍສະມາຊິກສະພາແຫ່ງຊາດມີຄວາມສົນໃຈ ແລະ ປຶກສາຫາລືນັ້ນແມ່ນ ບັນດາແຜນການກຳນົດຄືແນວໃດໃຫ້ເໝາະສົມທີ່ສຸດ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຜູ້ອອກແຮງງານເມື່ອພັກບຳນານໄດ້ເປັນຢ່າງດີທີ່ສຸດ.
ຮັບ​ປະ​ກັນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊາວ​ຜູ້​ອອກ​ແຮງ​ງານ​ ເມື​່ອ​ພັກ​ບຳ​ນານ​ໃຫ້​ດີ​ທີ່​ສຸດ - ảnh 1ບັນຍາກາດກອງປະຊຸມ (ພາບ: quochoi.vn)

ກ່ຽວກັບເນື້ອໃນການຖອນເງິນອຸດໜູນປະກັນສັງຄົມໝົດບາດດຽວ, ຮ່າງກົດໝາຍວ່າດ້ວຍປະກັນສັງຄົມ (ສະບັບປັບປຸງ) ພວມວາງອອກ 2 ແຜນການ. ຕາມນັ້ນແລ້ວ, ແຜນການທີ 1 ແມ່ນ: ພາຍຫຼັງພັກວຽກໄດ້ 12 ເດືອນ, ຖ້າຜູ້ອອກແຮງງານມີຄວາມຕ້ອງການ ຈະສາມາດຖອນເງິນອຸດໜູນປະກັນສັງຄົມໝົດບາດດຽວໄດ້. ແຜນການທີ 2 ແມ່ນ: ຜູ້ອອກແຮງງານ ສາມາດຖອນເງິນອຸດໜູນປະກັນສັງຄົມບໍ່ເກີນ 50% ຂອງເວລາທັງໝົດທີ່ໄດ້ສົມທົບເງິນເຂົ້າກອງທຶນບຳນານ, ການເສຍຊີວິດ.

ກ່ຽວກັບເງື່ອນໄຂຫຼຸດຈຳນວນປີເຂົ້າຮ່ວມປະກັນສັງຄົມລົງໃຫ້ເຫຼືອໜ້ອຍສຸດ ແຕ່ 25 ປີ ລົງເຫຼືອພຽງ 15 ປີ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮັບເບ້ຍບຳນານ ທີ່ໄດ້ກຳນົດໃນມາດຕາເລກທີ 68 ຂອງຮ່າງກົດໝາຍນັ້ນ, ທ່ານນາງ ເວືອງທິເຮືອງ ສະມາຊິກສະພາແຫ່ງຊາດແຂວງ ຮ່າຢາງ ຖືວ່າ:

“ນະໂຍບາຍນີ້ແມ່ນເໝາະສົມກັບສະພາບຕົວຈິງ ເມື່ອຕະຫຼາດແຮງງານຂອງ ຫວຽດນາມ ຍັງຢູ່ໃນໄລຍະພັດທະນາ, ສ້າງໂອກາດໃຫ້ຜູ້ເຂົ້າຮ່ວມປະກັນສັງຄົມຊ້າ ຫຼື ວິວັດທະນາການເຂົ້າຮ່ວມບໍ່ຕໍ່ເນື່ອງ. ຂ້າພະເຈົ້າສະເໜີໃຫ້ຄະນະຮຽບຮຽງ ຕ້ອງພິຈາລະນາຄືນການຄິດໄລ່ເງິນເດືອນບຳນານ ໃຫ້ມີລັກສະນະແບ່ງປັນ ເພື່ອໜູນຊ່ວຍໃຫ້ແກ່ຜູ້ທີ່ມີເງິນເດືອນຕ່ຳ ເພື່ອໃຫ້ບັນດາເປົ້າໝາຍນັ້ນ ສາມາດຮັບປະກັນຊີວິດການເປັນຢູ່ຂອງຕົນໄດ້”.

                          

ຕອບກັບ