ສະພາບການຢູ່ຊີຣີ (ພາບ:vov.vn) (VOV)- ວັນທີ 28/10, ນະຄອນຫຼວງ Damacus ປະເທດຊີຣີ ສັ່ນສະເທື່ອຍ້ອນເຫດວາງລະເບີດດ້ວຍລົດໂອໂຕໂດຍບັນດາພາກສ່ວນກໍ່ການຮ້າຍດຳເນີນອັນໄດ້ເຮັດໃຫ້ຢ່າງໜ້ອຍສຸດ 10 ຄົນເສຍຊີວິດ ແລະ ອີກ 40 ຄົນຖືກບາດເຈັບ. ເຫດວາງລະເບີດດັ່ງກ່າວແມ່ນຫຼັກຖານອີກອັນໜຶ່ງສະແດງໃຫ້ເຫັນການລະເມີດຂໍ້ຕົກລົງຢຸດຍິງລະຫວ່າງຝ່າຍຕ່າງໆຢູ່ຊີຣີ ໃນໂອກາດງານບຸນEid al Adha ຂອງຊາວມຸດສະລິມເປັນເວລາ 4 ວັນ. ງານບຸນໄດ້ອັດລົງໃນວັນທີ 29/10 ແຕ່ວ່າຂໍ້ຕົກລົງຕາມຂໍ້ລິເລີ່ມຂອງທ່ານ Lakhdar Brahimi ທູດພິເສດສາກົນລວມ ສປຊ ແລະ ສະຫະພາບອາຣັບ ໄດ້ຖືກທຳລາຍພາຍຫຼັງທີ່ມີຜົນບັງຄັບໃຊ້ພຽງ 2,3 ຊົ່ວໂມງເທົ່ານັ້ນ. ໃນວັນດຽວກັນ, ຢູ່ມົດສະກູ ປະເທດລັດເຊຍ, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergey Lavrov ໄດ້ມີການເຈລະຈາກັບທ່ານທູດພິເສດ Brahimi ຊື່ງພວມຢູ່ຢ້ຽມຢາມລັດເຊຍ. ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergey Lavrov ປະກາດວ່າລັດເຊຍ ຮູ້ສຶກເສຍດາຍຍ້ອນວ່າຂໍ້ລິເລີ່ມສັນຕິພາບຂອງທ່ານທູດພິເສດ Brahimi ບໍ່ໄດ້ຮັບການສະໜັບສະໜູນຈາກບັນດາຝ່າຍປະທະກັນຢູ່ຊີຣີ. ລັດເຊຍ ຮຽກຮ້ອງໃຫ້ຢຸດຕິການໃຊ້ຄວາມຮຸນແຮງ ແລະ ເລີ່ມຕົ້ນການເຈລາຈະເພື່ອແນໃສ່ຊອກຫາມາດຕະການດ້ານການເມືອງໃນການການປະທະກັນພາຍໃນປະເທດຊີຣີ. Từ khóa: ຊີຣີ ຂາດສະຖຽນລະພາບ
ຮັບປະກັນວັນເລືອກຕັ້ງໄດ້ປະຕິບັດຢ່າງມີປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ ແລະ ມີຄວາມປອດໄພ