ຈີນຄວນພ້ອມກັບບັນດາປະເທດອາຊຽນສ້າງປະມວນຂໍ້ກຳນົດ COC

Chia sẻ
(vovworld)- ຈີນຄວນ​ພ້ອມ​ກັບ​ບັນດາ​ປະ​ເທດ​ອາຊຽນສ້າງປະມວນຂໍ້ກຳນົດ ກ່ຽວກັບການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ....
ຈີນຄວນພ້ອມກັບບັນດາປະເທດອາຊຽນສ້າງປະມວນຂໍ້ກຳນົດ COC - ảnh 1
​ງານ​ວາງສະ​ແດງ “ ຮ່ວາງ​ຊາ-​ເຈືອງ​ຊາ: ​ເຂດ​ນ້ຳ​ແດນ​ດິນ​ທີ່​ບໍ່​ອາດ​ຕັດ​ແຍກ​ອອກ​ຂອງ​ຫວຽດນາມ” 

(vovworld)- ຈີນຄວນ​ພ້ອມ​ກັບ​ບັນດາ​ປະ​ເທດ​ອາຊຽນສ້າງປະມວນຂໍ້ກຳນົດ ກ່ຽວກັບການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ສິ້ງ​ນີ້​ຖືກ​ບັນດາ​ນັກຮຽນ​ຮູ້​ສາກົນ​ເນັ້ນ​ໜັກ​ຢູທີ່​ການ​​ໂອ້​ລົມ​ສົນທະນາ​ຕີ​ລາຄາ​ການ​ກະທຳ​ຂອງ​ຈີນ​ໂດຍ​ຕັ້ງ​ຮ້ານ​ເຈາ​ນ້ຳມັນ​ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ນ່ານທະ​ເລ​ຂອງ​ຫວຽດນາມ ຊຶ່ງຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 21/6 ຢູ່​ດາ​ນັ້ງ. ນັກຮຽນ​ຮູ້ຫຼາຍຄົນທັງຢູ່ພາຍໃນ ແລະ ຕ່່າງປະເທດໄດ້ຕຳໜິຕິຕຽນການກະທຳຂອງຈີນ ຊຶ່ງໄດ້ ຕັ້ງ​ຮ້ານ​ເຈາ​ນ້ຳມັນ​​ໄຮ​ຢາງ 981ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ນ່ານທະ​ເລ​ຂອງ​ຫວຽດນາມ, ​ໂດຍ​ສະ​ເພາະ​ແມ່ນ​ການກະທຳ​ໃຊ້​ຄວາມ​ຮຸນ​ແຮງ​ຂອງ​ບັນດາ​ກຳ​ປັ່ນ​ຂອງ​ຈີນ​ຄື​ໄດ້​ຕຳ, ສີດ​ນ້ຳ​ໃສ່​ບັນດາ​ກຳ​ປັ່ນ​ລັດຖະການ​ຂອງ​ຫວຽດນາມ. ​ເພື່ອ​ຮັກ​ສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ປອດ​ໄພ, ສິດ​ເສລີ​ໃນ​ການ​ເດີນ​ທະ​ເລ, ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກນັ້ນ, ບັນດາ​ຝ່າຍ​ຄວນ​ລະງັບ​ໃຈ, ​ເພີ່ມ​ທະວີ​ການ​ສ້າງ​ຄວາມ​ເຊື່ອ​ໝັ້ນ. ບໍ່​ຕ້ອງ​ມີ​ການ​ກະທຳ​ພຽງ​ລຳພັງ​ຝ່າຍ​ດຽວ. ບັນດານັກຮຽນ​ຮູ້ຮຽກຮ້ອງ​ຈີນຄວມ​ພ້ອມ​ກັບ​ບັນດາ​ປະ​ເທດ​ອາຊຽນສ້າງປະມວນຂໍ້ກຳນົດ ກ່ຽວກັບການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ເພື່ອ​ສະກັດ​ກັ້ນ​ບັນດາ​ການ​ກະທຳ​ປີນ​ຂັ້ນ​ໄດ, ກໍ່​ຄວາມ​ເຄັ່ງ​ຕຶ່ງ​ຢູ່ທະ​ເລ​ຕາ​ເວັນ​ອອກ.  ສາດສະດາຈານ Eric Franckx ສັງກັດ​ມະຫາວ​ິທະຍາ​ໄລ​ເສລີ​ບຣຸກ​ແຊນ-ແບນ​ຊິກ ​ໃຫ້​ຮູ້​ວ່າ : 

  “ ພວກ​ເຮົາ​ຄວນຄຳນຶງ​ເລື່ອງ​ນີ້​ດ້ວຍ 2 ​ແງ່​ມຸມ​ຕ່າງ​ກັນ, ຈາກ​ນັ້ນ​ກຳນົດ​ອະທິປະ​ໄຕ​ບໍລິ​ເວນ​ນີ້​ໂດຍ​ອີງ​ບົນ​ກົດໝາຍ​ສາກົນ. ຕາມຂ້າພະ​ເຈົ້າ​ແລ້ວ, ບັນດາ​ພະຍານ​ຫຼັກ​ຖານ​ຈາກ 2 ຝ່າຍ​ຫວຽດນາມ ​ແລະ ຈີນ​ຍັກ​ອອກ​ມາ​ນັ້ນ, ຂ້າພະ​ເຈົ້າ​ເຫັນ​ວ່າ ບັນດາ​ພະຍານ​ຫຼັກ​ຖານ​ຂອງ​ຫວຽດນາມ​ແມ່ນ​ມີ​ລັກສະນະ​ເກ້​ຍກອມ​ຫຼາຍ​ກ່ວາ. ​ເຖິງ​ວ່າ​ຈີນ​ຈະ​ເຂົ້າ​ຮ່ວມ​ກໍລະນີ​ຮ້ອງ​ຟ້ອງ​ນີ້​ຫຼື​ບໍ່​ນັ້ນ, ຫວຽດນາມ​ກໍ​ຄວນ​ນຳ​ບັນຫາ​ນີ້​ຂຶ້ນ​ສານ​ສາກົນ​ເພື່ອ​ຜ່ານ​ນັ້ນ​ກໍ​ຍາດ​ແຍ່ງ​ການ​ສະໜັບສະໜູນ​ຈາກ​ຫາງ​ສຽງ​ສາກົນ”

    ​ໃນ​ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ​ກໍ​ໄດ້​ໄຂ​ງານ​ວາງສະ​ແດງ “ ຮ່ວາງ​ຊາ-​ເຈືອງ​ຊາ: ​ເຂດ​ນ້ຳ​ແດນ​ດິນ​ທີ່​ບໍ່​ອາດ​ຕັດ​ແຍກ​ອອກ​ຂອງ​ຫວຽດນາມ” . ທີ່ ງານ​ວາງສະ​ແດງ ກໍ​ມີ​ວັດຖຸ​ພັນ, ​ເອກະສານ​ຢ່່າງຫຼວງ​ຫຼາຍ​ຖືກ​ນຳ​ມາ​ວາງສະ​ແດງ ຊຶ່ງ​ໄດ້​ຢັ້ງຢືນອະທິປະ​ໄຕ​ຂອງ​ຫວຽດນາມ​ທີ່​ມີ​ຕໍ່ 2 ໝູ່​ເກາະ ຮ່ວາງ​ຊາ-​ເຈືອງ​ຊາ. ນັກ​ຄົ້ນ​ຄ້ວາ ບຸ​ຍວັນ​ຕ້ຽງ ປະທານ​ສະມາຄົມ​ວິທະຍາສາດ​ປະຫວັດສາດ​ນະຄອນ ດາ​ນັ້ງ​ໃຫ້​ຮູ້​ວ່າ : 

  “ ນີ້​ແມ່ນ​ບັນດາ​ພະຍານ​ຫຼັກຖານ​ປະກອບສ່ວນ​ໃນ​ການ​ຕໍ່ສູ້​ທາງ​ການ​ທູດ​ເພື່ອ​ຊ່ວຍ​ພວກ​ເຮົາ​ມີ​ພື້ນຖານ​ດ້ານ​ປະຫວັດສາດ ​ແລະ ກົດໝາຍ​ຢ່າງ​ຄົບຖ້ວນ​ເພື່ອ​ປົກ​ປ້ອງ​ຄວາມ​ເປັນ​ທຳ​ຂອງ​ຕົນ. . ຂ້າພະ​ເຈົ້າ​ຄິດ​ວ່າ ບັນດາ​ພະຍານ​ຫຼັກ​ຖານ​ທີ່​ພວກເຮົານຳ​ມາ​ວາງສະ​ແດງ​ຢູ່​ທີ່​ນີ້​ຈະ​ຊ່ວຍ​ໃຫ້ ນັກຮຽນ​ຮູ້ສາກົນ​ມີ​ເອກະສານ​ຕື່ມ​ອີກ ​ເພື່ອ​ພ້ອມ​ກັບ​ຫວຽດນາມ​ປະກອບສ່ວນ​ເຂົ້າ​ໃນ​ການ​ຕໍ່ສູ້​ຮຽກຮ້ອງ​ຈີນ​ຈົ່ງ​ຖອນ​ຮ້ານ​ເຈາ​ນ້ຳມັນ​ອອກ​ຈາກ​ເຂດ​ນ່ານທະ​ເລ​ຂອງ​ຫວຽດນາມ” .