ການ​ເສັງ​ເພື່ອນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ ຫວຽດ​ນາມ

Chia sẻ
(VOVWORLD) - ທ່ານຜູ້ຟັງທີ່ເຄົາລົບ ແລະ ຮັກແພງ, ໃນວິວັດການເຂົ້າຮ່ວມການເສັງ, ຖ້າປະສົບກັບບັນຫາຫຍຸ້ງຍາກ, ພວກເພື່ອນຈົ່ງຕິດຕໍກັບພວກຂ້າພະເຈົ້າໂດຍໄວ ເພື່ອໃຫ້ຄະນະຈັດຕັ້ງອາດສາມາດໜູນຊ່ວຍຢ່າງທັນການ, ພວກຂ້າພະເຈົ້າຍາມໃດກໍ່ສ້າງທຸກເງື່ອນໄຂດີທີ່ສຸດໃຫ້ແກ່ພວກເພື່ອນເພື່ອເຂົ້າຮ່ວມການເສັງທີ່ມີຄວາມໝາຍນີ.
ການ​ເສັງ​ເພື່ອນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ ຫວຽດ​ນາມ - ảnh 1ພາບປະກອບ: chinhphu.vn

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ! ຍັງເຫຼືອພຽງກ່ວາ 3 ອາທິດເທົ່ານັ້ນ, ການເສັງເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມປີ 2025 ຈະໝົດເວລາຮັບເອົາບົດເຂົ້າຮ່ວມການເສັງ. ໃນຊຸມອາທິດຜ່ານມາ, ພວກຂ້າພະເຈົ້າສືບຕໍ່ໄດ້ຮັບຫຼາຍບົດເຂົ້າຮ່ວມການເສັງຈາກທ່ານຜູ້ຟັງທີ່ມາຈາກທຸກແຖບຖິ່ນ, ພິເສດພາຍຫຼັງຄະນະຈັດຕັ້ງປະກາດຕໍ່ກຳນົດເວລາຮັບບົດເຂົ້າຮ່ວມການເສັງຈົດຮອດວັນທີ 30 ມິຖຸນາ ແລະ ສະໜອງບັນດາບົດແນະນຳຕອບຄຳຖາມທີ່ໄດ້ເອົາລົງໃນລາຍການຕ່າງໆ ແລະ ລົງໃນເວັບໄຊ vovworld.vn. ຜ່ານການເຄື່ອນໄຫວນີ້, ພວກຂ້າພະເຈົ້າຢາກສ້າງເງື່ອນໄຂສະດວກທີ່ສຸດເພື່ອມີຜູ້ຟັງຫຼາຍຄົນອາດສາມາດເຂົ້າຮ່ວມການເສັງເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ໃນປີນີ້, ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ (07/09/1945 - 07/09/2025).

ມີທ່ານຜູ້ຟັງຫຼາຍຄົນໄດ້ສົ່ງຈົດໝາຍຕີລາຄາສູງການໜູນຊ່ວຍຂອງຄະນະຈັດຕັ້ງ. ເພື່ອນຟ້າມຮົ່ງກຽດ ຢູ່ຈີນ ໄດ້ຂຽນມາວ່າ: ບັນດາຄຳຖາມໃນການເສັງເພື່ອນຮູ້ຫຍັງແດກ່ຽວກັບຫວຽດນາມຄັ້ງນີ້ ມີຂອບຂະໜາດກ້ວາງ, ເນື້ອໃນເລິກເຊິ່ງ. ແຕ່ເຖິງຢ່າງໃດກໍຕາມ, ການເກັບກຳຂໍ້ມູນເພື່ອຕອບຄຳຖາມຍັງປະສົບກັບຂໍ້ຈຳກັດຫຼາຍຢ່າງ, ມີຜູ້ຟັງຫຼາຍຄົນຄືຂ້າພະເຈົ້າໄດ້ປະສົບຄວາມຫຍຸ້ງຍາກໃນການຕອບຄຳຖາມຢ່າງຄົບຖວ້ນ ແລະ ເຊັດເຈັນ. ໃນຄັ້ງນີ້, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ສະໜອງບັນດາການແນະນຳໃຫ້ແກ່ການເສັງໂດຍໄວ. ຂ້າພະເຈົ້າຂອບໃຈຕໍ່ສິ່ງນີ້.

ສ່ວນທ່ານຜູ້ຟັງ Fachri ມາຈາກອິນໂດເນເຊຍ ໄດ້ແບ່ງປັນບົດຮຽນປະສົບການວ່າ: ຂ້າພະເຈົ້າຄິດວ່າຄຳຖາມໃນການເສັງເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ ບໍ່ຍາກເກີນໄປ, ແຕ່ບໍ່ງ່າຍດາຍເກີນໄປ. ສິ່ງສຳຄັນທີ່ສຸດແມ່ນພວກເຮົາຕ້ອງເຂົ້າໃຈເນື້ອໃນຄຳຖາມ ແລະ ຫຼັງຈາກນັ້ນແມ່ນຊອກຮູ້ຂໍ້ມູນຈາກຫຼາຍບົດຂຽນທີ່ກ່ຽວຂ້ອງເຖິງຄຳຖາມນັ້ນ.

ພວກຂ້າພະເຈົ້າຮູ້ສຶກດີໃຈ ແລະ ເຄົາລົບນັບຖືຕໍ່ນ້ຳໃຈຄວາມຮັກແພງເຊິ່ງທ່ານຜູ້ຟັງໄດ້ສະຫງວນໃຫ້ແກ່ການເສັງໃນຕະຫຼອດໄລຍະຜ່ານມາ.

ທ່ານຜູ້ຟັງທີ່ເຄົາລົບ ແລະ ຮັກແພງ, ໃນວິວັດການເຂົ້າຮ່ວມການເສັງ, ຖ້າປະສົບກັບບັນຫາຫຍຸ້ງຍາກ, ພວກເພື່ອນຈົ່ງຕິດຕໍກັບພວກຂ້າພະເຈົ້າໂດຍໄວ ເພື່ອໃຫ້ຄະນະຈັດຕັ້ງອາດສາມາດໜູນຊ່ວຍຢ່າງທັນການ, ພວກຂ້າພະເຈົ້າຍາມໃດກໍ່ສ້າງທຸກເງື່ອນໄຂດີທີ່ສຸດໃຫ້ແກ່ພວກເພື່ອນເພື່ອເຂົ້າຮ່ວມການເສັງທີ່ມີຄວາມໝາຍນີ.

ຫວັງວ່າທ່ານຜູ້ຟັງຈະໄດ້ຮັບລາງວັນໃນການເສັງປີນີ້. ຈົ່ງເຂົ້າຮ່ວມການເສັງເພື່ອມີໂອກາດຄົ້ນຫາຄວາມງາມຂອງ ຫວຽດນາມ.

ຕອບກັບ