ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ ຮຽກ​ຮ້ອງ​ໃຫ້​ສ້າງ​ຄວາມ​ດຸ່ນ​ດ່ຽງ​​ດ້ານ​ຄ້າ​ໂລກ ຄືນ​ໃໝ່

Chia sẻ
(VOVWORLD) - ໃນບົດຂຽນທີ່ໄດ້ເອົາລົງໃນໜັງສືພິມ Financial Times  ເມື່ອຕອນຄ່ຳວັນທີ 16 ທັນວາ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron  ໄດ້ເຕື້ອງເຖິງບັນດາບັນຫາ ຈະປຶກສາຫາລືຢູ່ກອງປະຊຸມສຸດຍອດ ເອີຣົບ ໃນທ້າຍອາທິດນີ້.

    ໃນນັ້ນ ໃນໄລຍະຮັບປະທານອາຫານແລງຂອງວັນທີ 18 ທັນວາ ຈະປຶກສາຫາລືກ່ຽວກັບຫົວຂໍ້ “ພູມີເສດຖະກິດ”, ເນັ້ນໜັກເຖິງຄວາມຕ້ອງການສ້າງຄວາມດຸ່ນດ່ຽງລະຫວ່າງບັນດາສາຍພົວພັນດ້ານການຄ້າຄືນໃໝ່ ໃນສະພາບການເສດຖະກິດທົ່ວໂລກມີການຜັນແປຫຼາຍຢ່າງ.

        ຫວນຄືນການຢ້ຽມຢາມ ຈີນ ຫວ່າງມໍ່ໆມານີ້, ທ່ານປະທານາທິບໍດີ ຝລັ່ງ ໄດ້ແລກປ່ຽນຢ່າງຈະແຈ້ງກ່ຽວກັບການກຳນົດທິດເຂົ້າເຖິງຂອງ ເອີຣົບ ສຳລັບບັນຫາສ້າງຄວາມດຸ່ນດ່ຽງໃນການພົວພັນດ້ານເສດຖະກິດຄືນໃໝ່. ຕາມທ່ານແລ້ວ, ການສ້າງຄວາມດຸ່ນດ່ຽງຄືນໃໝ່ ຕ້ອງໄດ້ປະຕິບັດຜ່ານການຮ່ວມມືສາກ່ອນ, ດ້ວຍການເຂົ້າຮ່ວມຂອງບັນດາຄູ່ຮ່ວມມືໃຫຍ່, ໃນນັ້ນ ມີຈີນ, ອາເມລິກາ ແລະ ສະຫະພາບເອີຣົບ. ເຖິງຢ່າງໃດກໍຕາມ, ການນຳ ຝລັ່ງ ກໍໃສ່ໃຈວ່າ ໃນກໍລະນີທີ່ບັນດາຄວາມມານະພະຍາຍາມຮ່ວມມືບໍ່ບັນລຸໝາກຜົນ, ເອີຣົບ ອາດຈະຈຳເປັນຕ້ອງຊັ່ງຊາໝູນໃຊ້ບັນດາມາດຕະການອາລັກຂາທີ່ແຂງແຮງກວ່າ.

        ຕໍ່ໜ້າບັນດາສິ່ງທ້າທາຍນີ້, ປະທານາທິບໍດີ ຝລັ່ງ ຮຽກຮ້ອງໃຫ້ບັນດາຄູ່ຮ່ວມມື ອີຢູ ຜັນຂະຫຍາຍບັນດາມາດຕະການ ແນໃສ່ຍົກສູງກຳລັງຄວາມສາມາດແກ້ງແຍ້ງຂອງ ເອີຣົບ.

ຕອບກັບ