ກໍໃນວັນທີ 16 ທັນວາ, ກົມການບິນ ສະຫະລັດ ອາເມລິກາ (FAA) ໄດ້ປະກາດຄຳກ່າວເຕືອນໃໝ່ສຳລັບບັນດາເຮືອບິນພົນລະເຮືອນທີ່ເຄື່ອນໄຫວໃນເຂດນ່ານຟ້າ ເວເນຊູເອລາ, ໂດຍອ້າງເຫດຜົນມີຄວາມສ່ຽງທີ່ເລີ່ມການຈາກເຄື່ອນໄຫວທາງການທະຫານ. FAA ຮຽກຮ້ອງໃຫ້ບັນດາເຮືອບິນ “ມີຄວາມລະມັດລະວັງ ຍ້ອນສະພາບການຄວາມໝັ້ນຄົງທີ່ພວມຮ້າຍແຮງຂຶ້ນ ແລະ ການເຄື່ອນໄຫວດ້ານການທະຫານເພີ່ມຂຶ້ນ ພາຍໃນ ຫຼື ອ້ອມຂ້າງ ເວນເນຊູເອລາ”.
ປັດຈຸບັນ, ອາເມລິກາ ພວມຜັນຂະຫຍາຍກ່ຳປັ່ນສູ້ຮົບຈຳນວນຫຼາຍຢູ່ເຂດ ກາຣີເບ ແລະ ມີຫຼາຍຄັ້ງທີ່ໃຫ້ເຮືອບິນການທະຫານບິນລຽບຕາມແຄມຝັ່ງທະເລ ເວເນຊູເອລາ ແລ້ວ. ບັນດາກຳລັງ ອາເມລິກາ ກໍພວມດຳເນີນບັ້ນບຸກໂຈມຕີ ແນໃສ່ບັນດາກ່ຳປັ່ນທີ່ຖືກກ່າວຫາວ່າຄ້າຂາຍຢາເສບຕິດຢູ່ເຂດ ກາຣີເບ ແລະ ປາຊີຟິກຕາເວັນອອກ.