ເຄື່ອງຊ່ວຍເຫຼືອມະນຸດສະທຳຖ້ຽວທີ 95 ຂອງ ອີຢິບ (ພາບ: VOV) |
ນີ້ແມ່ນງວດເຄື່ອງຊ່ວຍເຫຼືອມະນຸດສະທຳຖ້ຽວທີ 95 ທີ່ໄດ້ຂົນສົ່ງເຂົ້າເຂດ ກາຊາ ຕາມຂໍ້ລິເລີ່ມ “Zad Al Izza: ຈາກ ອີຢິບ ເຂົ້າເຂດ ກາຊາ” ທີ່ໄດ້ປຸກລະດົມເມື່ອເດືອນ ກໍລະກົດຜ່ານມາ. ງວດເຄື່ອງຊ່ວຍເຫຼືອຕໍ່ໄປກໍພວມໄດ້ຮັບການກະກຽມຢ່າງຮີບດ່ວນ, ດ້ວຍການເຂົ້າຮ່ວມຂອງອາສາສະໝັກ 35.000 ຄົນໃນທົ່ວ ອີຢິບ.
ອີຢິບ ແມ່ນປະເທດ ສວມບົດບາດແກ່ນສານໃນຄວາມມານະພະຍາຍາມຊ່ວຍເຫຼືອມະນຸດສະທຳໃຫ້ແກ່ປະຊາຊົນ ກາຊາ ໃນໄລຍະເກີດການປະທະກັນໃນຕະຫຼອດ 2 ປີກວ່າທີ່ຜ່ານມາ. ນັບແຕ່ຫົວທີເດືອນ ຕຸລາ 2023, ກາຍໂຣ ໄດ້ສົມທົບກັບບັນດາຝ່າຍທີ່ກ່ຽວຂ້ອງຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳປະມານ 700.000 ໂຕນ ຜ່ານ 2 ດ່ານຊາຍແດນທາງບົກ, ກວມເອົາກວ່າ 70% ຂອງປະລິມານເຄື່ອງຊ່ວຍເຫຼືອມະນຸດສະທຳສາກົນທັງໝົດ ທີ່ສົ່ງໃຫ້ ກາຊາ.