ອາ​ເມ​ລິ​ກາ ເພີ່ມ​ 5 ປະ​ເທດ​ເຂົ້າ​ໃນ​ບັນ​ຊີ​ເກືອດ​ຫ້າມ​ພົນ​ລະ​ເມືອງ​ເຂົ້າ​ເມືອງ

Chia sẻ
(VOVWORLD) -   ວັນທີ 16 ທັນວາ, ທ່ານປະທານາທິບໍດີ Donald Trump  ໄດ້ມີແຈ້ງການເປີດກວ້າງບັນຊີລາຍຊື່ບັນດາປະເທດທີ່ມີພົນລະເມືອງຖືກຫ້າມເຂົ້າເມືອງ ອາເມລິກາ,   ເພີ່ມຕື່ມປະເທດ ບວັກກີນາ ຟາໂຊ, ມາລີ, ນີເຊ, ຊູດັງໃຕ້ ແລະ ຊີຣີ. 
ອາ​ເມ​ລິ​ກາ ເພີ່ມ​ 5 ປະ​ເທດ​ເຂົ້າ​ໃນ​ບັນ​ຊີ​ເກືອດ​ຫ້າມ​ພົນ​ລະ​ເມືອງ​ເຂົ້າ​ເມືອງ - ảnh 1ອາເມລິກາ ເພີ່ມ 5 ປະເທດເຂົ້າໃນບັນຊີເກືອດຫ້າມພົນລະເມືອງເຂົ້າເມືອງ (ພາບ: TTXVN)

ວັນທີ 16 ທັນວາ, ທ່ານປະທານາທິບໍດີ ອາເມລິກາ Donald Trump  ໄດ້ລົງເຊັນແຈ້ງການສືບຕໍ່ຮັດແໜ້ນ ແລະ ຈຳກັດການເຂົ້າເມືອງ ອາເມລິກາ ຂອງພົນລະເມືອງຕ່າງປະເທດ, ໂດຍເພີ່ມເຕີບ 5 ປະເທດເຂົ້າໃນບັນຊີລາຍຊື່ເກືອດຫ້າມການໄປມາ ແລະ ຈັດວາງບັນດາຂໍ້ຈຳກັດໃໝ່ສຳລັບປະເທດຈຳນວນໜຶ່ງ. ການກະທຳດັ່ງກ່າວແມ່ນສ່ວນໜຶ່ງໃນຄວາມມານະພະຍາຍາມທີ່ພວມດຳເນີນ ແນໃສ່ຮັດແໜ້ນບັນດາມາດຕະຖານເຂົ້າເມືອງຂອງ ອາເມລິກາ ສຳລັບການໄປມາ ແລະ ເຂົ້າຕັ້ງຖິ່ນຖານ.

        ເດືອນມິຖຸນາຜ່ານມາ, ທ່ານປະທານາທິບໍດີ ອາເມລິກາ Donald Trump  ໄດ້ອອກແຈ້ງການທີ່ວ່າ ພົນລະເມືອງຂອງ 12 ປະເທດ ຈະຖືກຫ້າມເຂົ້າເມືອງ ອາເມລິກາ, ໃນຂະນະທີ່ ມີພົນລະເມືອງຈາກ 7 ປະເທດອື່ນ ຈະຕ້ອງປະເຊີນໜ້າກັບຂໍ້ຈຳກັດຕ່າງໆ. ຂໍ້ຕົກລົງດັ່ງກ່າວ ໄດ້ຟື້ນຟູນະໂຍບາຍໜຶ່ງທີ່ມີລັກສະນະເປັນຂີດໝາຍໃນອາຍຸການທຳອິດຂອງທ່ານ.

        ວັນທີ 16 ທັນວາ, ທ່ານປະທານາທິບໍດີ Donald Trump  ໄດ້ມີແຈ້ງການເປີດກວ້າງບັນຊີລາຍຊື່ບັນດາປະເທດທີ່ມີພົນລະເມືອງຖືກຫ້າມເຂົ້າເມືອງ ອາເມລິກາ,   ເພີ່ມຕື່ມປະເທດ ບວັກກີນາ ຟາໂຊ, ມາລີ, ນີເຊ, ຊູດັງໃຕ້ ແລະ ຊີຣີ. ອາເມລິກາ ກໍຈັດວາງຂໍ້ຈຳກັດຢ່າງສິ້ນເຊີງສຳລັບການໄປມາຂອງຜູ້ນຳໃຊ້ໜັງສືຜ່ານແດນໂດຍອຳນາດການປົກຄອງ ປາແລັດສະຕິນ ສະໜອງ.

ຕອບກັບ