ການປະທະກັນ ຮາມາດ -ອິດສະຣາແອນ: ຫ້ອງການ ICRC ຢູ່ ເຂດກາຊາ ຖືກລູກປືນໃຫຍ່ຍິງໃສ່ເຮັດໃຫ້ຫລາຍຄົນຖືກບາດເຈັບແລະເສຍຊີວິດ

Chia sẻ
(VOVWORLD) -ຕາມຕົວເລກຂອງອົງການສາທາລະນະສຸກຢູ່ເຂດ ກາຊາ ແລ້ວ, ມີ 25 ຄົນຖືກເສຍຊີວິດ ແລະ 50 ຄົນຖືກບາດເຈັບ ໃນການຍິງລູກປືນໃຫຍ່ດັ່ງກ່າວ. 
ການປະທະກັນ ຮາມາດ -ອິດສະຣາແອນ: ຫ້ອງການ ICRC ຢູ່ ເຂດກາຊາ ຖືກລູກປືນໃຫຍ່ຍິງໃສ່ເຮັດໃຫ້ຫລາຍຄົນຖືກບາດເຈັບແລະເສຍຊີວິດ - ảnh 1ການຍິງລູກປືນໃຫຍ່ ໂດຍ ອິດສະຣາແອນ ປະຕິບັດ ເລັ່ງໃສ່ ເຂດ ກາຊາ ເມື່ອວັນທີ 20/6/2024. ພາບ: THX/TTXVN

ວັນທີ 21 ມິຖຸນາ, ສະພາກາແດງສາກົນ (ICRC) ໃຫ້ຮູ້ວ່າ: ຫ້ອງການຂອງອົງການນີ້ປະຈຳຢູ່ເຂດ ກາຊາ ຖືກລູກປືນຍິງໃສ່ ເຮັດໃຫ້ມີຢ່າງຫນ້ອຍສຸດ 22 ຄົນພວມລີ້ໄພຢູ່ອ້ອມແອ້ມຖືກເສຍຊີວິດ ແລະສິບໆຄົນຖືກຮັບບາດເຈັບ. ICRC ຊີ້ແຈງວ່າ:ບັນດາລູກປືນໃຫຍ່ ໄດ້ຕົກໃສ່ຫ້ອງການແຫ່ງນີ້ ແລະ ບ່ອນຢູ່ ຂອງພະນັກງານ ICRC ພຽງສອງສາມແມັດ.

ໃນຂະນະນັ້ນ ຕາມຕົວເລກຂອງອົງການສາທາລະນະສຸກຢູ່ເຂດ ກາຊາ ແລ້ວ, ມີ 25 ຄົນຖືກເສຍຊີວິດ ແລະ 50 ຄົນຖືກບາດເຈັບ ໃນການຍິງລູກປືນໃຫຍ່ດັ່ງກ່າວ. ອົງການນີ້ກ່າວວ່າ ເຫດຍິງລູກປືນໃຫຍ່ໂດຍ ອິດສະຣາແອນ ປະຕິບັດ ໄດ້ເລັ່ງໃສ່ບ່ອນຢູ່ຂອງຊາວລີ້ໄພ ຢູ່ເຂດ Al-Mawasi ອ້ອມແອ້ມຫ້ອງການ ICRC. ໂຄສົກຂອງກຳລັງປ້ອງກັນຕົວ ອິດສະຣາແອນ (IDF) ໄດ້ປະຕິເສດທຸກຄຳກ່າວຫາ ພ້ອມທັງໃຫ້ຮູ້ວ່າ: ພວມພິຈາລະນາ ເລື່ອງການນີ້.

ຕອບກັບ