ກອງ​ປະ​ຊ​ຸມ​ສຳ​ມະ​ນາ ARF ຄັ້ງ​ທີ 3 ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ

Chia sẻ
(VOVWORLD) -ທີ່ວາລະໄຂກອງປະຊຸມສຳມະນາ, ໃນຖານະເປັນປະທານຮ່ວມ ແລະ ຫົວໜ້າຂອງຄະນະຜູ້ແທນ ຫວຽດນາມ, ທ່ານ ຫວູໂຮ່, ຫົວໜ້າກົມອາຊຽນ, ກະຊວງການຕ່າງປະເທດ ໄດ້ແບ່ງປັນກ່ຽວກັບຄວາມສຳຄັນຂອງການຮັກສາ ແລະ ຊຸກຍູ້ການໂອ້ລົມສົນທະນາ, ຮ່ວມມືເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງ ຢູ່ພາກພື້ນ, ໃນນັ້ນມີຄວາມໝັ້ນຄົງທາງທະເລ.
ກອງ​ປະ​ຊ​ຸມ​ສຳ​ມະ​ນາ ARF ຄັ້ງ​ທີ 3 ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ - ảnh 1ກອງປະຊຸມສຳມະນາ ARF ຄັ້ງທີ 3 ກ່ຽວກັບການເພີ່ມທະວີການຮ່ວມມືປະຕິບັດກົດໝາຍວ່າດ້ວຍທະເລ (ພາບ: Baoquocte)

ໃນລະຫວ່າງວັນທີ 16  - 17 ມີນາ 2021, ກອງປະຊຸມສຳມະນາ ເວທີປາໄສພາກພື້ນ ອາຊຽນ (ARF) ຄັ້ງທີ 3 ກ່ຽວກັບການເພີ່ມທະວີການຮ່ວມມືປະຕິບັດກົດໝາຍວ່າດ້ວຍທະເລ ໂດຍກະຊວງການຕ່າງປະເທດ ຫວຽດນາມ ສົມທົບກັບກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕາລີ ແລະ ຄະນະກຳມະການເອີລົບຈັດຕັ້ງຂຶ້ນ ເຊິ່ງໄດ້ດຳເນີນຕາມຮູບການທາງອອນລາຍ. ເຂົ້າຮ່ວມຢູ່ສະຖານທີ່ຖ່າຍທອດສົດຮ່າໂນ້ຍລວມມີຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ສະຖາບັນຄົ້ນຄ້ວາ ຂອງ ຫວຽດນາມ ກໍ່ຄືເອກອັກຄະລັດຖະທູດ ບັນດາປະເທດເຂົ້າຮ່ວມ ARF.

ທີ່ວາລະໄຂກອງປະຊຸມສຳມະນາ, ໃນຖານະເປັນປະທານຮ່ວມ ແລະ ຫົວໜ້າຂອງຄະນະຜູ້ແທນ ຫວຽດນາມ, ທ່ານ ຫວູໂຮ່, ຫົວໜ້າກົມອາຊຽນ, ກະຊວງການຕ່າງປະເທດ ໄດ້ແບ່ງປັນກ່ຽວກັບຄວາມສຳຄັນຂອງການຮັກສາ ແລະ ຊຸກຍູ້ການໂອ້ລົມສົນທະນາ, ຮ່ວມມືເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງ ຢູ່ພາກພື້ນ, ໃນນັ້ນມີຄວາມໝັ້ນຄົງທາງທະເລ. ຍ້ອນທະເລ ແລະ ມະຫາສະມຸດສວມບົດບາດສຳຄັນສຳລັບທຸກໆປະເທດ, ດັ່ງນັ້ນ ທ່ານ ຫວູໂຮ່ ໄດ້ເນັ້ນໜັກເຖິງບັນດາປະເທດ ລ້ວນແຕ່ແບ່ງປັນຜົນປະໂຫຍດລວມໃນການຮັບປະກັນ ສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ປອດໃສຂອງທຸກໆເຂດທະເລ. ເພື່ອເປົ້າໝາຍນີ້, ບັນດາປະເທດຕ້ອງສືບຕໍ່ຮ່ວມມືກັນ, ໃນນັ້ນມີການຮ່ວມມືລະຫວ່າງບັນດາກຳລັງປະຕິບັດກົດໝາຍ.

ທີ່ກອງປະຊຸມສຳມະນາ, ບັນດານັກປະຖາກະຖາ, ຜູ້ແທນ ໄດ້ແລກປ່ຽນ ແລະ ແບ່ງປັນກ່ຽວກັບຫຼາຍຮູບແບບການຮ່ວມມືລະຫວ່າງບັນດາກຳລັງປະຕິບັດກົດໝາຍວ່າດ້ວຍທະເລຄືເມດີແຕລາເນ, ເຂດທະເລ ໂຊມາລີ, ບັນດາຂອບເຂດການຮັບມືກັບສິ່ງທ້າທາຍທາງທະເລຂ້າມຊາດ…ຮູບແບບ ແລະ ມາດຕະການຮ່ວມມືທີ່ເປັນຫຼາຍຮູບຫຼາຍແບບ, ຈາກການແບ່ງປັນຂໍ້ມູນຂ່າວສານ, ການສອດແນມ, ສ້າງບັນດາຊ່ອງທາງຕິດຕໍ່ພົວພັນດ່ວນ, ສ້າງກົນໄກຕິດຕໍ່, ສັງເກດລວມ, ປະຕິບັດການລາດຕະເວນລວມ ຫຼືສ້າງບັນດາຫຼັກການໃນການປະພຶດ.

ຕອບກັບ