ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານ​ວາ​ລະ​ປຶກ​ສາ​ຫາ​ລື ກັບ​ປະ​ທານ​ຝ່າຍ​ບໍ​ລິ​ຫານ WEF ແລະ ການ​ນຳກຸ່ມ​ບໍ​ລິ​ສັດ​ໃຫຍ່ 20 ແຫ່ງ

Chia sẻ
(VOVWORLD) -    ໃນຂອບເຂດການເຂົ້າຮ່ວມກອງປະຊຸມເວທີປາໄສເສດຖະກິດໂລກ (WEF) ຕະຫຼຽນ, ຈີນ (25 – 27 ມິຖຸນາ), ຕອນເຊົ້າວັນທີ 26 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມກັບທ່ານສາດສະດາຈານ Klaus Schwab, ຜູ້ກໍ່ຕັ້ງທັງເປັນປະທານຝ່າຍບໍລິຫານ WEF ເປັນປະທານວາລະປຶກສາຫາລື ກັບການນຳຂອງກຸ່ມບໍລິສັດໃຫຍ່ 20 ແຫ່ງຂອງ WEF.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານ​ວາ​ລະ​ປຶກ​ສາ​ຫາ​ລື ກັບ​ປະ​ທານ​ຝ່າຍ​ບໍ​ລິ​ຫານ WEF ແລະ ການ​ນຳກຸ່ມ​ບໍ​ລິ​ສັດ​ໃຫຍ່ 20 ແຫ່ງ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ວາລະປຶກສາຫາລື (ພາບ: VOV)

ໃນວາລະປຶກສາຫາລື ທີ່ໄດ້ຈັດຂຶ້ນຕາມຮູບແບບທັງຮັບປະທານອາຫານເຊົ້າທັງເຮັດວຽກ, ການນຳບັນດາກຸ່ມບໍລິສັດໃຫຍ່ສະແດງຄວາມສົນໃຈເຖິງການເພີ່ມທະວີການຮ່ວມມື ແນໃສ່ຊຸກຍູ້ການເຕີບໂຕເສດຖະກິດຂອງ ຫວຽດນາມ; ໂດຍສຸມໃສ່ການຫັນເປັນດີຈີຕອນ, ເຕັກໂນໂລຢີສູງ, ຫັນເປັນສີຂຽວ ແລະ ບົດບາດຂອງ ຫວຽດນາມ ໃນລະບົບສະໜອງທົ່ວໂລກ.

        ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍເຜີຍໃຫ້ຮູ້ບັນດາການກຳນົດທິດຍຸດທະສາດຂອງ ຫວຽດນາມ ໃນໄລຍະຈະມາເຖິງ ແມ່ນ ສືບຕໍ່ໃຫ້ບຸລິມະສິດໃນການເຕີບໂຕ, ດ້ວຍບັນດາມາດຕະການໃຫຍ່ກ່ຽວກັບເງິນຕາ, ການຄ້າ, ຍູ້ແຮງ 3 ບຸກທະລຸຍຸດທະສາດກ່ຽວກັບກົນໄກ, ພື້ນຖານໂຄງລ່າງ ແລະ ຊັບພະຍາກອນມະນຸດ. ທ່ານໃຫ້ຮູ້ຕື່ມອີກວ່າ ຫວຽດນາມ ກຳນົດທິດດຶງດູດນັກລົງທຶນຢ່າງມີການຄັດເລືອກ, ໃຫ້ບຸລິມະສິດສຳລັບບັນດາໂຄງການໃນຂົງເຂດທີ່ຫາກໍພົ້ນເດັ່ນຂຶ້ນ, ເຕັກໂນໂລຢີສູງ, ມີມູນຄ່າເພີ່ມສູງ ແລະ ມີລັກສະນະແຜ່ກະຈາຍ, ເຊື່ອມຕໍ່.

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານ​ວາ​ລະ​ປຶກ​ສາ​ຫາ​ລື ກັບ​ປະ​ທານ​ຝ່າຍ​ບໍ​ລິ​ຫານ WEF ແລະ ການ​ນຳກຸ່ມ​ບໍ​ລິ​ສັດ​ໃຫຍ່ 20 ແຫ່ງ - ảnh 2ທ່ານນາຍົກລັດຖະມົນຕີ  ພົບປະທ່ານສາດສະດາຈານ Klaus Schwab, ຜູ້ກໍ່ຕັ້ງ ທັງເປັນປະທານຝ່າຍບໍລິຫານ WEF (ພາບ: VOV)

        ກ່ອນໜ້ານັ້ນ, ກໍໃນຕອນເຊົ້າວັນທີ 26 ມິຖຸນາ, ທ່ານນາຍົກລັດຖະມົນຕີ ໄດ້ມີການຕ້ອນຮັບທ່ານສາດສະດາຈານ Klaus Schwab, ຜູ້ກໍ່ຕັ້ງ ທັງເປັນປະທານຝ່າຍບໍລິຫານ WEF.

ຫວູຄວຽນ

 

ຕອບກັບ