ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 7 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15 ສືບ​ຕໍ່​ເຮັດ​ວຽກ

Chia sẻ
(VOVWORLD) - ຕອນເຊົ້າວັນທີ 21 ມິຖຸນາ, ຢູ່ຫໍປະຊຸມສະພາແຫ່ງຊາດ ກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ສືບຕໍ່ເຮັດວຽກ, ບັນດາ ສສຊ ປຶກສາຫາລືຢູ່ຫໍປະຊຸມ ກ່ຽວກັບຮ່າງກົດໝາຍວ່າດ້ວຍຕຸລາການສຳລັບຜູ້ມີອາຍຸບໍ່ຮອດກະສຽນ.
ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 7 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15 ສືບ​ຕໍ່​ເຮັດ​ວຽກ - ảnh 1(ພາບ: quochoi.vn)

     ບັນດາ ສສຊ ໄດ້ເຫັນດີເປັນເອກະພາບໂດຍພື້ນຖານ ກັບໃບຍື່ນສະເໜີຂອງລັດຖະບານ ແລະ ບົດງາຍງານກວດກາຂອງສະພາແຫ່ງຊາດສຳລັບຮ່າງກົດໝາຍ, ໂດຍຖືວ່າ ການສ້າງລະບົບຂໍ້ກຳນົດກົດໝາຍດ້ານຕຸລາການ ສຳລັບຜູ້ມີອາຍຸບໍ່ຮອດກະສຽນ ແມ່ນສອດຄ່ອງກັບທ່າອຽງລວມຂອງໂລກ, ສະແດງໃຫ້ເຫັນລັກສະນະມະນຸດສະທຳ, ກ້າວໜ້າຂອງລະບົບກົດໝາຍ ຫວຽດນາມ.

   ທີ່ວາລະປະຊຸມ, ທ່ານຫົວໜ້າສານ ປຊຊ ສູງສຸດ ຫງວຽນຮ່ວາບິນ ໄດ້ອະພິປາຍບັນດາບັນຫາທີ່ ສສຊ ມີຄວາມສົນໃຈ.

     ແລະ ກໍ່ໃນຕອນເຊົ້າຂອງວັນທີ 21 ມິຖຸນາ, ສສຊ ດຳເນີນການລົງມະຕິຮັບຮອງເອົາມະຕິວ່າດ້ວຍການສ້າງຕັ້ງຄະນະຕິດຕາມກວດກາຫົວເລື່ອງສະເພາະຂອງສະພາແຫ່ງຊາດປີ 2025 ດ້ວຍຈຳນວນ ສສຊ ເປັນຈຳນວນຫຼາຍໄດ້ເຫັນດີ.

  ໃນຕອນບ່າຍ, ສສຊ ໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີ່ມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍການດຳເນິນທຸລະກິດອະສັງຫາລິມະສັບ, ກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ.

 

           

ຕອບກັບ