ກໍ່ສ້າງ​ດ່າ​ລາດ ແລະ ເຂດ​ອ້ອມ​ຂ້າງ​ ກາຍ​ເປັນ​ສູນ​ທ່ອງ​ທ່ຽວ​ທີ​ມີ​ຄຸນ​ນະ​ພາບ​ສູງ​ຂອງ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

Chia sẻ
(VOVWORLD) - ຕອນເຊົ້າວັນທີ 23 ມິຖຸນາ, ຢູ່ນະຄອນ ດ່າລາດ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ໄດ້ເຂົ້າຮ່ວມກອງປະຊຸມປະກາດການວາງແຜນຜັງແຂວງເລິມດົງ ໄລຍະ 2021 – 2030, ວິໄສທັດຮອດປີ 2050.

ກໍ່ສ້າງ​ດ່າ​ລາດ ແລະ ເຂດ​ອ້ອມ​ຂ້າງ​ ກາຍ​ເປັນ​ສູນ​ທ່ອງ​ທ່ຽວ​ທີ​ມີ​ຄຸນ​ນະ​ພາບ​ສູງ​ຂອງ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ảnh 1ກອງປະຊຸມປະກາດການວາງແຜນຜັງແຂວງເລິມດົງ ໄລຍະ 2021 – 2030, ວິໄສທັດຮອດປີ 2050 (ພາບ: VGP)

ຕາມການວາງແຜນຜັງ, ຮອດປີ 2030, ເລິມດົງຈະກາຍເປັນແຂວງພັດທະນາຢ່າງຮອບດ້ານພໍສົມຄວນ; ກໍ່ສ້າງ ດ່າລາດ ແລະ ເຂດອ້ອມຂ້າງ ກາຍເປັນສູນທ່ອງທ່ຽວທີ່ມີຄຸນນະພາບສູງ ຂອງທົ່ວປະເທດ ແລະ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ແມ່ນສູນການສຶກສາ, ນະວັດຕະກຳ.

ໃນນັ້ນ, ເລິມດົ່ງຈະພັດທະນາເສດຖະກິດກະສິກຳແບບຍືນຍົງ, ທັນສະໄໝ, ມີປະສິດທິຜົນສູງ, ອົງຄະທາດ, ມຸ່ງໄປເຖິງກາຍເປັນເຂດປູກຝັງມີຂອບຂະໜາດໃຫຍ່, ກາຍເປັນສູນຄົ້ນຄ້ວາ, ຜະລິດກະສິກຳອົງຄະທາດນຳໃຊ້ເຕັກໂນໂລຢີສູງລະດັບຊາດ ແລະ ສາກົນ.

ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໃສ່ໃຈວ່າ ເພື່ອປະຕິບັດສຳເລັດການວາງຜັນຜັງ, ເລິມດົ່ງຕ້ອງຮັບປະກັນການວາງແຜນຜັງຢ່າງຖືກທິດ; ມີໄຫວພິບໃນການຜັນຂະຫຍາຍບັນດາເປົ້າໝາຍ; ປະຕິບັດການວາງແຜນຜັງຢ່າງຄົບຊຸດ, ພ້ອມກັນນັ້ນ, ປະຊາຊົນ ແລະ ວິສາຫະກິດຕ້ອງແບ່ງປັນ, ຮ່ວມເດີນທາງພ້ອມກັບອຳນາດການປົກຄອງເພື່ອຮັບປະກັນການວາງແຜນຜັງໃຫ້ສຳເລັດຜົນ.

ສ່ວນທ່ານ ຫວໍງອກຮຽບ, ຮອງປະທານຄະນະກຳມະການປະຊາຊົນແຂວງ ເລິມດົ່ງແລ້ວ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ທາງແຂວງຈະສືບຕໍ່ປະຕິບັດບັນດາກົນໄກ, ນະໂຍບາຍໃຫ້ສຳເລັດຜົນ, ຕັດສິນໃຈປະຕິຮູບການປະຕິບັດລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ຍົກສູງຄວາມສາມາດແກ້ງແຍ້ງຂອງແຂວງ. ໃນນັ້ນ, ຖືປະຊາຊົນ ແລະ ວິສາຫະກິດເປັນໃຈກາງຮັບໃຊ້. ພ້ອມທັງ, ລະດົມຢ່າງສຸດຂີດ ແລະ ນຳໃຊ້ບັນດາແຫຼ່ງກຳລັງແຫ່ງລັດ, ເອກະຊົນ ແລະ ສັງຄົມຢ່າງມີປະສິດທິຜົນ ເພື່ອຍູ້ແຮງການລົງທຶນພັດທະນາລະບົບພື້ນຖານໂຄງລ່າງ ຢ່າງຄົບຊຸດ, ທັນສະໄໝ.

ຕອບກັບ