WBຕີລາຄາສູງການຜັນຂະຫຍາຍບັນດາໂຄງການຢູ່ແຂວງລາວກາຍ

Chia sẻ
ມາ​ຮອດ​ປະຈຸ​ບັນ 100% ຈຳນວນ​ຕາ​ແສງ​ຢູ່​ແຂວງ​ລາວ​ກາຍ​ມີ​ເສັ້ນທາງ​ລົດ​ໂອ​ໂຕ​ແລ່ນ​ຮອດ​ໃຈກາງ​, ລະບົບ​ຊົນລະປະທານ​ສາມາດຮັບ​ໃຊ້​ການ​ຫົດ​ນ້ຳ​​ໃຫ​້ແກ່ 85% ​ເນື້ອ​ທີ່​ນາ
WBຕີລາຄາສູງການຜັນຂະຫຍາຍບັນດາໂຄງການຢູ່ແຂວງລາວກາຍ - ảnh 1
ມາ​ຮອດ​ປະຈຸ​ບັນ 100% ຈຳນວນ​ຕາ​ແສງ​ຢູ່​ແຂວງ​ລາວ​ກາຍ​ມີ​ເສັ້ນທາງ​ລົດ​ໂອ​ໂຕ​ແລ່ນ​ຮອດ​ໃຈກາງ​
ພາບ: internet

 (vovworld)-ຕາມ​ບົດ​ລາຍ​ງານ​ທີ່​ກອງ​ປະຊຸມ​ຕີ​ລາຄາ​ປະສິດທິ​ຜົນ​ການ​ປະຕິບັດ​ບັນດາ​ໂຄງການ​ໂດຍ​ທະນາຄານ​ໂລກ(WB) ​ແລະ ກະຊວງ​ພັດທະນາ​ສາກົນ​ຂອງ​           ລາຊະ​ອານາຈັກ​ອັງກິດ(DFID) ອຸປະຖຳ ​ໄລຍະ 2009 - 2013 ດ້ວຍ​ຈຳນວນ​ເງິນ​ກວ່າ 106 ລ້ານ USD ​ເທົ່າ​ກັບ 2.200 ຕື້​ດົ່ງ ຊື່​ງດຳ​ເນີນ​ໃນ​ວັນ​ທີ 20/5 ຢູ່​ແຂວງ ລາວ​ກາຍ. ບັນດາ​ໂຄງການ​ດັ່ງກ່າວ​ແມ່ນ​ສຸມ​ໃສ່​ກໍ່ສ້າງ, ຍົກ​ລະດັບ, ບູລະນະ​ເສັ້ນທາງ​ຄົມມະນາຄົມ​ຢູ່​ເຂດ​ຊົນນະບົດ, ຊົນລະປະທານ, ກິດຈະກຳ​ສະຫນອງ​ນ້ຳ​ສະອາດ, ຍົກ​ລະດັບ​ພື້ນຖານ​ໂຄງ​ລ່າງ​ຢູ່​ເຂ​ດຕົວ​ເມືອງ​ຈຳນວນ​ຫນຶ່ງ. ມາ​ຮອດ​ປະຈຸ​ບັນ 100% ຈຳນວນ​ຕາ​ແສງ​ຢູ່​ແຂວງ​ລາວ​ກາຍ​ມີ​ເສັ້ນທາງ​ລົດ​ໂອ​ໂຕ​ແລ່ນ​ຮອດ​ໃຈກາງ​, ລະບົບ​ຊົນລະປະທານ​ສາມາດຮັບ​ໃຊ້​ການ​ຫົດ​ນ້ຳ​​ໃຫ​້ແກ່ 85% ​ເນື້ອ​ທີ່​ນາ, 84% ຈຳນວນ​ຄອບຄົວ​​ໄດ້​ນຳ​ໃຊ້​ນຳ້​ສະອາດ​. ບັນດາ​ອົງການ​ສາກົນ​ລ້ວນ​ແຕ່​ຮັບ​ຮູ້​ວ່າ ​ໂຄງການທີ່​ໄດ້ ​ແລະ ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ລ້ວນ​ແຕ່​ຮັບປະກັນ​ກ່ຽວ​ກັບ​​​ເວລາ​ກຳນົດ, ລະດັບ​ຄວາ​ມ​ໄວ ​ແລະ ຄຸນ​ນະພາ​ບ.