Vietnam Report ປະ​ກ​າດ 10 ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຢີ​ທີ່​ມີ​ອິ​ດ​ທິ​ພົນ​ຊື່​ສຽງ​ໃນ​ປີ 2024

Chia sẻ
(VOVWORLD) - Vietnam Report ໃຫ້ຮູ້ວ່າ ໃນໄຕມາດທີ 1/2024, ລາຍຮັບອຸດສາຫະກຳເຕັກໂນໂລຢີຂໍ້ມູນຂ່າວສານບັນລຸເກືອບ 36,3ຕື້ USD, ເພີ່ມຂຶ້ນ 17,7%; ປີນີ້ ຫວຽດນາມ ຄາດວ່າຈະເປີດໜ້າໃໝ່ເຕັມໄປດ້ວຍແງ່ຫວັງໃຫ້ແກ່ບັນດາວິສາຫະກິດເຕັກໂນໂລຢີຢູ່ ຫວຽດນາມ.
Vietnam Report ປະ​ກ​າດ 10 ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຢີ​ທີ່​ມີ​ອິ​ດ​ທິ​ພົນ​ຊື່​ສຽງ​ໃນ​ປີ 2024 - ảnh 1ບັນຊີລາຍຊື່ Top 10 ບໍລິສັດເຕັກໂນໂລຢີທີ່ມີອິດທິພົນຊື່ສຽງໃນປີ 2024 (ພາບ: vietnamreport.net.vn)

ວັນທີ 21 ມິຖຸນາ, ຢູ່ຮ່າໂນ້ຍ, ບໍລິສັດຫຸ້ນສ່ວນລາຍການຕີລາຄາ ຫວຽດນາມ Vietnam Report  ໄດ້ປະກາດບັນຊີລາຍຊື່ Top 10 ບໍລິສັດເຕັກໂນໂລຢີທີ່ມີອິດທິພົນຊື່ສຽງໃນປີ 2024. ຕາມນັ້ນແລ້ວ, ບັນຊີລາຍຊື່ລວມມີ: ກຸ່ມບໍລິສັດ ອຸດສາຫະກຳ - ໂທລະຄົມມະນາຄົມ ກອງທັບ (Viettel), ບໍລິສັດຫຸ້ນສ່ວນ FPT, ກຸ່ມບໍບິສັດໄປສະນີໂທລະຄົມມະນາຄົມ ຫວຽດນາມ, ບໍລິສັດໃຫຍ່ໂທລະຄົມມະນາຄົມ Mobifone, ບໍລິສັດຫຸ້ນສ່ວນກຸ່ມບໍລິສັດເຕັກໂນໂລຢີ CMC, ກຸ່ມບໍລິສັດການບໍລິການໂທລະຄົມມະນາຄົມ, ບໍລິສັດຫຸ້ນສ່ວນ Hanel, ບໍລິສັດຫຸ້ນສ່ວນເຕັກໂນໂລຢີ ແລະ ສື່ມວນຊົນ ຫວຽດນາມ, ບໍລິສັດຈຳກັດຜູ້ດຽວ ຂໍ້ມູນເອເລັກໂຕນິການເດີນເຮືອ ຫວຽດນາມ, ບໍລິສັດຫຸ້ນສ່ນເຕັກໂນໂລຢີ ຕຽນຟາດ. ນອກຈາກນັ້ນ, Vietnam Report ກໍ່ປະກາດ Top 10 ບໍລິສັດເຕັກໂນໂລຢີສະໜອງຜະລິດຕະພັນ, ການບໍລິການ, ວິທີການຫັນເປັນດີຈີຕອນທີ່ມີອິດທິພົນຊື່ສຽງໃນປີ 2024. Vietnam Report ໃຫ້ຮູ້ວ່າ ໃນໄຕມາດທີ 1/2024, ລາຍຮັບອຸດສາຫະກຳເຕັກໂນໂລຢີຂໍ້ມູນຂ່າວສານບັນລຸເກືອບ 36,3ຕື້ USD, ເພີ່ມຂຶ້ນ 17,7%. ປີນີ້, ຄາດວ່າຈະເປີດໜ້າໃໝ່ເຕັມໄປດ້ວຍແງ່ຫວັງໃຫ້ແກ່ບັນດາວິສາຫະກິດເຕັກໂນໂລຢີຢູ່ ຫວຽດນາມ.

ຕອບກັບ