NATO ຢາກ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຕວັກ​ກີ - ແຟງ​ລັງ - ຊູ​ແອັດ

Chia sẻ
(VOVWORLD) - ວັນທີ 29 ພຶດສະພາ, ທ່ານ Ibrahim Kalin ໂຄສົກຂອງປະທານາທິບໍດີ ຕວັກກີ ໃຫ້ຮູ້ວ່າ ທ່ານ Jens Stoltenberg ເລຂາທິການໃຫຍ່ ອົງການສົນທິສັນຍາອັດລັງຕິກເໜືອ (NATO) ຢາກຈັດກອງປະຊຸມລະຫວ່າງຕວັກກີ, ຊູແອັດ ແລະ ແຟງລັງ.
NATO ຢາກ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຕວັກ​ກີ - ແຟງ​ລັງ - ຊູ​ແອັດ - ảnh 1ແຟງລັງ, ຊູແອັດ ຢື່ນໃບຄຳຮ້ອງຂໍເຂົ້າເປັນສະມາຊິກຂອງ EU ຢ່າງເປັນທາງການ (ພາບ: AFP/TTXVN)

ແລະກໍ່ໃນວັນທີ 29 ພຶດສະພາ, ກ່າວຄຳເຫັນຜ່ານຊ່ອງໂທລະພາບ TRT Haber ແລ້ວ, ທ່ານປະທານາທາບໍດີ ຕວັກກີ Tayyip Erdogan ໃຫ້ຮູ້ວ່າ ການເຈລະຈາຂອງປະເທດນີ້ ໃນອາທິດຜ່ານມາກັບບັນດາຄະນະຜູ້ແທນ ແຟງລັງ ແລະ ຊູແອັດບໍ່ບັນລຸໄດ້ຕາມຄວາມຫວັງ ແລະ Ankara ບໍ່ສາມາດຕົກລົງໃຫ້ສອງປະເທດດັ່ງກ່າວເຂົ້າຮ່ວມ NATO. ຕວັກກີ ກ່າວຫາວ່າ ຊູແອັດ ແລະ ແຟງລັງ ໜູຊ່ວຍການເງິນ ແລະ ສະໜັບສະໜູນດ້ານການເມືອງກັບກຸ່ມປະກອບອາວຸດ “ພັກກຳມະກອນຊາວ Kurd” ເຊິ່ງອຳນາດການປົກຄອງ Ankara ຖືວ່າແມ່ນກຸ່ມຄົນລະເມີດກົດໝາຍ

ຕອບກັບ