Houthi ບຸກໂຈມຕີ ກຳປັ່ນຂົນສົ່ງສິນຄ້າຢູ່ ອ່າວ Aden

Chia sẻ
(VOVWORLD) - ວັນທີ 22 ມິຖຸນາ, ກຳລັງ Houthi ຢູ່ Yemen ຖະແຫລງວ່າ ໄດ້ດຳເນີນການບຸກໂຈມຕີໃສ່ກຳປັ່ນຂົນສົ່ງສິນຄ້າ ເມື່ອພວມໄປຜ່ານອ່າວ Aden ແຕ່ເຖິງຢ່າງໃດກໍຕາມ ບໍ່ກໍ່ຄວາມເສຍຫາຍປານໃດ.
Houthi ບຸກໂຈມຕີ ກຳປັ່ນຂົນສົ່ງສິນຄ້າຢູ່ ອ່າວ Aden - ảnh 1ກຳປັ່ນຖືກບຸກໂຈມຕີເມື່ອໄປຜ່ານ ອ່າວ Aden ເມື່ອວັນທີ 27/1/2024. ພາບ :AFP/TTXVN

ເຫດບຸກໂຈມຕີຂອງ Houthi ເກີດຂຶ້ນພາຍຫລັງທຳການບຸກໂຈມຕີທີ່ເຮັດໃຫ້ກຳປັ່ນ Tutor ຈົ່ມນ້ຳໃນອາທິດກ່ອນ, ເປັນການເພີ່ມຄວາມເຄັ່ງຕຶງໃຫມ່ໃນບັ້ນຮົບບຸກໂຈມຕີຂອງ Houthi ເລັ່ງໃສ່ກຳປັ່ນໃນແລວການເດີນທະເລທີ່ສຳຄັນຜ່ານ ທະເລແດງ, ໃນສະພາບການປະທະກັນລະຫວ່າງ Israel-Hamas ຢູ່ ເຂດ ກາຊາ ຍັງຄົງສືບຕໍ່ເກີດຂຶ້ນ.

ກຳລັງ Houthi  ໄດ້ດຳເນີນການບຸກໂຈມຕີກວ່າ 60 ຄັ້ງໃສ່ບັນດາກຳປັ່ນ ເຮັດໃຫ້ລູກເຮືອ 4 ຄົນເສຍຊີວິດ. Houthi  ກໍ່ໄດ້ຈັບຕົວກັກຂັງກຳປັ່ນລຳຫນຶ່ງ ແລະໃຫ້ໃຫ້ກຳປັ່ນ 2 ລຳຈົ່ມນ້ຳ ນັບແຕ່ເດືອນ ພະຈິກປີ 2023. ກຳລັງນີ້ໄດ້ຢືນຢັນ ບັນດາການບຸກໂຈມຕີຂອງເຂົາເຈົ້າ ແມ່ນເລັ່ງໃສ່ບັນດາກຳປັ່ນທີ່ມີການຕິດກັບໄປໄຈ ອິດສະຣາແອນ, ອາເມລິກາ ແລະ ອັງກິດ. ເຖິງຢ່າງໃດກໍຕາມ, ກຳປັ່ນຫລາຍລຳຖືກບຸກໂຈມຕີບໍ່ມີສ່ວນກ່ຽວຂ້ອງເຖິງການປະທະກັນລະຫວ່າງ Israel -Hamas

ຕອບກັບ