EVFTA ຊ່ວຍ​​ເປີດ​ກະ​ແສ​ເງິນ​ລົງ​ທຶນ FDI ທີ່​ມີ​ຄຸນ​ນະ​ພາບ​ສູງ​ຈາກ EU ເຂົ້າ ຫວຽດ​ນາມ

Chia sẻ
(VOVWORLD) - ທ່ານ ຫງວຽນດຶກແທັງ ທູດການຄ້າຫວຽດນາມ ປະຈຳອີຕາລີ ໄດ້ໃຫ້ຂໍ້ສັງເກດວ່າ ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EVFTA)ຈະມີຜົນສັກສິດໃນວັນທີ 1 ສິງຫາ ນັ້ນຈະສ້າງກາລະໂອກາດເປີດກ້ວາງໃຫ້ຫວຽດນາມໄດ້ສຳຜັດກັບຕະຫຼາດທີ່ມີປະຊາກອນ 450 ລ້ານຄົນ, ພ້ອມທັງເປີດກະແສເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ທີ່ມີຄຸນນະພາບສູງຈາກ EU ເຂົ້າຫວຽດນາມ.
EVFTA ຊ່ວຍ​​ເປີດ​ກະ​ແສ​ເງິນ​ລົງ​ທຶນ FDI ທີ່​ມີ​ຄຸນ​ນະ​ພາບ​ສູງ​ຈາກ EU ເຂົ້າ ຫວຽດ​ນາມ - ảnh 1ພາບປະກອບ: TTXVN 

ໃນສະພາບການໂລກລະບາດ ຄືໃນປັດຈຸບັນ, ວົງການນັກໄຈ້ແຍກໄດ້ດັດປັບການຄາດຄະເນ ລະດັບເພີ່ມວົງເງິນສົ່ງອອກຂອງຫວຽດນາມ ໄປຍັງ EU ເມື່ອທຽບໃສ່ກັບໄລຍະກ່ອນເກີດໂລກລະບາດ , ຕາມນັ້ນແລ້ວ, ອາດຈະເພີ່ມຂຶ້ນພຽງແຕ່ປະມານ 5% ໃນປີ 2020 ແລະ ເລີ່ມເພີ່ມຂຶ້ນຄືນໃໝ່ນັບແຕ່ປີ 2021.

        ຕາມທ່ານ ຫງວຽນດຶກແທັງແລ້ວ, ໃນເດືອນສິງຫາຈະມາເຖິງ, ເມື່ອບັນດາຄຳໝັ້ນສັນຍາ ຂອງ EVFTA ມີຜົນສັກສິດຢ່າງເປັນທາງການ ກໍ່ແມ່ນໄລຍະທີ່ ພື້ນຖານເສດຖະກິດ Eu ເວົ້າສະເພາະ ແລະ ເສດຖະກິດໂລກເວົ້າລວມ ຄາດຄະເນວ່າຈະກ້າວເຂົ້າສູ່ສະພາບການທີ່ເປັນປົກກະຕິໃໝ່, EVFTA ຈະສ້າງທ່າໄດ້ປຽບໃຫຍ່ຫຼາຍຢ່າງ, ເປັນຕົ້ນແມ່ນທ່າໄດ້ປຽບກ່ຽວກັບພາສີອາກອນ ໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ແລະ EU.

ຕອບກັບ