ແຂວງ ລ້າງເຊີນ ຢັ້ງຢືນບົດບາດເສດຖະກິດດ່ານຊາຍແດນໃນການພັດທະນາເສດຖະກິດ

Hoang Khanh+Thu Hoa
Chia sẻ

(VOVWORLD) - ໂດຍແມ່ນທ້ອງຖິ່ນຕິດຈອດກັບຈີນ, ແຂວງ ລ້າງເຊີນ ກຳນົດວ່າ ເສດຖະກິດດ່ານຊາຍແດນແມ່ນ ປາຍແຫລມໃນການພັດທະນາເສດຖະກິດຂອງແຂວງ. ນະໂຍບາຍດຶງດູດການລົງທຶນເຂົ້າເຂດດ່ານຊາຍແດນຂອງແຂວງລ້າງເຊີນ ໄດ້ຊ່ວຍເສດຖະກິດດ່ານຊາຍແດນ ແຂວງນີ້ ມີບັນດາບາດກ້າວເຕີບໂຕຢ່າງໝັ້ນແກ່ນ.

ແຂວງ ລ້າງເຊີນ ຢັ້ງຢືນບົດບາດເສດຖະກິດດ່ານຊາຍແດນໃນການພັດທະນາເສດຖະກິດ - ảnh 1

ເສັ້ນທາງຂົນສົ່ງ ສິນຄ້າ ລະຫວ່າງ ດ່ານຊາຍແດນ ເຕີນແທງ ລ້າງເຊີນ ໄປຍັງ ຈີນ

ລ້າງເຊີນ ແມ່ນສະຖານທີ່ທຳອິດຂອງຫວຽດນາມ ໃນແລວເສດຖະກິດ ຫນານຫນີງ (ຈີນ)- ລ້າງເຊີນ - ຮ່າໂນ້ຍ - ຫາຍຟ່ອງ (ຫວຽດນາມ) ຄຽງຂ້າງເຂດເສດຖະກິດສາມຫລ່ຽມຈຸດສຸມ ແຫ່ງຊາດ ນັ້ນແມ່ນ: ຮ່າໂນ້ຍ - ຫາຍຟ່ອງ - ກວ໋າງນີງ. ລ້າງເຊີນ ກໍ່ແມ່ນ ປະຕູຜ່ານ ສຳຄັນເຊື່ອມຕໍ່ ຈີນ ກັບບັນດາປະເທດ ສະຫະພັນ ອາຊີ - ປາຊີຟິກ.

ທ່ານ ຫງວຽນກົງເຈື໋ອງ, ຮອງປະທານ ຄະນະກຳມະການປະຊາຊົນແຂວງ ລ້າງເຊີນ ໃຫ້ຮູ້ວ່າ: ດ້ວຍລະບົບ 12 ດ່ານຊາຍແດນສາກົນ, ດ່ານຊາຍແດນແຫ່ງຊາດ ແລະ ບັນດາດ່ານຊາຍແດນສຳຮອງ, ເສດຖະກິດດ່ານຊາຍແດນ ກວມເອົາອັດຕາສ່ວນ 53% ໃນພື້ນຖານເສດຖະກິດຂອງລ້າງເຊີນ.

         ສຳລັບເສດຖະກິດດ່ານຊາຍແດນ ລ້າງເຊີນ, ພວກຂ້າພະເຈົ້າໄດ້ວາງແຜນກຳນົດລະບົບດ່ານຊາຍແດນ, ສຸມໃສ່ດຶງດູດບັນດາວິສາຫະກິດ, ກຸ່ມບໍລິສັດຢູ່ພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມບາງໂຄງການຢູ່ດ່ານຊາຍແດນ. ພວກຂ້າພະເຈົ້າຂຸດຄົ້ນທ່າແຮງຂອງແຂວງ ແລະ ສົມທົບກັບແຂວງ ກວາງສີ ຂອງຈີນ ເພື່ອຍູ້ແຮງສິນຄ້າຂາອອກຂາເຂົ້າຂອງບັນດາປະເທດ ອາຊຽນ ກໍ່ຄືບັນດາແຂວງຂອງຈີນ ສົ່ງອອກໄປຜ່ານບໍລິເວນແຂວງ ລ້າງເຊີນ ເພື່ອເພີ່ມລາຍຮັບງົບປະມານກໍ່ຄືສ້າງວຽກເຮັດງານທຳໃຫ້ແກ່ພໍ່ແມ່ປະຊາຊົນແຂວງ”

 ໃນປີ 2019 ລ້າງເຊີນ ໄດ້ກໍ່ສ້າງສຳເລັດ ແລະ ນຳເຂົ້າໃຊ້ການບາງກິດຈະກຳ, ໂຄງການສຳຄັນ ຮັບໃຊ້ການພັດທະນາເສດຖະກິດດ່ານຊາຍແດນ. ນອກນັ້ນ ດ້ວຍການຍູ້ແຮງປະຕິຮູບດ້ານບໍລິຫານ, ປະຕິບັດບັນດາມາດຕະການປັບປຸງ ແລະ ຍົກສູງບັນດາດັດຊະນີປະສິດທິຜົນການຄຸ້ມຄອງ ແລະ ບໍລິຫານສາທາລະນະ (PAPI)  ແລະ ການປະຕິຮູບດ້ານບໍລິຫານ (PARINDEX), ກຳລັງຄວາມສາມາດແກ້ງແຍ້ງ (PCI) ຂັ້ນແຂວງ, ລ້າງເຊີນ ໄດ້ຫນູນຊ່ວຍ, ແກ້ໄຂຂໍ້ຕິດຂັດ, ຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດໃນການຜະລິດ, ຈຳຫນ່າຍຜະລິດຕະພັນ, ສ້າງກົນໄກຊຸກຍູ້ການພັດທະນາສິນຄ້າຊາຍແດນ.

ເຂດເສດຖະກິດດ່ານຊາຍແດນ ດົ່ງດັງ - ລ້າງເຊີນ ແມ່ນຫນຶ່ງໃນບັນດາຈຸດເດັ່ນເພື່ອນຳແຂວງ ລ້າງເຊີນ ກາຍເປັນບ່ອນດຶງດູດການເຄື່ອນໄຫວຂາອອກຂາເຂົ້າ, ການຄ້າຊາຍແດນແຖວຫນ້າແຫ່ງຊາດ. ມາຮອດປະຈຸບັນ ເຂດເສດຖະກິດນີ້ ພວມໄດ້ຮັບການລົງທຶນ, ພັດທະນາຢ່າງແຮງ ແລະ ກາຍເປັນເຂດໃຈກາງ, ສະຖານທີ່ສຳຄັນເຊື່ອມຕໍ່ການຮ່ວມມືເສດຖະກິດລະຫວ່າງ ລ້າງເຊີນ - ກວາງສີ ເວົ້າສະເພາະ ແລະ ລະຫວ່າງ ຫວຽດນາມ ແລະ ຈີນເວົ້າລວມ.  ແຂວງ ລ້າງເຊີນ ໄດ້ປະຕິບັດຫລາຍນະໂຍບາຍຫນູນຊ່ວຍນັກລົງທຶນ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດານັກລົງທຶນເຂົ້າມາລົງທຶນຢູ່ເຂດເສດຖະກິດດ່ານຊາຍແດນ.

ທ່ານ ຟານຮົ່ງຕຽນ, ຫົວຫນ້າຄະນະຄຸ້ມຄອງເຂດເສດຖະກິດດ່ານຊາຍແດນ ດົ່ງດັງ - ລ້າງເຊີນໃຫ້ຮູ້ວ່າ:

ນອກຈາກບັນດາການບຸລິມະສິດລວມເພື່ອດຶງດູດການລົງທຶນຕາມຂໍ້ກຳນົດຂອງກົດໝາຍຫວຽດນາມ, ບັນດາອົງການ ແລະ ສ່ວນບຸກຄົນຢູ່ພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມການລົງທຶນ, ການດຳເນີນທຸລະກິດຢູ່ເຂດເສດຖະກິດດ່ານຊາຍແດນ ຍັງໄດ້ຊົມໃຊ້ບັນດາບຸລິມະສິດພິເສດຕາມຂໍ້ກຳນົດຂອງນາຍົກລັດຖະມົນຕີ. ຄະນະກຳມະການປະຊາຊົນແຂວງ ກໍ່ໄດ້ຊີ້ນຳໃຫ້ບັນດາອົງການກ່ຽວຂ້ອງ ຄົ້ນຄ້ວາ, ສຳຫລວດກວດຄືນການສ້າງນະໂຍບາຍບຸລິມະສິດຫນູນຊ່ວຍການລົງທຶນຢູ່ບໍລິເວນແຂວງ, ໃນນັ້ນ ມີເຂດເສດຖະກິດດ່ານຊາຍແດນເພື່ອເສີມຂະຫຍາຍຢ່າງແຮງ, ປຽບທຽບກັບບັນດາດ່ານຊາຍແດນຢູ່ບໍລິເວນ, ສ້າງການຮ່ວມສຳພັນໃນການພັດທະນາເສດຖະກິດດ່ານຊາຍແດນ”

ດ້ວຍບັນດາມາດຕະການຢ່າງຄົບຊຸດ, ມາຮອດປະຈຸບັນ ການເຄື່ອນໄຫວດ້ານການຄ້າ, ການບໍລິການ, ການນຳເຂົ້າສົ່ງອອກ, ການເຂົ້າອອກເມືອງ ຢູ່ເຂດເສດຖະກິດດ່ານຊາຍແດນ ລ້າງເຊີນ ໄດ້ດຳເນີນໄປຢ່າງຟົດຟື້ນ ດ້ວຍ ກວ່າ 5000 ວິສາຫະກິດຜະລິດ ດຳເນີນທຸລະກິດ, ຂາອອກຂາເຂົ້າ. ປີ 2019, ຍອດວົງເງິນການນຳເຂົ້າສົ່ງອອກຜ່ານບໍລິເວນນີ້ ຄາດວ່າ ບັນລຸ 4.750 ລ້ານ USD. ການເກັບລາຍຮັບງົບປະມານຈາກການເຄື່ອນໄຫວນຳເຂົ້າສົ່ງອອກເພີ່ມຂຶ້ນ 21,4% ເມື່ອທຽບໃສ່ປີ 2018. ສິ່ງນັ້ນ ຍິ່ງຢັ້ງຢືນບົດບາດຂອງເຂດເສດຖະກິດດ່ານຊາຍແດນໃນການກຳນົດທິດພັດທະນາເສດຖະກິດ ສັງຄົມຂອງແຂວງ ລ້າງເຊີນ ແລະ ບັນດາທ້ອງຖິ່ນຢູ່ເຂດຊາຍແດນ.

 

ຕອບກັບ