ກຳນົດທີ່ຕັ້ງ ແລະ ສ້າງເຄື່ອງໝາຍການຄ້າໃຫ້ແກ່ຂະແຫນງທ່ອງທ່ຽວ ຮ່າຢາງ

Chia sẻ

(VOVWORLD) - ຮ່າຢາງ ແມ່ນແຂວງຢູ່ເຫນືອສຸດຂອງຫວຽດນາມ ມີຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຫລາຍຢ່າງເພື່ອພັດທະນາການທ່ອງທ່ຽວ. ຮ່າຢາງ ພວມມຸ່ງໄປເຖິງເປົ້າໝາຍການກຳນົດທີ່ຕັ້ງ ການທ່ອງທ່ຽວຂອງແຂວງໃນແຜນທີ່ທ່ອງທ່ຽວ ຫວຽດນາມ ແລະ ໂລກ, ນຳຂະແຫນງທ່ອງທ່ຽວໃຫ້ກາຍເປັນກຳລັງຫນູນໃນການພັດທະນາເສດຖະກິດ.

ກຳນົດທີ່ຕັ້ງ ແລະ ສ້າງເຄື່ອງໝາຍການຄ້າໃຫ້ແກ່ຂະແຫນງທ່ອງທ່ຽວ ຮ່າຢາງ - ảnh 1ຮ່າຢາງວາງຄາດໝາຍ ຮອດປີ 2025 ຂະແຫນງທ່ອງທ່ຽວກາຍເປັນຂະແຫນງເສດຖະກິດຈຸດສຸມ ດຶງດູດນັກທ່ອງທ່ຽວປະມານ 3 ລ້ານເທື່ອຄົນ. ພາບ: TT

ຮ່າຢາງ ມີຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຫລາຍຢ່າງເພື່ອພັດທະນາການທ່ອງທ່ຽວ. ແຕ່ປີ 2010 ເມື່ອພູພຽງຫີນ ດົ່ງວັນ ໄດ້ຮັບການຮັບຮອງຈາກອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳຂອງ ສປຊ (UNESCO) ເປັນສະມາຊິກເຄືອຂ່າຍສວນທໍລະນີສາດ UNESCO ທົ່ວໂລກ, ເຄື່ອງໝາຍການທ່ອງທ່ຽວຂອງ ຮ່າຢາງ ກໍ່ໄດ້ພັດທະນາຢ່າງບໍ່ຢຸດຢັ້ງ. ແຂວງ ໄດ້ຂຸດຄົ້ນຄຸນຄ່າຂອງພູພຽງຫີນ ດົ່ງວັນ, ຕິດພັນກັບການອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທຳຂອງ 19 ຊົນເຜົ່າທີ່ພວມດຳລົງຊີວິດຢູ່ບໍລິເວນ, ຍູ້ແຮງລາຍການສົ່ງເສີມ, ໂຄສະນາ. ມາຮອດປະຈຸບັນ, ຮູບພາບການທ່ອງທ່ຽວ ຮ່າຢາງ ແມ່ນໄດ້ມີລັກສະນະພິເສດສະເພາະ. ທ່ານນາງ ຈ້ຽວທິຕິ່ງ, ຮອງຫົວຫນ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ຮ່າຢາງ ໃຫ້ຮູ້ວ່າ:

 “ຮ່າຢາງ ມີຄວາມເອົາໃຈໃສ່ເປັນພິເສດການອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳພື້ນເມືອງ ແລະ ຮັກສາບັນດາມໍລະດົກຊື່ງທຳມະຊາດດົນບັນດານໃຫ້ ຮ່າຢາງ, ພິເສດແມ່ນສວນທໍລະນີສາດທົ່ວໂລກ ເຂດພູພຽງຫີນ ດົ່ງວັນ. ປະຈຸບັນ ພວກຂ້າພະເຈົ້າ ກໍ່ຮັກສາບັນດາງານບຸນປະເພນີເພື່ອໃຫ້ແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ໄດ້ເຂົ້າຮ່ວມນຳຊາວທ້ອງຖິ່ນ ເມື່ອມາຢາມແຂວງ ຮ່າຢາງ.

ຮ່າຢາງ ວາງຄາດໝາຍຮອດປີ 2025 ຂະແຫນງທ່ອງທ່ຽວກາຍເປັນຂະແຫນງເສດຖະກິດຈຸດສຸມ, ດຶງດູດນັກທ່ອງທ່ຽວກວ່າ 3 ລ້ານເທື່ອຄົນ. ການກຳນົດທິດຮອດປີ 2030 ເຂດພູພຽງຫີນ ດົ່ງວັນ ໄດ້ຮັບການຮັບຮອງເປັນເຂດທ່ອງທ່ຽວແຫ່ງຊາດ, ດຶງດູດນັກທ່ອງທ່ຽວປະມານ 5 ລ້ານເທື່ອຄົນ; ຍອດລາຍຮັບຈາກການທ່ອງທ່ຽວຄາດວ່າບັນລຸ 800 ລ້ານ USD, ປະກອບສ່ວນ 14,34% ມູນຄ່າການທ່ອງທ່ຽວເຂົ້າໃນຍອດຜະລິດຕະພັນພາຍໃນບໍລິເວນ; ສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານ 20.000 ຄົນ. ນອກຈາກການເອົາໃຈໃສ່ພັດທະນາການທ່ອງທ່ຽວໂດຍອີງໃສ່ບັນດາຄຸນຄ່າມໍລະດົກ, ການພັດທະນາຜະລິດຕະພັນການທ່ອງທ່ຽວວັດທະນະທຳແລ້ວ, ຮ່າຢາງ ກໍ່ພວມສ້າງ ແລະ ນຳການທ່ອງທ່ຽວຊີວະພາບ, ພັກຜ່ອນບຳລຸງສຸຂະພາບ, ທ່ອງທ່ຽວກະສິກຳ ເຂົ້າເຄື່ອນໄຫວ. ທ່ານນາງ ຈ້ຽວທິຕິ່ງ ໃຫ້ຮູ້ຕື່ມອີກວ່າ.

 “ສຳລັບພວກຂ້າພະເຈົ້າ ເລື່ອງຮັກສາເຄື່ອງໝາຍການຄ້າການທ່ອງທ່ຽວຂອງແຂວງ ຮ່າຢາງ ແມ່ນຫຍຸ້ງຍາກທີ່ສຸດແລ້ວ, ແຕ່ການກຳນົດທີ່ຕັ້ງໃຫ້ຜະລິດຕະພັນພິເສດ ແມ່ນຍິ່ງກວ່ານັ້ນອີກ ເຊິ່ງຕ້ອງແມ່ນວິວັດທະນາການຫນຶ່ງ. ໃນໄລຍະຜ່ານມາ, ດ້ວຍການຊີ້ນຳ, ການກຳນົດທິດຢ່າງໃກ້ຊິດຕິດແທດຂອງອຳນາດການປົກຄອງ, ອາດເວົ້າໄດ້ວ່າ ເຄື່ອງໝາຍການຄ້າຂອງແຂວງ ຮ່າຢາງ ໄດ້ ແລະ ພວມໄດ້ຮັບການກຳນົດທີ່ຕັ້ງ ແລະ ພັດທະນາ. ພວກຂ້າພະເຈົ້າ ໄດ້ ແລະ ພວມສ້າງເຄື່ອງໝາຍການຄ້າການທ່ອງທ່ຽວໄປສູ່ແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ, ພິເສດແມ່ນແຂກທ່ອງທ່ຽວສາກົນ”.

ທີ່ກອງປະຊຸມສຳມະນາ ກຳນົດທີ່ຕັ້ງ ແລະ ສ້າງເຄື່ອງໝາຍການຄ້າການທ່ອງທ່ຽວແຂວງ ຮ່າຢາງ ຊື່ງໄດ້ດຳເນີນໃນທ້າຍເດືອນມີນາ ຜ່ານມາ, ບັນດາຜູ້ຊ່ຽວຊານຖືວ່າ ດ້ວຍການຂຸດຄົ້ນບັນດາຄຸນຄ່າຫລັກ, ຜະລິດຕະພັນການທ່ອງທ່ຽວທີ່ເປັນເອກະລັກ, ຕາມການກຳນົດທິດສີຂຽວ ແລະ ຍືນຍົງ.. ພວມພິສູດໃຫ້ເຫັນວ່າ ຮ່າຢາງ ແມ່ນຈຸດນັດພົບຫາກໍ່ພົ້ນເດັ່ນໃຫມ່ຢູ່ ອາຊີ. ທ່ານ Lee Kyung Taek ຮອງຫົວຫນ້າຫ້ອງການຜູ້ຕາງຫນ້າກົມໃຫຍ່ການທ່ອງທ່ຽວ ສ. ເກົາຫລີ (KTO) ປະຈຳ ຫວຽດນາມ ຖືວ່າ:

 “ຂ້າພະເຈົ້າຖືວ່າ ຮ່າຢາງ ໄດ້ສືບຕໍ່ປັບປຸງ, ຍົກລະດັບພື້ນຖານດ້ານວັດຖຸເພື່ອດຶງດູດນັກທ່ອງທ່ຽວສາກົນ. ຮ່າຢາງ ມີທິວທັດທຳມະຊາດສວຍງາມໃຫຍ່ໂຕມະໂຫຖານ ສະນັ້ນ ຄວນສ້າງບັນດາຜະລິດຕະພັນເຊື່ອມຕໍ່ກັບບັນດາແຂວງໃນເຂດ. ເລື່ອງຂຸດຄົ້ນປັດໄຈທຳມະຊາດ ດ້ວຍຮູບແບບການທ່ອງທ່ຽວ ການຫຼິ້ນກິລາຢູ່ນ້ຳ, ກະເຊົ້າລອຍຟ້າ, ຂົວຊົມວິວ… ເພື່ອດຶງດູດແຂກທ່ອງທ່ຽວສາກົນ ເວົ້າລວມ ແລະ ແຂກທ່ອງທ່ຽວມາຈາກ ສ.ເກົາຫລີ ເວົ້າສະເພາະ ແມ່ນມີຄວາມຈຳເປັນ”

ກຳນົດທີ່ຕັ້ງ ແລະ ສ້າງເຄື່ອງໝາຍການຄ້າໃຫ້ແກ່ຂະແຫນງທ່ອງທ່ຽວ ຮ່າຢາງ - ảnh 2ຮ່າຢາງ ມີຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຫລາຍຢ່າງເພື່ອພັດທະນາການທ່ອງທ່ຽວ. ພາບ: TT

ຕາມ ທ່ານ ປອ ຫວູນາມ, ພະແນກທ່ອງທ່ຽວ ແລະ ໂຮງແຮມ, ມະຫາວິທະຍາໄລເສດຖະກິດແຫ່ງຊາດ ແລ້ວ, ຮ່າຢາງ ຄວນກະກຽມແຫລ່ງຊັບພະຍາກອນມະນຸດໃຫ້ດີທີ່ສຸດ; ເພີ່ມທະວີການຮ່ວມມືລະຫວ່າງເມືອງ, ເທດສະບານ, ບັນດາສະຖານທີ່ທ່ອງທ່ຽວ ເພື່ອສ້າງພື້ນທີ່ທ່ອງທ່ຽວທີ່ເປັນເອກະລັກສະເພາະ, ຍືນຍົງ. ພ້ອມກັນນັ້ນ ຮ່າຢາງ ກໍ່ຄວນເປັນເຈົ້າການໃນການສ້າງ, ສະເຫນີບັນດາແຜນການ, ນະໂຍບາຍໃຫມ່ໃຫ້ເໝາະສົມກັບສະພາບຕົວຈິງ, ທ່າອ່ຽງຂອງການພັດທະນາ.

 “ຮ່າຢາງ ຄວນເອົາໃຈໃສ່ດ້ານຄຸນຄທີ່ແຕກຕ່າງກັບບັນດາທ້ອງຖິ່ນອື່ນທີ່ຢູ່ພາຍໃນປະເທດ ແລະ ໂລກ. ໃນການກໍ່ສ້າງບັນດາຜະລິດຕະພັນທ່ອງທ່ຽວ, ຮ່າຢາງ ຕ້ອງນຳເຊິ່ງຄວາມຮູ້ສຶກທີ່ພິເສດມາໃຫ້ນັກທ່ອງທ່ຽ ເພື່ອໃຫ້ນັກທ່ອງທ່ຽວເລືອກເຟັ້ນ ແລະ ຊື້ບັນດາຜະລິດຕະພັນທ່ອງທ່ຽວຂອງທ້ອງຖິ່ນ. ຈາກນັ້ນ ບັນດາຜະລິດຕະພັນທ່ອງທ່ຽວກໍ່ມີຄວາມດູດດື່ມ, ມີຄຸນຄ່າສູງກວ່າ, ນັກທ່ອງທ່ຽວຈະເລືອກເຟັ້ນມາທ່ຽວຢູ່ ຮ່າຢາງ ຫລາຍກວ່າ ແລະ ສ້າງກຳລັງແກ້ງແຍ່ງໃຫ້ແກ່ການທ່ອງທ່ຽວ ຮ່າຢາງ”.

ປະຈຸບັນ ທົ່ວແຂວງ ມີ 54 ວິສາຫະກິດ, ສະຫະກອນ ມີລະຫັດຂະແຫນງ ແລະ ມີພາລະບົດບາດດຳເນີນທຸລະກິດການທ່ອງທ່ຽວ; ນອກນັ້ນ ຮ່າຢາງ ຍັງມີບ່ອນພັກເຊົາເກືອບ 900 ແຫ່ງ. ໃນຊຸມປີມໍ່ໆມານີ້ ການທ່ອງທ່ຽວ ຮ່າຢາງ ໄດ້ຮັບການຄັດເລືອກແມ່ນຈຸດນັດພົບອັນດູດດື່ມ, ມີສີສັນສະເພາະ, ທິວທັດທຳມະຊາດສວຍງາມແບບຮົກເຮື້ອເປົ່າວ່າງ, ມະຫັດສະຈັນ, ໃຫຍ່ໂຕມະໂຫຖານ. ບັນດາປັດໄຈສະດວກນີ້ ພ້ອມກັບການສ້າງເຄື່ອງໝາຍການຄ້າການທ່ອງທ່ຽວ ຮ່າຢາງ ຈະປະກອບສ່ວນເຂົ້າໃນການເຕີບໂຕເສດຖະກິດ, ນຳຊີວິດການເປັນຢູ່ດ້ານວັດຖຸ, ຈິດໃຈຂອງຊາວຊົນເຜົ່າຢູ່ບໍລິເວນແຂວງ ຮ່າຢາງ ນັບມື້ນັບພັດທະນາ.

ຕອບກັບ