ກວ໋າງນິງ - ເປັນແບບຢ່າງໃຫ້ແກ່ຮູບແບບລ້ຽງປູກສິນໃນນ້ຳຢູ່ທະເລແບບຍືນຍົງ

Le Phuong - Minh Long
Chia sẻ

(VOVWORLD) -ການພັດທະນາການລ້ຽງປູກສິນໃນນ້ຳຢູ່ທະເລ ແມ່່ນເພື່ອແນໃສ່ຂຸດຄົ້ນ, ປົກປັກຮັກສາແຫລ່ງຜົນປະໂຫຍດຈາກສິນໃນນ້ຳ, ກໍ່ສ້າງຂະແຫນງສິນໃນນ້ຳແບບຍືນຍົງ. ເພື່ອຫັນຍຸດທະສາດການພັດທະນາການລ້ຽງປູກສິນໃນນ້ຳຢູ່ທະເລ ໃຫ້ເປັນລະອຽດ, ທ່ານນາຍົກລັດຖະມົນຕີ ໄດ້ເຊັນອະນຸມັດແຜນຮ່າງລ້ຽງປູກສິນ ໃນນ້ຳຢູ່ທະເລ ຮອດປີ 2030 ວິໄສທັດຮອດປີ 2045. ກວ໋າງນິງ ແມ່ນຫນຶ່ງໃນບັນດາທ້ອງຖິ່ນນຳຫນ້າຂອງທົ່ວປະເທດໃນການພັດທະນາການລ້ຽງປູກສິນ ໃນນ້ຳຢູ່ທະເລ ແລະ ບັນລຸໄດ້ບັນດາໝາກຜົນຕັ້ງຫນ້າ.

ກວ໋າງນິງ - ເປັນແບບຢ່າງໃຫ້ແກ່ຮູບແບບລ້ຽງປູກສິນໃນນ້ຳຢູ່ທະເລແບບຍືນຍົງ - ảnh 1ຮູບແບບລ້ຽງປູກສິນໃນນ້ຳຢູ່ທະເລຂອງປະຊາຊົນ ຢູ່ ເວີນໂດນ ແຂວງກວ໋າງນິງ. ພາບ: dangcongsan.vn

ທັດສະນະການພັດທະນາຂອງ ແຂວງ ກວ໋າງນິງ ແມ່ນພັດທະນາເສດຖະກິດທະເລສີຂຽວ, ນຳໃຊ້ບັນດາແຫລ່ງຊັບພະຍາກອນຢູ່ທະເລແບບຍືນຍົງ ເພື່ອການເຕີບໂຕເສດຖະກິດ, ປັບປຸງການຫາເງິນລ້ຽງຊີບ, ວຽກເຮັດງານທຳໃຫ້ແກ່ປະຊາຊົນ, ຮັບປະກັນສຸຂະພາບຂອງບັນດາລະບົບຊີວະພາບທະເລ, ບໍ່ນຳຊັບພະຍາກອນສິ່ງແວດລ້ອມແລກເອົາການເຕີບໂຕ, ພັດທະນາເສດຖະກິດທະເລດ້ວຍທຸກວິທີ.

ທາງແຂວງ ໄດ້ປະກາດໃຊ້ຫລາຍລັດຖະນະໂຍບາຍ ເພື່ອແນໃສ່ພັດທະນາຕາມທິດຍົກສູງຄຸນຄ່າການເຕີບໂຕ ແລະ ຍືນຍົງ. ປະຈຸບັນ ການລ້ຽງປູກສິນທະເລຂອງແຂວງ ກວ໋າງນິງ ບັນລຸໄດ້ຫລາຍໝາກຜົນຕັ້ງຫນ້າ. ປະລິມານສິນໃນນ້ຳຈະເພີ່ມແຕ່ 89.000 ໂຕນໃນປີ 2013 ຂຶ້ນເປັນ 175.000 ໂຕນໃນປີ 2030. ເຂດລ້ຽງປູກສິນໃນນ້ຳສຸມໃສ່ການເພີ່ມດ້ານຂອບຂະຫນາດ, ປະລິມານການຜະລິດ, ຍົກຍອດເນື້ອທີ່ລ້ຽງປູກສິນໃນນ້ຳຂຶ້ນເປັນ 32.000 ເຮັກຕາ, ເພີ່ມຂຶ້ນ 10.000 ເຮັກຕາເມື່ອທຽບໃສ່ປີ 2013. ທ່ານ ກາວເຕື່ອງຮູຍ, ປະທານ ຄະນະກຳມະການປະຊາຊົນແຂວງ ກວ໋າງນິງ ໃຫ້ຮູ້ວ່າ:

 “ພວກຂ້າພະເຈົ້າໄດ້ວາງແຜນກຳນົດເຂດລ້ຽງຢູ່ທຸກທ້ອງຖິ່ນທີ່ມີທະເລໃນບໍລິເວນແຂວງ. ນີ້ແມ່ນພື້ນຖານດ້ານນິຕິກຳສຳຄັນເພື່ອດຶງດູດການລົງທຶນ. ຄຽງຄູ່ກັນນັ້ນ, ພວກຂ້າພະເຈົ້າກໍ່ມີຫລາຍກົນໄກ, ນະໂຍບາຍເພື່ອດຶງດູດບັນດານັກລົງທຶນ ເປັນຕົ້ນແມ່ນບັນດານັກລົງທຶນຕ່າງປະເທດ, ນຳເອົາວິທະຍາສາດເຕັກໂນໂລຊີທີ່ກ້າວຫນ້າໃນໂລກມາໃຫ້ແຂວງ ກວ໋າງນິງ. ບົນພື້ນຖານນັ້ນ ແຂວງ ຈະສ້າງເງື່ອນໄຂສະດວກທີ່ສຸດໃນການມອບຂອບເຂດທະເລໃຫ້ແກ່ປະຊາຊົນ, ວິສາຫະກິດຢູ່ບັນດາເຂດທະເລໃນບໍລິເວນແຂວງ”.

          ຍຸດທະສາດ ການລ້ຽງປູກສິນໃນນ້ຳຢູ່ທະເລ ຂອງແຂວງ ກວ໋າງນິງ ແມ່ນຖືຊາວກະສິກອນເປັນຫລັກ, ຖືມູນຄ່າເພີ່ມເປັນເປົ້າໝາຍມຸ່ງໄປເຖິງຫລາກຫລາຍມູນຄ່າ. ທ່າໄດ້ປຽບໃຫຍ່ຂອງແຂວງ ຈະໝູນໃຊ້ຕະຫລາດແຂກທ່ອງທ່ຽວແຕ່ລະປີກວ່າ 20 ລ້ານຄົນເພື່ອຈຳຫນ່າຍ. ນອກນັ້ນ ກໍ່ສົມທົບກັບ ການລ້ຽງປູກສິນໃນນ້ຳອອກສູ່ທະເລກັບການຂຸດຄົ້ນສິນໃນນ້ຳ ສິນທະເລທີ່ມີເຕັກໂນໂລຊີສູງ, ມີປະສິດທິຜົນ, ຍືນຍົງ, ຕິດພັນກັບການຮັບປະກັນຄວາມໝັ້ນຄົງດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບ. ທ່ານ ເຈີ່ນດິ່ງລວນ, ຫົວຫນ້າກົມສິນໃນນ້ຳ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຕີລາຄາວ່າ:

         “ການລ້ຽງປູກສິນໃນນ້ຳຢູ່ທະເລ ແບບຍືນຍົງ ຊ່ວຍຊາວກະສິກອນມີຊີວິດການເປັນຢູ່ທີ່ໝັ້ນຄົງກວ່າ. ວິທີເຮັດຂອງແຂວງ ກວ໋າງນິງ ແມ່ນຕັດສິນໃຈສຳຫລວດ, ດັດປັບຄວາມຫນາແຫນ້ນຂອງກະຊັງທີ່ລ້ຽງສິນໃນນ້ຳ, ເນື້ອທີ່ການລ້ຽງປູກສິນໃນນ້ຳ, ການວາງແຜນຜັງຄືນບັນດາເຂດລ້ຽງປູກແບບພັດທະນາເອງ. ກວ໋າງນິງ ໄດ້ປະກາດໃຊ້ບັນດາມາດຖານກ່ຽວກັບວັດສະດຸນຳໃຊ້ໃນການລ້ຽງປູກ, ໝູນໃຊ້ເຕັກໂນໂລຊີກ້າວຫນ້າ”.

         ໃນຍຸດທະສາດພັດທະນາຂອງແຂວງ ກວ໋າງນິງ, ການລ້ຽງປູກສິນໃນນ້ຳຢູ່ທະເລ ຈະແມ່ນຂະແຫນງເສດຖະກິດປາຍແຫລມໃນໄລຍະຈະມາເຖິງ. ແຜນຮ່າງການລ້ຽງປູກສິນໃນນ້ຳຢູ່ທະເລ ຂອງລັດຖະບານ ກໍ່ໄດ້ກຳນົດວ່າ ແຂວງ ກວ໋າງນິງ ຈະແມ່ນສູນລ້ຽງປູກສິນໃນນ້ຳຢູ່ທະເລ ແຫ່ງຊາດ. ທ່ານ ຫງວຽນຊວນກີ, ເລຂາພັກແຂວງ ກວ໋າງນິງ ໃຫ້ຮູ້ວ່າ:

            “ແຂວງ ກວ໋າງນິງ ໄດ້ວາງແຜນກຳນົດເນື້ອທີ່ທະເລ ກວ່າ 45.000 ເຮັກຕາເພື່ອສະຫງວນສະເພາະໃຫ້ການລ້ຽງປູກສິນທະເລ ດ້ວຍທັດສະນະພັດທະນາຮອບດ້ານຕາມທິດທັນສະໄຫມ, ໝູນໃຊ້ເຕັກໂນໂລຊີສູງ, ເປັນມິດກັບສິ່ງແວດລ້ອມ, ເພີ່ມມູນຄ່າ, ລັກສະນະຍືນຍົງ, ຕິດພັນກັບການອະນຸລັກຮັກສາ ພັດທະນາແຫລ່ງຜົນປະໂຫຍດຈາກສິນທະເລ, ພັດທະນາການທ່ອງທ່ຽວບໍລິການ, ອຸດສາຫະກຳ ແລະ ປົກປັກຮັກສາອະທິປະໄຕ ຄວາມໝັ້ນຄົງຢູ່ເຂດທະເລໝູ່ເກາະຂອງປະເທດຊາດໃນບໍລິເວນ”.

ກວ໋າງນິງ - ເປັນແບບຢ່າງໃຫ້ແກ່ຮູບແບບລ້ຽງປູກສິນໃນນ້ຳຢູ່ທະເລແບບຍືນຍົງ - ảnh 2ທ່ານ ກາວເຕື່ອງຮູຍ, ປະທານ ຄະນະກຳມະການປະຊາຊົນ ແຂວງ ກວ໋າງນິງ. ພາບ:Báo Nhân dân

           ບັນດາຜົນສຳເລັດແຫ່ງການຜັນຂະຫຍາຍຮູບແບບການລ້ຽງປູກສິນໃນນ້ຳຢູ່ທະເລ ຢູ່ ແຂວງ ກວ໋າງນິງ ໄດ້ປະກອບສ່ວນຫັນປ່ຽນກ່ຽວກັບດ້ານຄຸນນະພາບສິ່ງແວດລ້ອມທຳມະຊາດ, ຊຸກຍູ້ການລ້ຽງປູກສິນ ໃນນ້ຳຢູ່ທະເລ ແບບຍືນຍົງ, ສ້າງເຄື່ອງໝາຍການຄ້າສິນໃນນ້ຳຂອງແຂວງ ກວ໋າງນິງ ກັບບັນດາຄຸນຄ່າໃຫມ່ຫລາຍພໍສົມຄວນ.

ຕອບກັບ