ການເຊື່ອມຕໍ່ການທ່ອງທ່ຽວລະຫວ່າງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ກັບບັນດາທ້ອງຖິ່ນ

Hong Phuong -Quang Dung
Chia sẻ
(VOVWORLD) - ທ່າອາກາດສະຍານສາກົນ ເກີນເທີ ແມ່ນປະຕູສຳຄັນເຊື່ອມຕໍ່ທາງທິດຕາເວັນຕົກສ່ຽງໃຕ້ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ກັບບັນດາທ້ອງຖິ່ນພາຍໃນປະເທດ ແລະ ສາກົນ. ສະນັ້ນ ບັນດາຖ້ຽວບິນໂດຍກົງຈາກບັນດາທ້ອງຖິ່ນໄປຍັງສະຫນາມບິນ ເກີນເທີ ແມ່ນຄວາມຕ້ອງການທີ່ຈຳເປັນເພື່ອພັດທະນາການທ່ອງທ່ຽວເຂດແບບຍືນຍົງ.
ການເຊື່ອມຕໍ່ການທ່ອງທ່ຽວລະຫວ່າງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ກັບບັນດາທ້ອງຖິ່ນ - ảnh 1ທ່າອາກາດສະຍານສາກົນ ເກີນເທີ. ພາບ:dangcongsan.vn
  ຍອດຈຳນວນແຂກທ່ອງທ່ຽວມາທ່ຽວຢູ່ເຂດທົ່ງພຽງແມ່ນ້ຳຂອງໃນປີກາຍນີ້ ຄາດວ່າ ບັນລຸເກືອບ 45 ລ້ານເທື່ອຄົນ, ເພີ່ມຂຶ້ນ 20,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022, ໃນນັ້ນຈຳນວນແຂກທ່ອງທ່ຽວສາກົນແມ່ນກວ່າ 1,8 ລ້ານເທື່ອຄົນ, ລາຍຮັບບັນລຸເກືອບ 1,8 ຕື້ USD, ເພີ່ມຂຶ້ນ  42,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ແຕ່ເຖິງຢ່າງໃດກໍຕາມ, ຕາມທ່ານນາງ ເລດິ່ງມີງທີ ຜູ້ອຳນວຍການບໍລິສັດທ່ອງທ່ຽວ Vietravel ສາຂາ ເກີນເທີ ແລ້ວ, ປະຈຸບັນ ຍັງຄົງມີຈຸດອຸດຕັນທີ່ເຮັດໃຫ້ຂະແຫນງທ່ອງທ່ຽວຂອງເຂດຍັງບໍ່ທັນພັດທະນາສົມກັບຄວາມສາມາດບົ່ມຊ້ອນເທື່ອ, ໃນນັ້ນ ມີບັນຫາການເຊື່ອມຕໍ່ທາງອາກາດ. ປະຈຸບັນ ປະລິມານການຂົນສົ່ງຜູ້ໂດຍສານຢູ່ທ່າອາກາດສະຍານສາກົນ ເກີນເທີ ແມ່ນຕ່ຳກວ່າຫລາຍເມື່ອທຽບໃສ່ຊ່ວງເວລາກ່ອນເກີດໂລກລະບາດໂຄວິດ 19, ເປັນຕົ້ນແມ່ນສາຍການບິນພາຍໃນປະເທດ.

 “ປະຈຸບັນ ພວກເຮົາ ມີ 4 ສາຍການບິນເຊື່ອມຕໍ່ຈາກ ເກີນເທີ, ແຕ່ກ່ອນນີ້ ແມ່ນມີ 11 ສາຍການບິນ, ສະນັ້ນ ຈຸດອຸດຕັນຂອງການຄົມມະນາຄົມທາງອາກາດໄດ້ສົ່ງຜົນສະທ້ອນຫລາຍສົມຄວນຕໍ່ການເຊື່ອມຕໍ່ tour, ສາຍທ່ອງທ່ຽວກໍ່ຄືເຊື່ອມຕໍ່ແຂກທ່ອງທ່ຽວຈາກບັນດາເຂດພາກອື່ນມາຍັງ ເຂດທົ່ງພຽງແມ່ນ້ຳຂອງ. ຈາກສະພາບການນັ້ນ ໃນໄລຍະຈະມາເຖິງ ຖ້າເຂດທົ່ງພຽງແມ່ນ້ຳຂອງຢາກສ້າງເຄື່ອງໝາຍການຄ້າການທ່ອງທ່ຽວຂອງຕົນ ຕ້ອງມີມາດຕະການເຊື່ອມຕໍ່ກັບບັນດາສາຍການບິນ ໄປ ແລະ ມາຈາກເກີນເທີ ຄືນໃຫມ່”.

ທ່ານ ເຈີນຫວຽດເຟື່ອງ, ປະທານ ສະຫະພັນທ່ອງທ່ຽວ ເຂດທົ່ງພຽງແມ່ນ້ຳຂອງ ຍອມຮັບວ່າ:  ບັນຫາໄປມາດ້ວຍເຮືອບິນ ຍັງບໍ່ທັນພັດທະນາຢ່າງຖືກຕ້ອງກັບຄວາມຕ້ອງການຂອງນັກທ່ອງທ່ຽວ ໄດ້ສົ່ງຜົນສະທ້ອນໃຫຍ່ເຖິງເລື່ອງນຳແຂກທ່ອງທ່ຽວມາທ່ຽວຢູ່ ເຂດທົ່ງພຽງແມ່ນ້ຳຂອງ. ຄຽງຄູ່ກັນນັ້ນ ເລື່ອງເຊື່ອມຕໍ່ດ້ວຍທາງບົກ ແລະ ທາງນ້ຳກໍ່ຍັງບໍ່ທັນສະດວກປານໃດ. ສະນັ້ນ ຕາມທ່ານ ເຟື່ອງແລ້ວ, ຖ້າຫາກຢາກໃຫ້ຂະແຫນງທ່ອງທ່ຽວ ເຂດທົ່ງພຽງແມ່ນ້ຳຂອງ ພັດທະນາ ຕ້ອງມີການເຊື່ອມຕໍ່ດ້ານພື້ນຖານໂຄງລ່າງ.

 “ຫວ່າງແລ້ວນີ້ ນະຄອນ ໂຮ່ຈີມິນ ພ້ອມກັບບັນດາແຂວງ, ນະຄອນ ຢູ່ ເຂດທົ່ງພຽງແມ່ນ້ຳຂອງ ໄດ້ພ້ອມກັນລົງນາມໃນຂໍ້ກຳນົດກົດລະບຽບການເຊື່ອມຕໍ່ການທ່ອງທ່ຽວ ແຕ່ຂ້າພະເຈົ້າຖືວ່າ ຖ້າຫາກສ້າງຕັ້ງຄະນະປະສານງານຂຶ້ນ ອາດຈະເປັນປະໂຫຍດ ແລະ ມີປະສິດທິຜົນກວ່າ. ກ່ຽວກັບການລົງທຶນພັດທະນາພື້ນຖານໂຄງລ່າງ, ພັດທະນາພື້ນຖານດ້ານວັດຖຸໃຫ້ແກ່ຂະແຫນງທ່ອງທ່ຽວ, ຂ້າພະເຈົ້າຄິດວ່າ ຕ້ອງຫັນເປັນຫລາຍຮູບແບບ, ຕ້ອງລະດົມຫລາຍແຫລ່ງເພື່ອພັດທະນາໃນໄລຍະຈະມາເຖິງ”.

ການເຊື່ອມຕໍ່ການທ່ອງທ່ຽວລະຫວ່າງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ກັບບັນດາທ້ອງຖິ່ນ - ảnh 2ທ່ານ ເຈີນຫວຽດເຟື່ອງ, ປະທານສະຫະພັນການທ່ອງທ່ຽວ ເກີນເທີ. ພາບ:baodautu.vn

ເລື່ອງກໍ່ສ້າງໃຫ້ສຳເລັດບັນດາເສັ້ນທາງຄວາມໄວສູງ, ເປີດສາຍການບິນເຊື່ອມຕໍ່ໂດຍກົງລະຫວ່າງເຂດ, ລະຫວ່າງຊາດມາຍັງບັນດາທ້ອງຖິ່ນຂອງ ເຂດທົ່ງພຽງແມ່ນ້ຳຂອງ ໄດ້ຮັບຖືວ່າ ແມ່ນຫນຶ່ງໃນບັນດາມາດຕະການຈຸດສຸມ ນຳຂະແຫນງທ່ອງທ່ຽວເຂດໃຫ້ພັດທະນາ. ສະນັ້ນ ຕົ້ນປີນີ້ ສະຫະພັນທ່ອງທ່ຽວ ເຂດທົ່ງພຽງແມ່ນ້ຳຂອງ ໄດ້ສະເຫນີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສົມທົບກັບກະຊວງຄົມມະນາຄົມຂົນສົ່ງ ຜັນຂະຫຍາຍບັນດາມາດຕະການ ເປີດກວ້າງສາຍການບິນສາກົນ ແລະ ເຂດຈຸດສຸມການທ່ອງທ່ຽວພາຍໃນປະເທດ ມາຍັງ ເຂດທົ່ງພຽງແມ່ນ້ຳຂອງ ພ້ອມທັງສືບຕໍ່ມີນະໂຍບາຍຫລຸດອາກອນ, ຫລຸດ 50% ຄ່າອອກຫນັງສືອະນຸຍາດການດຳເນີນທຸລະກິດ, ຍູ້ແຮງການພັດທະນາແຫລ່ງຊັບພະຍາກອນມະນຸດໃຫ້ແກ່ຂະແຫນງທ່ອງທ່ຽວ ເຂດທົ່ງພຽງແມ່ນ້ຳຂອງ. ທ່ານ ຫງວຽນທຶກຫ້ຽນ, ຮອງປະທານ ຄະນະກຳມະການປະຊາຊົນ ນະຄອນ ເກີນເທີ ໃຫ້ຮູ້ວ່າ: ດ້ວຍບົດບາດແມ່ນນະຄອນໃຈກາງຂອງ ເຂດທົ່ງພຽງແມ່ນ້ຳຂອງ, ເກີນເທີ ໄດ້ລົງນາມສັນຍາ, ການຮ່ວມມືກ່ຽວກັບການທ່ອງທ່ຽວກັບ 20 ແຂວງ, ນະຄອນໃນທົ່ວປະເທດ ແລະ ພວມເປີດກວ້າງການຮ່ວມສຳພັນ, ການຮ່ວມມືກັບບັນດາແຂວງ, ນະຄອນອື່ນ ເພື່ອໂຄສະນາ, ສົ່ງເສີມ, ພັດທະນາການທ່ອງທ່ຽວ.

 “ນະຄອນ ເກີນເທີ ພວມສຸມໃສ່ພັດທະນາຜະລິດຕະພັນການທ່ອງທ່ຽວທີ່ມີຄຸນນະພາບ, ເປັນຫລາຍຮູບແບບ, ມີລັກສະນະລົງຕົວຈິງ ແລະ ມີມູນຄ່າເພີ່ມສູງ, ຕາມການກຳນົດທິດຂອງການຕະຫລາດ ແລະ ເໝາະສົມກັບຄວາມຕ້ອງການຂອງແຕ່ລະເປົ້າໝາຍ; ສ້າງ, ຜັນຂະຫຍາຍບັນດາຮູບແບບທົດລອງກ່ຽວກັບການພັດທະນາການທ່ອງທ່ຽວຊີວະພາບ, ທ່ອງທ່ຽວຊົນນະບົດ”.

ເມື່ອໃຫ້ຂໍ້ສັງເກດກ່ຽວກັບຍຸດທະສາດການທ່ອງທ່ຽວຂອງ ເຂດທົ່ງພຽງແມ່ນ້ຳຂອງ, ທ່ານນາງກາວທິງອັກລານ, ຮອງປະທານຜູ້ປະຈຳການສະຫະພັນທ່ອງທ່ຽວ ຫວຽດນາມ ຕີລາຄາບັນດາມາດຕະການ ຊື່ງຂະແຫນງທ່ອງທ່ຽວ ເຂດທົ່ງພຽງແມ່ນ້ຳຂອງ ວາງອອກ ແມ່ນລ້ວນແຕ່ເໝາະສົມ, ແຕ່ວ່າຢາກໃຫ້ຟື້ນຕົວໄວ ແລະ ພັດທະນາການທ່ອງທ່ຽວແບບຍືນຍົງ, ສະຫະພັນທ່ອງທ່ຽວ ເຂດທົ່ງພຽງແມ່ນ້ຳຂອງ ຄວນໃຫ້ບຸລິມະສິດການສ້າງກົນໄກພ້ອມກັນເຂົ້າຮ່ວມຂອງບັນດາຂະແຫນງການຢູ່ແຕ່ລະທ້ອງຖິ່ນ ກໍ່ຄືບັນດາຫົວຫນ່ວຍໃນການສະຫນອງການທ່ອງທ່ຽວ ນັ້ນແມ່ນການຂົນສົ່ງ, ການບິນ, ການບໍລິການ... ເພື່ອສ້າງກຳລັງແຮງສັງລວມ.

ຕອບກັບ