ແຂວງ ນິງທ້ວນ ປັບປຸງພື້ນຖານໂຄງລ່າງໃຫ້ສົມບູນເພື່ອພັດທະນາເສດຖະກິດ

VTC- Vinh Phong
Chia sẻ

(VOVWORLD) -ໂດຍຕັ້ງຢູ່ໃຈກາງ 4 ຫລ່ຽມເຂດທ່ອງທ່ຽວທາງທິດໃຕ້ພາກກາງ, ລວມມີ: ນະຄອນ ດ່າລາດ, ນະຄອນ ຍາຈາງ (ແຄ໋ງຮ່ວາ), ຟານທຽດ (ບິ່ງທ້ວນ) ແລະ ນະຄອນ ໂຮ່ຈີມິນ, ນິງທ້ວນ ແມ່ນໃຈກາງພົວພັນແລກປ່ຽນເສດຖະກິດ ການຄ້າ, ວັດທະນະທຳຂອງເຂດ. ເພາະສະນັ້ນ, ນິງທ້ວນ ພວມຍູ້ແຮງການກໍ່ສ້າງ, ຍົກລະດັບປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມ, ຂຸດຄົ້ນທ່າໄດ້ປຽບດ້ານທີ່ຕັ້ງ, ຊັບພະຍາກອນການທ່ອງທ່ຽວຢ່າງສຸດຂີດ, ກາຍເປັນຈຸດເດັ່ນຂອງການລົງທຶນ, ເສດຖະກິດ, ຂອງເຂດ ແລະ ທົ່ວປະເທດ.

ແຂວງ ນິງທ້ວນ ປັບປຸງພື້ນຖານໂຄງລ່າງໃຫ້ສົມບູນເພື່ອພັດທະນາເສດຖະກິດ - ảnh 1ນິງທ້ວນພັດທະນາ ແລະ ສ້າງຕັ້ງຕົວເມືອງແຄມທະເລ (ພາບ: plo.vn)

ປີ 1992, ເມື່ອ ແຂວງ ນິງທ້ວນ ໄດ້ຮັບການສ້າງຕັ້ງຂຶ້ນໃໝ່, ລະບົບຄົມມະນາຄົມຂອງແຂວງມີຄວາມຍາວບໍ່ຮອດ 500 ກິໂລແມັດ, ດ້ວຍເສັ້ນທາງເກົ່າ, ແຄບ ແລະ ຊຸດໂຊມ. ນິງທ້ວນໄດ້ກ້າແກ່ນໃນການຜັນຂະຫຍາຍປະຕິບັດກົນໄກນະໂຍບາຍໃໝ່, ລະດົມແຫຼ່ງກຳລັງເພື່ອພັດທະນາພື້ນຖານໂຄງລ່າງຄົມມະນາຄົມ. ມາຮອດປະຈຸບັນ, ລະບົບຕາໜ່າງຄົມມະນາຄົມຂອງແຂວງໄດ້ພັດທະນາຢ່າງຮອບດ້ານ, ດ້ວຍຄວາມຍາວ 1.500 ກວ່າ ກິໂລແມັດ, ໃນນັ້ນ, ເສັ້ນທາງຫຼວງຜ່ານແຂວງ ແມ່ນ 174 ກິໂລແມັດ, ເສັ້ນທາງພາຍໃນແຂວງແມ່ນ 14 ສາຍມີຄວາມຍາວ 324 ກິໂລແມັດ, ແລະອີກຫຼາຍເສັ້ນທາງຄົມມະນາຄົມທີ່ສໍາຄັນ.

ຕາມການວາງແຜນຜັງໄລຍະ 2021-2030, ວິໄສທັດຮອດປີ 2050, ນິງທ້ວນ ກຳນົດທິດພັດທະນາ ແລະ ສ້າງ 6 ເຂດຕົວເມືອງແຄມທະເລ, ລວມມີ: ວິ້ງຮີ, ແທງຫາຍ, ແຄ໋ງຮ່ວາ, ຟານຣາງ ທາບຈາມ, ເຊີນຫາຍ ແລະ ກ່ານາ ເພື່ອສ້າງເປັນຕົວເມືອງທ່ອງທ່ຽວທາງທິດເໜືອ ແລະ ທິດໃຕ້ຂອງແຂວງ. ທ່ານ ຫງວຽນຍືງວ໊ຽນ, ຮອງຫົວໜ້າພະແນກກໍ່ສ້າງແຂວງ ນິງທ້ວນ ໃຫ້ຮູ້ວ່າ:

 “ເພື່ອບັນລຸເປົ້າໝາຍດັ່ງກ່າວ, ຂະແໜງການກໍ່ສ້າງໄດ້ເປັນເຈົ້າການເສນາທິການໃຫ້ຄະນະກຳມະການແຂວງ ດັດປັບໂຄງການພັດທະນາຕົວເມືອງແຂວງໄລຍະ 2021-2025 ແລະ ການກຳນົດທິດຮອດປີ 2030. ໂຄງການນີ້ແນໃສ່ພັດທະນາຕົວເມືອງໃນບໍລິເວນແຂວງ. ພ້ອມກັນນັ້ນ, ຂະແໜງການກໍ່ສ້າງຍັງໄດ້ເປັນເສນາທິການໃຫ້ຄະນະປະຈຳສະພາປະຊາຊົນແຂວງ, ສະພາປະຊາຊົນແຂວງໄດ້ປະກາດໃຊ້ມະຕິ, ກໍ່ຄືຂໍ້ຕົກລົງກ່ຽວກັບການຈັດຕັ້ງປະຕິບັດໂຄງການພັດທະນາແຂວງໄລຍະ 2025, ການກຳນົດທິດຮອດປີ 2030. ນີ້ແມ່ນສອງໂຄງການໃຫຍ່ເພື່ອເປັນພື້ນຖານໃຫ້ແກ່ການສ້າງບັນດາແຜນການ ແລະ ໂຄງການໃນການກຳນົດທິດພັດທະນາຕົວເມືອງຂອງນະຄອນ ນິງທ້ວນ”.

ແຂວງ ນິງທ້ວນ ປັບປຸງພື້ນຖານໂຄງລ່າງໃຫ້ສົມບູນເພື່ອພັດທະນາເສດຖະກິດ - ảnh 2ສະຖານທີ່ຜະລິດໄຟຟ້າແສງຕາເວນ ແລະ ໄຟຟ້າແຮງລົມ (ພາບ: qdnd.vn)

ຄາດໝາຍຮອດ ປີ 2030 ແມ່ນກໍ່ສ້າງພື້ນຖານໂຄງລ່າງທີ່ຈຳເປັນກ່ຽວກັບເສດຖະກິດ - ສັງຄົມ ຕາມທິດຄົບຊຸດ, ທັນສະໄໝ, ເຊື່ອມຕໍ່ກັນ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງພື້ນຖານໂຄງລ່າງຄົມມະນາຄົມທາງທະເລ, ປະຈຸບັນ, ແຂວງ ນິງທ້ວນ ພວມກໍ່ສ້າງທ່າກຳປັ່ນທະເລສັງລວມ ກ່ານາ ກວ້າງປະມານ 108 ເຮັກຕາ, ຢູ່ຕາແສງ ເຟືອກຢຽມ, ເມືອງທ້ວນນາມ. ໂຄງການດັ່ງກ່າວມີທ່າກຳປັ່ນ 17 ແຫ່ງ, ດ້ວຍຍອດຈຳນວນເງິນລົງທຶນ 6.500 ຕື້ດົ່ງ (ເກືອບ 274 ລ້ານ USD). ນີ້ແມ່ນທ່າກຳປັ່ນນ້ຳເລິກທີ່ມີທີ່ຕັ້ງພູມສາດສະດວກ, ມຸ່ງໄປເຖິງການກາຍເປັນຈຸດຄ່ຽນຖ່າຍສິນຄ້າໃຫ້ແກ່ເຂດແຄມທະເລທາງທິດໃຕ້ພາກກາງ ແລະ ເຂດໄຕງວຽນ.

ຫວ່າງແລ້ວນີ້, ທ່ານນາຍົກລັດຖະມົນຕີໄດ້ເຊັນອະນຸມັດຜ່ານການວາງແຜນຜັງສັງລວມການ ການພັດທະນາລະບົບທ່າອາກາດສະຍານ, ສະໜາມບິນທົ່ວປະເທດ ໄລຍະ 2021-2030, ວິໄສທັດຮອດປີ 2050, ໃນນັ້ນມີສະໜາມບິນ ແທງເຊີນ, ແຂວງນິງທ້ວນ. ທ່ານ ຫງວຽນວັນວິງ, ຫົວໜ້າພະແນກຄົມມະນາຄົມຂົນສົ່ງແຂວງ ນິງທ້ວນ ໃຫ້ຮູ້ວ່າ:

 “ທ່ານນາຍົກລັດຖະມົນຕີ ເຊັນຂໍ້ຕົກລົງເພີ່ມເຕີມການວາງແຜນຜັງສະໜາມບິນ ແທງເຊີນ ຈະສ້າງປະຖົມປັດໄຈໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມໃຫ້ແຂວງ, ພິເສດແມ່ນການພັດທະນາການທ່ອງທ່ຽວ; ເປີດທ່າອ່ຽງພັດທະນາໃໝ່ໃຫ້ແຂວງ ນິງທ້ວນ. ໃນໄລຍະຜ່ານມາ, ແຂວງ ນິງທ້ວນ ກໍ່ມີຄວາມເປັນເຈົ້າການ ແລະ ຂ້ຽວຂາດເພື່ອນຳເອົາການວາງແຜນຜັງ

ສະໜາມບິນ ແທງເຊີນ ເຂົ້າໃນແຜນຜັງແຫ່ງຊາດ, ເພື່ອມີຮູບແບບການຂົນສົ່ງທາງອາກາດຕື່ມອີກ.”

ນອກຈາກເອົາໃຈໃສ່ພັດທະນາພື້ນຖານໂຄງລ່າງຕົວເມືອງ, ເຄືອຂ່າຍຄົມມະນາຄົມຂົນສົ່ງ... ແຂວງນິງທ້ວນ ກໍ່ພວມຮຽກຮ້ອງ ແລະ ດຶງດູດການລົງທຶນໃນຂົງເຂດສົ່ງໄຟຟ້າ, ພະລັງງານສະອາດ, ພະລັງງານທົດແທນ... ເພື່ອພັດທະນາເສດຖະກິດ. ແຂວງນິງທ້ວນ ໄດ້ຮັບຮອງເອົາບັນດາແຜນນະໂຍບາຍລົງທຶນ ແລະ ອອກໃບອະນຸຍາດການລົງທຶນໃຫ້ 63 ໂຄງການພະລັງງານ, ດ້ວຍຍອດຈຳນວນເງິນລົງທຶນກວ່າ 4,5 ຕື້ USD. ທ່ານ ຫງວຽນເຕີມຕຽນ, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ ຈູງນາມ, ຊື່ງແມ່ນວິສາຫະກິດພວມປະຕິບັດໂຄງການສາຍສົ່ງໄຟຟ້າ, ໝໍ້ແປງໄຟ 500kv ແລະ ໂຄງການເຂື່ອນໄຟຟ້າແສງຕາເວັນ 450 ເມກາວັດ ຢູ່ຕາແສງ ເຟືອກມິນ, ເມືອງທ້ວນນາມ, ໃຫ້ຮູ້ວ່າ:

 “ຄວາມແຕກຕ່າງຂອງແຂວງ ນິງທ້ວນ ນັ້ນແມ່ນຄະນະກຳມະການປະຊາຊົນແຂວງ ຍາມໃດກໍ່ຮ່ວມເດີນທາງພ້ອມກັບບັນດາວິສາຫະກິດ ແກ້ໄຂບັນດາບັນຫາກ່ຽວຂ້ອງເຖິງກົນໄກລະບຽບການນະໂຍບາຍກັບບັນດາກະຊວງ, ຂະແໜງການສູນກາງ. ລະອຽດຄື ມະຕິເລກທີ 115 ຂອງລັດຖະບານໄດ້ວາງອອກ, ແມ່ນສ້າງເງື່ອນໄຂສຳຄັນທີ່ສຸດໃນການຮຽກຮ້ອງການລົງທຶນຂອງບັນດານັກລົງທຶນພາກເອກະຊົນໃນຂົງເຂດພະລັງງານທົດແທນ. ອີກຈຸດໜຶ່ງທີ່ແຕກຕ່າງກັນ ນັ້ນແມ່ນຄະນະກຳມະການປະຊາຊົນແຂວງ ນິງທ້ວນ ໄດ້ພ້ອມກັບນັກລົງທຶນ, ເຮັດວຽກກັບສະພາແຫ່ງຊາດ, ລັດຖະບານ, ບັນດາກະຊວງ, ຂະແໜງການ ເພື່ອສ້າງໂຄງການທຳອິດມອບໃຫ້ນັກລົງທຶນເອກະຊົນລົງທຶນກໍ່ສ້າງໝໍ້ແປງໄຟ ແລະ ສາຍສົ່ງໄຟຟ້າ 500kv ຢູ່ທ້ອງຖິ່ນ”.

ໃນໄລຍະຈະມາເຖິງ, ເມື່ອເສັ້ນທາງດ່ວນ ກາມເລີມ - ຫວິງຫ່າວ ໄດ້ນຳເຂົ້າເຄື່ອນໄຫວ ກໍ່ຈະເພີ່ມກຳລັງຄວາມສາມາດດ້ານພົວພັນແລກປ່ຽນການຄ້າ ແລະ ສ້າງເສັ້ນທາງຄົມມະນາຄົມລະຫວ່າງທ່າກຳປັ່ນ ກ່ານາ ສະໜາມບິນ ແທງເຊີນ... ແລະ ບັນດາທ້ອງຖິ່ນໃນເຂດ. ຈາກນັ້ນ, ນິງທ້ວນ ຈະສ້າງເຂດຕົວເມືອງຮັບໃຊ້ເຂດອຸດສາຫະກຳ, ແຮ່ທາດ, ພະລັງງານ, ເຂດເສດຖະກິດສຳຄັນຢູ່ພາກໃຕ້, ປະກອບສ່ວນເພີ່ມທະວີຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ບືນຕົວຂຶ້ນຢ່າງແຮງໃນຊຸມປີຈະມາເຖິງ.

ຕອບກັບ