ເສດຖະກິດຈາກການເດີນທະເລ- ບາດກ້າວບຸກທະລຸເພື່ອສ້າງຄວາມຮັ່ງມີ, ເຂັ້ມແຂງຈາກທະເລ

Thu Hoa
Chia sẻ

(VOVWORLD) -ເສດຖະກິດຈາກການເດີນທະເລລວມມີ: ທ່າກຳປັ່ນ, ລະບົບການຂົນສົ່ງ, ອຸດສາຫະກຳຕໍ່ກຳປັ່ນ, ໃນນັ້ນທ່າກຳປັ່ນແມ່ນປັດໄຈສຳຄັນໃນລະບົບ logisitics ເຊິ່ງສິນຄ້າໄດ້ເຄື່ອນຍ້າຍຈາກການຂົນສົ່ງທາງບົກໄປຍັງທາງທະເລ. ປະຈຸບັນ, ການຂົນສົ່ງທາງທະເລກວມເອົາ 90% ຂອງຍອດຈຳນວນສິນຄ້ານຳເຂົ້າ- ສົ່ງອອກ ແລະ ສ່ວນນຶ່ງຂອງພາຍໃນປະເທດ, ແມ່ນສາຍຂົນສົ່ງຕົ້ນຕໍໃນການຂົນສົ່ງ, ຈຳໜ່າຍສິນຄ້າຂອງພື້ນຖານເສດຖະກິດຫວຽດນາມ. ຫວຽດນາມວາງຄາດໝາຍຮອດປີ 2030 ຈະມີບາດກ້າວບຸກທະລຸຢ່າງສຳເລັດຜົນກ່ຽວກັບບັນດາຂະແໜງເສດຖະກິດທາງທະເລ, ໃນນັ້ນມີເສດຖະກິດທາງທະເລ.

ເສດຖະກິດຈາກການເດີນທະເລ- ບາດກ້າວບຸກທະລຸເພື່ອສ້າງຄວາມຮັ່ງມີ, ເຂັ້ມແຂງຈາກທະເລ - ảnh 1ທ່າກຳປັ່ນ container ສາກົນ ເຕີນກ໋າງ - ຫາຍຟ່ອງ. ພາບ:Minh Thu/TTXVN

ປະຈຸບັນ ຫວຽດນາມໄດ້ສ້າງລະບົບທ່າກຳປັ່ນທີ່ສຳເລັດສົມບູນແຕ່ເໜືອຮອດໃຕ້ດ້ວຍ 286 ທ່າກຳປັ່ນ, ໃນນັ້ນ, ຫາຍຟ່ອງ ແມ່ນທ້ອງຖິ່ນມີຈຳນວນທ່າກຳປັ່ນຫລາຍສຸດດ້ວຍ 50ແຫ່ງ, ຕໍ່ມາແມ່ນແຂວງບາເຣ້ຍ - ຫວູງເຕົ່າດ້ວຍ 45 ແຫ່ງ. ນະຄອນໂຮ່ຈິມິນຢືນອັນດັບທີ 3 ດ້ວຍ 43 ແຫ່ງ.ລະບົບທ່າກຳປັ່ນໃນປະຈຸບັນແມ່ນໄດ້ວາງແຜນກຳນົດຢ່າງຄົບຊຸດຕິດພັນກັບບັນດາສູນເສດຖະກິດທີ່ສຳຄັນ ແລະເຂດເສດຖະກິດໃຫຍ່ຂອງປະເທດ. ທ່ານຫງວຽນຊວນກີ, ຜູ້ອຳນວຍການໃຫຍ່ທ່າກຳປັ່ນສາກົນກາຍແມັບ, ເລຂາທິການສະມາຄົມທ່າກຳປັ່ນທະເລອາຊີຕາເວັນອອກສ່ຽງໃຕ້ໃຫ້ຮູ້ວ່າ:

 “ ກາຍແມັບ - ທິຫວາຍມີ 2 ບົດບາດ. ທຳອິດແມ່ນທ່າກຳປັ່ນປະຕູອອກສູ່ທະເລຢູ່ທາງທິດຕາເວັນອອກສ່ຽງໃຕ້. ທີສອງແມ່ນທ່າກຳປັ່ນຂົນສົ່ງສາກົນ. ກວ່າ10 ປີທີ່ຜ່ານມາ, ກາຍແມັບສວມບົດບາດທີ່ດີທີ່ສຸດໃນການເປັນປະຕູອອກໃຫ້ແກ່ເຂດເສດຖະກິດທີ່ສຳຄັນທາງພາກໃຕ້. ຫຼັກຖານສະແດງໃຫ້ເຫັນວ່າ ໄດ້ມີກຳປັ່ນແມ່(ຂະໜາດໃຫຍ່) 30 ກວ່າລຳໄດ້ເຂົ້າທຽບທ່າກຳປັ່ນນ້ຳເລິກກາຍແມັບ - ທິຫວາຍຄວາມຖີ່ຂອງການຂົນສົ່ງແມ່ນໄວຫຼາຍ”.

ພ້ອມກັບການເຕີບໂຕດ້ານປະລິມານຢ່າງວ່ອງໄວ, ລະບົບທ່າກຳປັ່ນທະເລຂອງຫວຽດນາມພວມໄດ້ຍົກສູງດ້ານກຳລັງຄວາມສາມາດແລະຄຸນນະພາບການບໍລິການຢ່າງບໍ່ຢຸດຢັ້ງ,ສະນັ້ນປະລິມານສິນຄ້າຜ່ານລະບົບທ່າກຳປັ່ນເພີ່ມຂຶ້ນ 10% ໃນແຕ່ລະປີ, ບັນລຸ 734 ລ້ານໂຕນໃນປີ2022. ຄຸນນະພາບການບໍລິການທ່າກຳປັ່ນໄດ້ຮັບການປັບປຸງເມື່ອມີຜູ້ຂຸດຄົ້ນນຳໃຊ້ທ່າກຳປັ່ນ, ບໍລິສັດກຳປັ່ນຂົນສົ່ງສາກົນແລະພາຍໃນປະເທດຫລາຍແຫ່ງເຂົ້າຮ່ວມການລົງທຶນ. ທ່ານເລກວາງຈູງ, ຮອງປະທານສະມາຄົມວິສາຫະກິດ Logistics ຫວຽດນາມ, ຮອງຜູ້ອຳນວຍການໃຫຍ່ບໍລິສັດການເດີນທະເລຫວຽດນາມແບ່ງປັນ:

 “ມາຮອດປະຈຸບັນ, ຫາຍຟ່ອງມີວິສາຫະກິດກ່ຽວກັບທ່າກຳປັ່ນປະມານ50 ແຫ່ງ. ຄຽງຄູ່ກັນນັ້ນ, ມີວິສາຫະກິດປະມານ 2.000 ແຫ່ງເຂົ້າຮ່ວມລະບົບ logistics.ນີ້ແມ່ນສູນ Logistics Hub, ແມ່ນເຂດທີ່ສຳຄັນທີ່ສຸດໃນການເຊື່ອມຕໍ່ logisticsລະຫວ່າງການຂົນສົ່ງສິນຄ້ານຳເຂົ້າ ແລະສົ່ງອອກຂອງພາກເໜືອຫວຽດນາມ ໄປຍັງຕະຫຼາດໂລກ.

ເສດຖະກິດຈາກການເດີນທະເລ- ບາດກ້າວບຸກທະລຸເພື່ອສ້າງຄວາມຮັ່ງມີ, ເຂັ້ມແຂງຈາກທະເລ - ảnh 2ທ່ານ ຫງວຽນຊວນຊາງ, ຮອງລັດຖະມົນຕີ ກະຊວງຄົມມະນາຄົມຂົນສົ່ງ. ພາບ:  VOV

ຄຽງຄູ່ກັບລະບົບທ່າກຳປັ່ນ, ຫວຽດນາມ ໄດ້ສ້າງເສັ້ນທາງຂົນສົ່ງ 32 ສາຍ, ໃນນັ້ນມີ 25 ເສັ້ນທາງຂົນສົ່ງສາກົນ ແລະ 7 ເສັ້ນທາງຂົນສົ່ງພາຍໃນປະເທດ. ນອກຈາກເສັ້ນທາງອາຊີແລ້ວ, ຫວຽດນາມໄດ້ດຳເນີນການຂຸດຄົ້ນອີກ 16 ເສັ້ນທາງໄປຍັງອາເມລິກາເໜືອ ແລະ ເອີລົບ. ການລາຍງານດັດຊະນີການຂົນສົ່ງໃນຕະຫຼາດຫາກໍ່ພົ້ນເດັ່ນຂຶ້ນໃນປີ 2022 ຂອງບໍລິສັດຂົນສົ່ງສິນຄ້າແຖວໜ້າຂອງໂລກ Agility ຕີລາຄາວ່າ: ຕະຫຼາດຂົນສົ່ງສິນຄ້າຫວຽດນາມຢືນອັນດັບ 11 ໃນກຸ່ມ 50 ຕະຫຼາດສິນຄ້າຂົນສົ່ງທີ່ພົ້ນເດັ່ນຂອງໂລກ ແລະຢືນອັນດັບທີ 3 ຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ຖັດຈາກສິງກະໂປແລະໄທ. ແລະໃນຫຼາຍປີລຽນຕິດ, ການຂົນສົ່ງແມ່ນຂະແໜງເສດຖະກິດເຕີບໂຕໄວ ແລະເປັນປົກກະຕິດ້ວຍລະດັບເຕີບໂຕສະເລ່ຍ 14 – 16%, ປະກອບສ່ວນ 4 – 5% ເຂົ້າໃນGDPຂອງຫວຽດນາມ .ທ່ານຫງວຽນຊວນຊາງຮອງລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ຫວຽດນາມໃຫ້ຮູ້ວ່າ:

 “ການວາງແຜນຜັງສັງລວມແຫ່ງການພັດທະນາລະບົບທ່າກຳປັ່ນທະເລ ຫວຽດນາມໄລຍະ 2021 2030,ວິໄສທັດຮອດປີ 2050 ໂດຍໄດ້ເຊັນອະນຸມັດຈາກນາຍົກລັດຖະມົນຕີ. ປະຈຸບັນ, ກະຊວງພວມມອບໝາຍໃຫ້ກົມຄຸ້ມຄອງການເດີນທະເລ ຫວຽດນາມຜັນຂະຍາຍສ້າງແຜນການລະອຽດໃຫ້ 5 ກຸ່ມທ່າກຳປັ່ນ ແລະວາງແຜນກຳນົດລະອຽດກ່ຽວກັບເຂດໜ້າດິນ, ເຂດນ່ານນ້ຳຂອງທັງໝົດທ່າກຳປັ່ນໃນທົ່ວປະເທດ”.

ຫນຶ່ງໃນບັນດາກິດຈະກຳສຳຄັນເພື່ອພັດທະນາເສດຖະກິດຈາກການເດີນທະເລແມ່ນການຕໍ່ກຳປັ່ນລຳໃຫມ່ແລະສ້ອມແປງກຳປັ່ນ. ມາຮອດປະຈຸບັນ, ອຸດສາຫະກຳຕໍ່ກຳປັ່ນຂອງຫວຽດນາມ ໄດ້ສ້າງຕັ້ງພື້ນຖານດ້ານວັດຖຸເຕັກນິກຂອງຂະແໜງອຸດສາຫະກຳຕໍ່ກຳປັ່ນໃນເບື້ອງຕົ້ນແລະລົງທຶນຢ່າງແຮງໃຫ້ແກ່ຂະແໜງອຸດສາຫະກຳຕໍ່ກຳປັ່ນພ້ອມກັບການພັດທະນາລະບົບທ່າກຳປັ່ນ ແລະ ເພີ່ມກຳລັງຄວາມສາມາດຂອງລະບົບຂົນສົ່ງທາງທະເລນັ້ນແມ່ນບາດກ້າວບຸກທະລຸເພື່ອໃຫ້ຫວຽດນາມພັດທະນາແບບຍືນຍົງ, ສ້າງຄວາມຮັ່ງມີ,ເຂັ້ມແຂງຈາກເສດຖະກິດທາງທະເລ.

ຕອບກັບ